spot_img
Homeພາສາລາວສອງຄຳທີ່ອອກສຽງຄືກັນ: 'ຫຍຸ່ມ' ແລະ 'ຍຸ່ມ', ທ່ານເຄີຍໃຊ້ເຂົ້າໃນການເວົ້າແລະຂຽນຫຼືບໍ່?

ສອງຄຳທີ່ອອກສຽງຄືກັນ: ‘ຫຍຸ່ມ’ ແລະ ‘ຍຸ່ມ’, ທ່ານເຄີຍໃຊ້ເຂົ້າໃນການເວົ້າແລະຂຽນຫຼືບໍ່?

Published on

ສອງຄຳທີ່ອອກສຽງຄືກັນ: ‘ຫຍຸ່ມ’ ແລະ ‘ຍຸ່ມ’, ທ່ານເຄີຍໃຊ້ເຂົ້າໃນການເວົ້າແລະຂຽນຫຼືບໍ່? ຫາກເຄີຍ, ຊ່ວຍອະທິບາຍຄວາມແຕກຕ່າງລະຫວ່າງ 2 ຄຳນີ້ໃຫ້ແດ່!

12118727_539924656160970_7958248288590191008_n

ຄຳຕອບ:
ສອງສັບນີ້ ບໍ່ສູ້ເຫັນເວົ້າແລະຂຽນໃນຊີວິດຕົວຈິງພໍປານໃດ, ເຫັນມີແຕ່ໃນວັດຈະນານຸກົມ.

ໃນວັດຈະນານຸກົມພາສາລາວສະບັບຂອງມະຫາສິລາ ວີລະວົງ ໃຫ້ນິຍາມສອງສັບນີ້ຄືດັ່ງນີ້:
ຫຍຸ່ມ: ເປັນຄຳນາມ ມີຄວາມໝາຍວ່າ ຈຸ້ມ, ຊຸມ, ໝວດ, ໝູ່.
ຍຸ່ມ: ເປັນຄຳກິລິຍາ ມີຄວາມໝາຍວ່າ ຫຸ້ມເຂົ້າ, ຈຸ້ມຫົວເຂົ້າ, ອາການຂອງຄົນຫຼືສັດຈຳນວນຫຼາຍຢູ່ໂຮມກັນ ແລະທຳກິລິຍາຢ່າງດຽວກັນ.

ໃນວັດຈະນານຸກົມພາສາລາວສະບັບສະຖາບັນວິທະຍາສາດສັງຄົມແຫ່ງຊາດ ໃຫ້ນິຍາມດັ່ງນີ້:
ຫຍຸ່ມ: ເປັນຄຳນາມ ມີຄວາມໝາຍວ່າ ຈຸ, ຈຸ້ມ, ຊຸມ, ໝວດ, ໝູ່ ເຊັ່ນ ຫຍ້າເກີດເປັນຫຍຸ່ມໆ.
ຍຸ່ມ: ເປັນຄຳກິລິຍາ ມີຄວາມໝາຍວ່າ ຫຸ້ມເຂົ້າ, ຈຸ້ມຫົວເຂົ້າ, ອາການຂອງຄົນຫຼືສັດຫຼາຍໆຢູ່ໂຮມກັນແລະທຳກິລິຍາອາການຢ່າງດຽວກັນ.

ທີ່ມາ ເພສພາສາລາວ https://www.facebook.com/phasalao?fref=ts

ພສລ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...