Homeທຸລະກິດສະກຸນລາວ ກັບ ການສືບຕໍ່ມູນເຊື້ອການຕໍ່າຫູກຈົກລາຍຂອງລາວ

ສະກຸນລາວ ກັບ ການສືບຕໍ່ມູນເຊື້ອການຕໍ່າຫູກຈົກລາຍຂອງລາວ

Published on

ຈາກການເຕີບໂຕໂດຍເຫັນການຕໍ່າຫູກທໍຜ້າໃນເຮືອນແຕ່ນ້ອຍເຮັດໃຫ້ ມາລາທິບ ແພງສຸວັນ ເກີດມີຄວາມຝັນໃນການສືບຕໍ່ມູນເຊື້ອການຕໍ່າຜ້າຈົກລາຍ ແລະ ດ້ວຍພອນສະຫວັນບວກກັບພອນສະແຫວງໃນການອອກແບບ ແລະ ຄວາມຄິດສ້າງສັນເຮັດໃຫ້ຜືນແພທຸກຢ່າງໃນຮ້ານສະກຸນລາວ ລ້ວນມີລວດລາຍສະເພາະ ເປັນລາຍເອກະລັກທີ່ມີແຕ່ໃນສະກຸນລາວເທົ່ານັ້ນ.

ມາລາທິບ ເພັງລຳພັນ

ມາລາທິບໄດ້ແຮງບັນດານໃຈໃນການຕັ້ງຊື່ຮ້ານມາຈາກວາລະສານສະບັບໜຶ່ງ ເຊິ່ງຕີພິມໃນໄລຍະທີ່ແມ່ຂອງມາລາທິບຍັງເປັນສາວ, ຄໍາວ່າສະກຸນລາວເປັນຄໍາທີ່ສາມາດສື່ເຖິງຄວາມໝາຍຂອງ ການອະນຸຮັກຜົນງານຫັດຖະກຳດ້ານຂອງຄົນລາວ ເຊິ່ງເປັນມູນເຊື້ອຂອງຄົນລາວ ໃຫ້ຍັງຄົງຢູ່, ສວຍງາມ, ມີຄວາມທັນສະໄໝທາງດ້ານລວດລາຍ ແຕ່ຍັງຄົງຮັກສາເອກະລັກຂອງແຜ່ນແພລາວໄວ້ ຄືຫົວໃຈຂອງແຜ່ນແພທຸກຜືນໃນຮ້ານ.

ເມື່ອເຮົາກ້າວເຂົ້າມາໃນຮ້ານສະກຸນລາວປຽບເໝືອນເຮົາກ້າວເຂົ້າມາໃນອີກໂລກໜຶ່ງ ຫຼື ອີກໜຶ່ງກາລະເວລາກໍວ່າໄດ້. ງານອອກແບບທຸກຊິ້ນງານແມ່ນງານສີມືລ້ວນໆ ເລີ່ມຕັ້ງແຕ່ການອອກແບບລວດລາຍການແຕ້ມແບບຈາກຈຸດໜຶ່ງຫາອີກຈຸດໜຶ່ງ ເພື່ອສ້າງຜົນງານໜຶ່ງໃນລາວຈົນເຖິງຂັ້ນຕອນສຸດທ້າຍເປັນສິ້ນສຳເລັດໃຫ້ທ່ານໄດ້ສວມໃສ່. ສິ້ນທຸກຜືນໃນຮ້ານແມ່ນຕໍ່າໂດຍແພຈາກຕ່າງປະເທດປະສົມປະສານກັບແພໄໝ ແລະ ແພຝ້າຍລາວ ແລະ ຈົກລວດລາຍດ້ວຍເສັ້ນໄໝຊະນິດພິເສດຈາກປະເທດຝຣັ່ງ. ມາລາທິບອອກແບບລວດລາຍຕ່າງໆຈາກຄວາມຄິດສ້າງສັນຂອງລາວ ໂດຍໃຊ້ສໍແຕ້ມເທື່ອລະຈຸດເທິງແຜ່ນເຈ້ຍຂອງລາວ, ເມື່ອການອອກແບບສຳເລັດລາວຈະລອງຈົກລວດລາຍນັ້ນດ້ວຍຕົວຂອງລາວເອງມີການປັບການປ່ຽນເສັ້ນຄວາມກວ້າງຄວາມຍາວຂອງລາຍຈົນເປັນດັ່ງທີ່ໃຈລາວຈິນຕະນາການແລ້ວຈິ່ງໄດ້ໃຫ້ຊ່າງໃນຮ້ານສານຕໍ່.

 

 

“ການຈົກລາຍຂອງຮ້ານເຮົາເປັນແບບສະເພາະ ເປັນເອກະລັກຂອງສະກຸນລາວເທົ່ານັ້ນ. ຖ້າທ່ານຊື້ສິ້ນຈາກຮ້ານເຮົາ  ຮັບຮອງວ່າທ່ານຈະບໍ່ເຫັນສິ້ນຜືນອື່ນຄ້າຍກັບຂອງທ່ານຢ່າງແນ່ນອນ” ກ່າວໂດຍມາລາທິບ.

ນອກຈາກການຈົກລາຍທີ່ເປັນເອກະລັກແລ້ວ, ສະກຸນລາວກໍເນັ້ນທາງດ້ານຄຸນນະພາບຂອງຜືນຜ້າສຳຄັນເທົ່າກັນ.

“ສຳລັບການຈົກລາຍນັ້ນ ເຮົາໄດ້ໃຊ້ເສັ້ນໄໝນໍາເຂົ້າຈາກຝຣັ່ງ ເນື່ອງຈາກຄຸນນະພາບສູງກວ່າເສັ້ນໄໝລາວ ແລະ ຈະສາມາດຈົກລາຍໄດ້ຄົມຊັດກວ່າ” ກ່າວຕື່ມໂດຍມາລາທິບ.

ນາງແບບ:​ ພູນຊັບ ພົນໂຍທາ

ແລະ ເຮົາສາມາດເຫັນໄດ້ຢ່າງຊັດເຈນວ່າລາຍສິ້ນທີ່ຈົກດ້ວຍເສັ້ນໄໝຝຣັ່ງ ແລະ ເສັ້ນໄໝລາວມີຄວາມແຕກຕ່າງກັນຢ່າງຊັດເຈນ ມີຄວາມລຽບກວ່າ ປານີດກວ່າ ແລະ ສີສັນຄົມຊັດກວ່າ ເຊິ່ງເຮັດໃຫ້ສະກຸນລາວກາຍເປັນຮ້ານທີ່ວາງໃຈຂອງວ່າທີ່ເຈົ້າສາວຫຼາຍໆທ່ານ ໃນການຕັດຊຸດພິເສດໃນມື້ສຳຄັນທີ່ສຸດຂອງຊີວິດ.

ທາງສະກຸນລາວຍັງຮັບບໍລິການອອກແບບຊຸດແຕ່ງງານສຳລັບຄູ່ບ່າວສາວທີ່ຕ້ອງການຊຸດເຊິ່ງເປັນລາຍສະເພາະຂອງຕົນເອງເຊິ່ງເປັນການອອກແບບລາຍໃໝ່ ແຕ່ລູກຄ້າທີ່ຕ້ອງການງານພິເສດນີ້ຕ້ອງມີການສັ່ງຈອງລ່ວງໜ້າກ່ອນ 6 ເດືອນ! ແລະ ເພື່ອໃຫ້ງານຂອງວ່າທີ່ຄູ່ແຕ່ງງານສະດວກສະບາຍຍິ່ງຂຶ້ນ, ສະກຸນລາວຍັງໃຫ້ບໍລິການພິມນາມບັດແລະໃຫ້ບໍລິການສະປາກະເປົ໋າພ້ອມ.

ແລະ ນີ້ຄືຍິງສາວທີ່ມີຄວາມຝັນອັນຍິ່ງໃຫຍ່, ເລີ່ມຈາກການເຕີບໃຫຍ່ກັບການຕໍ່າຜ້າກາຍມາເປັນນັກອອກແບບທີ່ສ້າງສັນຜົນງານທີ່ບໍ່ມີໃຜທຽບໄດ້.

ນາງແບບ:​ ພູນຊັບ ພົນໂຍທາ

 

 

ແຫຼ່ງຂໍ້ມູນ ແລະ ຮູບພາບ: ວາລະສານຈໍາປາເມືອງລາວ ສະບັບເດືອນພະຈິກ-ທັນວາ 2018

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...