Homeຂ່າວທ້ອງຖິ່ນສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

Published on

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຈະມີການໃຫ້ບໍລິການການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນກິດຈະການໃຫ້ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ໂດຍລາຍເຊັນເອເລັກໂຕຣນິກ ແມ່ນຕົວອັກສອນ, ເຄື່ອງໝາຍ, ສັນຍາລັກຕົວເລກ, ສຽງ ຫຼື ສິ່ງອື່ນທີ່ສ້າງຂື້ນໃນຮູບແບບເອເລັກໂຕຣນິກທີ່ຕິດກັບຂໍ້ມູນເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນ ຕົວຕົນຂອງຜູ້ລົງລາຍເຊັນ ແລະ ຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ. ໃນນັ້ນ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີ 2 ລະດັບ ຄື:

  1. ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (National Root Certificate Authority) ແມ່ນໜ່ວຍງານໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແກ່ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ ເຊິ່ງແມ່ນ ສູນອິນເຕິເນັດແຫ່ງຊາດ ເປັນຜູ້ຮັບຜິດຊອບ.
  2. ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ (Sub – Certificate Authority) ປະກອບມີ 4 ຂົງເຂດຍ່ອຍຄື: ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ (Public Certificate Authority), ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ (Government Certificate Authority), ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ (Foreigner Public Certificate) ແລະ ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ(Private Certificate Authority).

ນອກຈາກນັ້ນ, ປະເພດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ປະກອບມີ: ບໍລິການຢັ້ງຢືນລາຍເຊັນເອເລັກໂຕຣນິກ (Digital Certificate), ບໍລິການຢັ້ງຢືນລະບົບແມ່ຂ່າຍ (Secure Sockets Layer), ບໍລິການປະທັບເວລາ (Time Stamp) ແລະ ບໍລິການອື່ນໆ ຕາມການກໍານົດຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງຂໍໃບອະນຸຍາດນໍາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂໍໃບຮັບຮອງລາຍເຊັນເອເລັກໂຕຣນິກ ນໍາຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ.

ຜູ້ຂໍໃບອະນຸຍາດດັ່ງກ່າວ ຕ້ອງປະກອບເອກະສານ ຄື: (1) ໃບຄໍາຮ້ອງ, (2) ຊີວະປະຫວັດຜູ້ບໍລິຫານ, (3) ຊີວະປະຫວັດວິຊາການເຕັກນິກ ແລະ ໃບຢັ້ງຢືນການສຶກສາ, (4) ສໍາເນົາໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນການສ້າງຕັ້ງ, (5) ໃບຢັ້ງຢືນທີ່ຕັ້ງສໍານັກງານ,​ (6) ບົດວິພາກເສດຖະກິດ ແລະ ແຜນເຕັກນິກ, (7) ກົດລະບຽບການໃຫ້ບໍລິການ, (8) ໃບຢັ້ງຢືນສະຖານະການເງິນຈາກທະນາຄານ ສປປ ລາວ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ.

ເງື່ອນໄຂພິຈາລະນາອອກໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຄື: ມີທຶນຈົດທະບຽນຕໍ່າສຸດ ສິບຕື້ກີບ, ບໍ່ຢູ່ໃນຊ່ວງໄລຍະຖືກອາຍັດຊັບສີນ, ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາບ ຕາມກົດໝາຍຂອງ ສປປ ລາວ ແລະ ບໍ່ເຄີຍຖືກຍຸບເລີກ ຫຼື ຖືກຖອນໃບອະນຸຍາດ ຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມາກ່ອນ.

ໃນການພິຈາລະນາອອກໃບອະນຸຍາດ ແມ່ນ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະພິຈາລະນາອອກໃບອະນຸຍາດໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ພາຍໃນ 45 ວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງ ພ້ອມທັງເອກະສານປະກອບ ຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ. ໃນກໍລະນີໃບຄໍາຮ້ອງຖືກປະຕິເສດ ແມ່ນ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄໍາຮ້ອງຮັບຊາບ ພາຍໃນ 10 ວັນລັດຖະການ.

ສໍາລັບອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ແມ່ນມີອາຍຸຕໍ່າສຸດ 3 ປີ ແລະ ສູງສຸດບໍ່ເກີນ 5 ປີ ເຊິ່ງສາມາດຕໍ່ໄດ້, ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ແມ່ນ 1 ປີ ຫາ 3 ປີ, ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ແມ່ນບໍ່ເກີນ 3 ປີ ແລະ ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ ບໍ່ເກີນ 5 ປີ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...