spot_img
Homeຂ່າວທ້ອງຖິ່ນສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ສະໄໝພິເສດ ເພື່ອຮັບມືກັບການລະບາດໄວຣັສໂຄໂຣນາ

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ສະໄໝພິເສດ ເພື່ອຮັບມືກັບການລະບາດໄວຣັສໂຄໂຣນາ

Published on

ເວັບໄຊ້ຂ່າວວຽງທຽນທາມລາຍງານໃຫ້ຮູ້ວ່າ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ຈີນ ​ແລະ ປະ​ເທດ​ສະມາຊິກ​ອາ​ຊຽນທັງ 10 ປະ​ເທດ​ຕັດສິນ​ໃຈ​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ຂຶ້ນທີ່ ສປປ ລາວ ​ໃນ​ອາທິດ​ໜ້າ ​ເພື່ອ​ຫາລື​​ບັນຫາ​ເລື່ອງ​ການລະບາດ​ຂອງ​ເຊື້ອພະຍາດປອດອັກເສບຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື CO-VOD 19 ​ໂຄ​ວິດ-19​ ທີ່​ກຳລັ​ງ​ແຜ່​ກະຈາຍ​ຄວບ​ຄຸມ​ທຸກພື້ນທີ່​ທົ່ວ​ຈີນ​.

ແຫຼ່ງຂ່າວ​ເປີດ​ເຜີຍ​ວ່າ ກອງ​ປະຊຸມ​ດັ່ງກ່າວ​ເກີດ​ຂຶ້ນຈາກ​ການສະ​ເໜີ​ຂອງ​ຈີນ​ທີ່​ຕ້ອງການ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບປະ​ເທດ​ສະມາຊິກ​ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ໃນ​ການ​ຮັບ​ມື​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສໂຄ​ໂຣນາ ທີ່​ເຮັດ​ໃຫ້ມີ​ຜູ້​ຕິດ​ເຊື້ອຫຼາຍ​ກວ່າ 40.000 ຄົນ ​ແລະ ​ເສຍ​ຊີວິດ​ແລ້ວ​ອີກ​ຫລາຍ​ກວ່າ 1.000 ຄົນ.

​​ແຫຼ່ງຂ່າວ​ລະບຸ​ວ່າ ຈີນ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ໃນ​ກຸ່ມ​ອາ​ຊຽນມາ​ແຕ່​ອາທິດ​ຜ່ານ​ມາ ທ່າມກາງ​ຄວາມ​ພະຍາຍາມ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ໄວຣັສໂຄ​ໂຣນາ​ທີ່​ຖືກ​ກວດ​ພົບ​ເປັນຄັ້ງທຳ​ອິດ​ເມື່ອ​ທ້າຍ​ປີຜ່ານມາ​ຢູ່​ເມືອງ​ ອູ​ຮັ່ນ ​ເຊິ່ງ​ເປັນ​ເມືອງ​ສູນ​ກາງ​ທຸລະ​ກິດ​ທີ່​ສຳຄັນ​ແຫ່ງ​ໜຶ່ງ​ຂອງ​ຈີນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...