ສະຖານເອກອັກລັດລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ມາໄວກວ່າໝູ່ ໂດຍການເປີດບັນຊີທະນາຄານແລະເຊີນຊວນຜູ້ໃຈບຸນ ຮ່ວມບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງອັດຕະປືຂອງລາວ.
ໂດຍເນື້ອໃນລະບຸວ່າ ເນື່ອງຈາກເມື່ອວັນທີ 24 ກໍລະກົດ 2018 ນີ້ ໄດ້ເກີດເຫດອຸທົກກະໄພຢ່າງຮ້າຍແຮງທີ່ແຂວງອັດຕະປື ເຊິ່ງໄດ້ສ້າງຜົນເສຍຫາຍຕໍ່ຊີວິດແລະຊັບສິນຂອງປະຊາຊົນຈຳນວນຫຼວງຫຼາຍ, ປະຊາຊົນມີຄວາມເດືອດຮ້ອນທາງດ້ານຊີວິດການເປັນຢູ່ ດັ່ງນັ້ນ, ຈຶ່ງຂໍເຊີນຊວນຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພຈາກເຫດນໍ້າຖ້ວມດັ່ງກ່າວ ຜ່ານຊ່ອງທາງດັ່ງຕໍ່ໄປນີ້:
- ສະຖານເອກອັກຄະລັດຖະທູດໄທ ບັນຊີທະນາຄານກຸງໄທ ຈຳກັດ ສາຂານະຄອນຫຼວງວຽງຈັນ ຊື່ ບັນຊີ Royal Thai Embassy – Donation ເລກທີ່ບັນຊີ 945-1-03-115-4 (ສະກຸນເງິນບາດ) ຫຼືສາມາດຕິດຕໍ່ສະຖານເອກອັກຄະລັດຖະທູດໄທ ໄດ້ທີ່ໂທລະສັບ +66 2354 6195-6 ຕໍ່ 111 ຫຼື +856 21 214 581-3 ຕໍ່ 111
- ແຂວງອັດຕະປື ເລກບັນຊີສຳລັບການໂອນເງິນເພື່ອຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ ໄດ້ແກ່
– ບັນຊີທະນາຄານການຄ້າຯ ເລກທີ່ບັນຊີ 080110000058308001 (ສະກຸນເງິນກີບ)
– ບັນຊີທະນາຄານພັດທະນາລາວ ເລກທີ່ບັນຊີ 0301800100000004 (ສະກຸນເງິນກີບ)
– ບັນຊີທະນາຄານການຄ້າຯ ເລກທີ່ບັນຊີ 080110100021371001 (ສະກຸນເງິນໂດລາສະຫະລັດ)