ວົງ Blackpink ຍັງຄອງອັນດັບ 1 ຍອດວິວສຸງສຸດໃນຢູທູບ

ຍັງໄດ້ຮັບກະແສຄວາມນິຍົມຢ່າງຕໍ່ເນື່ອງສຳລັບ 4 ສາວວົງ Blackpink ຊຶ່ງທຸກໆຊິງເກິລທີ່ປ່ອຍອອກມາຕ່າງກໍໄດ້ຮັບກະແສນິຍົມຢ່າງຫຼວງຫຼາຍ ເວົ້າໄດ້ວ່າວົງ Blackpink ສ້າງປາກົດການໃໝ່ ແລະ ທຳລາຍທຸກສະຖິຕິຂອງວົງການເພງ K-pop.

ຫຼ້າສຸດ ກໍມີການເປີດເຜີຍອອກມາແລ້ວວ່າ ວົງ Blackpink ກາຍເປັນກຸ່ມສິລະປິນທີ່ມີຄົນເຂົ້າເບິ່ງທາງຢູທູບຫຼາຍທີ່ສຸດໃນຂະນະນີ້ ໂດຍມີຍອດວິວຢູ່ທີ່ 1,8 ພັນລ້ານຄັ້ງ ແລະ ຖືເປັນການທຳລາຍສະຖິຕິຄັ້ງໃໝ່ຂອງວົງການເພງ ສ.ເກົາຫຼີ ຫຼັງຈາກທີ່ຄ້າຍເພງ ຍັກໃຫຍ່ຄື JYP ເຄີຍເຮັດສະຖິຕິສູງສຸດໄວ້ເມື່ອປີ 2012.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: daradaily