spot_img
Homeຂ່າວພາຍ​ໃນສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ປະຈຳວັນທີ 3 ພຶດສະພາ 2021

ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ປະຈຳວັນທີ 3 ພຶດສະພາ 2021

Published on

ສຳ​ລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍ​ງານຜູ້ຕິດເຊື້ອທັງໝົດ 966 ຄົນ ( ໃໝ່ 33)  ບໍ່ມີຜູ້ເສຍຊີວີດ, ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ທັງ​ໝົດ ແມ່ນໄດ້​ຮັບ​ການ ປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນ​ຕ່​ລະ​ແຂວງ ຈຳນວນ 907 ຄົນ ເຊັ່ນ: ນະຄອນຫຼວງວຽງຈັນ 599 ຄົນ (ໃໝ່ 16), ແຂວງຈຳປາສັກ 121 ຄົນ (ໃໝ່ 4), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ,ແຂວງບໍ່ແກ້ວ 98 ຄົນ (ໃໝ່ 7), ແຂວງສະຫວັນນະເຂດ 31 ຄົນ (ໃໝ່ 3), ແຂວງຫຼວງພະບາງ 13 ຄົນ, ແຂວງວຽງຈັນ 13 ຄົນ, ແຂວງສາລະວັນ 7 ຄົນ, ແຂວງຫຼວງນ້ຳທາ 6 ຄົນ, ແຂວງອຸດົມໄຊ 8 ຄົນ (ໃໝ່ 3), ແຂວງຜົ້ງສາລີ 3 ຄົນ, ແຂວງໄຊຍະບູລີ 3 ຄົນ,  ແຂວງບໍລິຄຳໄຊ 3 ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງຊຽງຂວາງ 1 ຄົນ.

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 33 ຄົນ (ກໍລະນີຢັ້ງຢືນທີ 934-966)ສັງລວມປະຫວັດການເດີນທາງຂອງຄົນຫວຽດນາມທີ່ຕິດເຊື້ອ, ສະຖານທີ່ຕ່າງໆ ຄືດັ່ງນີ້:​

ບ້ານທາດຫຼວງ ໄຊເສດຖາ, ບ້ານນາໄຊ, ເມືອງໄຊເສດຖາ, ບ້ານ ດອນກອຍ, ໄຊເສດຖາ,ບ້ານດອນຕິ້ວ, ເມືອງໄຊທານີ, ເຮັດຮ້ານກາເຟຢູ່ຫ້ອງແຖວ ບ້ານສີສັງວອນ, ຕະຫລາດດອນກອຍ;

  • 14/4/2021: ສະຖານທີ່ອອກກຳລັງກາຍຢູ່ເດີນທາດຫລວງ, ຫລີ້ນປີໃໝ່ຢູ່ຮ້ານຕັດຜົມ Star 2, ຮ້ານຄາຣາໂອເກະຫວຽດ ຕໍ່ໜ້າ ຮ້ານເອັມພ້ອຍ ທາດຫຼວງ;
  • ວັນທີ 11-13 ເມສາ ຮ້ານຂາຍເຄື່ອງຕະຫຼາດກາງຄືນ ແຄມຂອງ,
  • ຄົນຫວຽດນາມເລາະຕັດເລັບ ແລະ ທາສີເລັບບ້ານ ສີສັງວອນ ແລະ ບ້ານທາດຫຼວງ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ;
  • ຮ້ານຜົມຕັດຜົມຊາຍ-ຍິງ ຕໍ່ໜາ້ຢູນິເທລນາໄຊ;
  • ວັນທີ 12 ເມສາ 2021 ເທັກ ແຄັດໂຮມ ແຖວທາດຫຼວງ;
  • ວັນທີ 14 ເມສາ 2021 ໄປຕະຫຼາດຫົວຂົວຕອນແລງ;
  • ທະນາຄານ MB lao, ຖຸະໜົນໄກສອນ ບ້ານໂພນສະອາດ, ເມືອງ ຈັນທະບູລີ , ໂຮງໝໍຊີວິດໃໝ່ ບ້ານນາໄຊ, ສູນຄວາມງາມຈູລີບີວຕີ ຢູ່ດົງປ່າລານ, ອາຫານຕາມສັ່ງຢູ່ຕໍ່ໜ້າຮ້ານມານາເມ, ບ້ານດອນຕິ້ວ, ຮ້ານ ສະນຸກເກີ (ຮ້ານຕຳແດງ) ບ້ານດົງປ່າແລບ;
  • ຖ້ຽວບີນ ວັນທີ 21 ເມສາ 2021 ຈາກນະຄອນຫຼວງວຍງຈັນເດີນທາງໄປຫຼວງນ້ຳທາ ຖ້ຽວບີນ 603 ແຕ່ຍົນບໍ່ອະນຸຍາດໃຫ້ລົງແລ້ວກັບມາວຽງຈັນ, ຊ່າງຮັບເໝົາໄຟຟ້າຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ.

ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື: ນາງ ພູເງີນ 16 ປີ, ທ້າວ ແອນ້ອຍ ພັນທະມູນ ແລະ ນາງ ຟາ ແສງຄຳຍອງ 35 ປີ ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

ສະ​ຖາ​ນະ​ການ​ໃນປະຈຸບັນເຫັນວ່າ ສປປ ລາວເຮົາ ຍັງມີລາຍ​ງານການຕິດ ເຊື້ອໃໝ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື ທັງຢູ່ນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ​ເຫັນ​ໄດ້​ວ່າ ເລີ້ມ​ແຕ່ຕົ້ນ​ປິ 2021 ເປັນ​ຕົ້ນ​ມາຮອດມື້ນີ້ ມີ​ ຜູ້​ຕິດ​ເຊື້ອ 925 ຄົນ(ໂດຍ​ສະ​ເພາະ​ແຕ່​​ເດືອນ​ເມ​ສາ ມາ​ແມ່ນມີຜູ້ຕິດເຊື້ອ ເຖີງ 917 ຄົນ) ​ຖ້າ​ທຽບ​ໃສ່ໃນ​ປີ 2020 ໝົດປີ ມີ​ຜູ້​ຕ​ດິ​ເຊື້ອ​ທັງ​ໝົດພຽງ​ແຕ່ 41 ຄົນ ແລະ​ ​ໃນ​ໄລ​ຍະ​ດຽວ​ກັນ​ເດືອນ ພຶດສະພາ 2020 ຜູ້​ຕິດ​ເຊື້ອ​ມີ​ພຽງ 19 ຄົນ ເຫັນ​ວ່າ​ເປັນ​ໂຕ​ເລກ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ເທົ່າ.

ຕໍ່ກັບສະພາບດັ່ງກ່າວລັດຖະບານ, ຄະ​ນະ​ສະ​ເພາະ​ກິດຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ກໍ​ໄດ້​ມີ​ຄຳສັ່ງ, ແຈ້ງ​ການ ແລະ ຄຳ​ແນະ​ນຳ ຕ່າງ​ໆ ກ່ຽວ​ກັບ​ມາດ​ຕະ​ການ​ ​ສະ​ກັດ​ກັ້ນ ແລະ​ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດອອກ​ມາ​ເປັນ​ແຕ່​ລະ​ໄລ​ຍະ ເຊິ່ງປະຈຸບັນກໍແມ່ນປະຕີບັດຕາມຄຳສັ່ງຂອງທ່ານນາຍຍົກລັດຖະມົນຕີສະບັບເລກທີ 15/ ນຍ ລົງວັນທີ 21 ເມສາ 2021 ເຊິ່ງມີຜົນໃນການນຳໃຊ້ ຮອດວັນທີ 5 ພຶດສະພາ 2021 ແລະ, ພ້ອມ​ດຽວ​ກັນ ອຳນາດການ ປົກຄອງທຸກ​ຂັ້ນ ກໍໄດ້​ເອົາໃຈໃສ່ຕິດຕາມການ ຈັດຕັ້ງປະຕິບັດ ມາດ​ຕະ​ການ​ຂອງ​ຄະ​ນະ​ສະ​ເພາະ​ກີດຢ່າງ​ເຂັ້ມ​ງວດ ໂດຍ​ສະ​ເພາະແມ່ນເອົາ​ໃຈ​ໃສ່ ຕິດຕາມກວດ ກາຜູ້ທີ່ກັບມາຈາກ ປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າພົບເຫັນການເຂົ້າມາ ແບບບໍ່​ຖືກ​ຕ້ອງໃຫ້ຮີບຮ້ອນແຈ້ງ ຄະນະສະເພາະກິດ​ໃນຂັ້ນຂອງຕົນ​ຊາບ​ໂດຍທັນທີ ເພື່ອ ນຳເອົາ ຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ, ໃນສະພາບ ປະຈຸບັນເຫັນວ່າ ມີປະຊາຊົນຈຳນວນຫຼາຍໃນສັງຄົມ ໄດ້ມາສະເໜີໂຕມາຂໍກວດ ຊອກຫາເຊື້ອພະ ຍາດ COVID-19 ຍ້ອນເຫັນວ່າຕົນເອງຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງ.

-ອີກອັນນຶ່ງທີ່ສຳຄັນ ສຳລັບ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນ ຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ພ້ອມທັງ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງ ພ້ອມທັງ ໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາມາລະ ຍາດ ໃນເວລາໄອ-ຈາມໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນ ອື່ນ; ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້

-ຜູ້ທີ່ມາເກັບ ຕົວຢ່າງແລ້ວ ໃນລະຫ່ວາງລໍຖ້າຜົນກວດ ແມ່ນໃຫ້ຢູ່ແຕ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ຫ້າມເດັດຂາດບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ສຳລັບຜູ້ສົ່ງອາຫານ, ນ້ຳດື່ມແມ່ນໃຫ້ສົ່ງຢູ່ໜ້າຫ້ອງ ແລະ ອອກໄປທັນທີພາຍຫຼັງສົ່ງອາຫານ; ຖ້າຜົນກວດຂອງທ່ານພົບເຊື້ອ (+) ແມ່ນຈະມີພະນັກງານແພດໂທແຈ້ງຜົນກວດຫາທ່ານ ແລະ ຈະມີລົດແພດໄປຮັບທ່ານຢູ່ສະຖານທີ່ພັກເພື່ອໄປປີ່ນປົວຢູ່ຕາມໂຮງໝໍທີ່ໄດ້ກຳນົດໄວ້; ຖ້າບໍ່ມີພະນັກງານໂທແຈ້ງຜົນກວດກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ສະຖານທີ່ພັກເຊົາ ແລະ ຮັກສາໄລຍະຫ່າງຈາກບຸກຄົນອື່ນຈົນກ່ວາຈະຄົບ 14 ວັນ (ເພາະໄລຍະບົ່ມເຊື້ອພະຍາດອາດຈະສະແດງອາການ ຫຼື ບໍ່ສະແດງອາການ) ພາຍຫຼັງຄົບກຳນົດການຈຳກັດບໍລິເວນ ຖ້າບໍ່ມີອາການຜິດປົກກະຕິຫຍັງ ຈຶ່ງ ສາມາດອອກໄປເຄື່ອນໄຫວດຳເນີນຊິວິດປະຈຳວັນຕາມປົກກະຕິ;

-ສຳລັບຈຸດບໍລິການ ເກັບຕົວຢ່າງ ທີ່ທາງຄະນະສະ ເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ ແມ່ນ ບໍລິການທຸກວັນ ແຕ່ ເວລາ 9 ໂມງ ຫາ 12 ໂມງ ມີຄື 1 ມ​ສ ສີ​ໂຄດ   2 ສະ​ໝາມ​ກິ​ລາ ຈົ້າ​ອາ​ນຸາ​ວົງ 3 ມ​ສ ລາວຫ​ວຽດ  ແລະ ໂຮງໝໍ ເຊດຖາທິລາດ ສຳລັບ ໂຮງ ໝໍພິດຕະພາບແມ່ນຈະໄດ້ຮັບກງດ ສະເພາະຜູ້ທີ່ສຳພັດໃກ້ຊີດ ແລະມີອາການ ແລະອີກວຽກງານນຶ່ງທີ່ບໍລິການຄຽງຄູ່ກັບການເກັບຕົວຢ່າງ ກໍຄືການໃຫ້ບໍລິການ ສັກວັກຊີນ ປ້ອງກັນ ໂຄວີດ 19 ກໍຂໍໃຫ້ ໃຫ້ພໍ່ແມ່ປະຊາຊົນ ແລະ ທຸກ ພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍ ຈົ່ງພ້ອມໃຈກັນໄປຮັບການສັກຢາວັກຊີນຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ເພື່ອເປັນວິທີທາງນຶ່ງທີ່ຈະສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19ໃນຊຸມຊົນໃນປະເທດເຮົາ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...