spot_img
Homeຂ່າວພາຍ​ໃນວິນເນີ ຫຼວງພະບາງ ຄອງຂັນຊະນະເລີດ ດອກປີກໄກ່ ຊີງແຊັມທົ່ວປະເທດ

ວິນເນີ ຫຼວງພະບາງ ຄອງຂັນຊະນະເລີດ ດອກປີກໄກ່ ຊີງແຊັມທົ່ວປະເທດ

Published on

ການແຂ່ງຂັນກີລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2022 ປິດສາກລົງຢ່າງເປັນທາງການ ໃນວັນທີ 4 ກັນຍາ 2022 ຢູ່ສະໂມສອນດອກປີກໄກ່ເສດຖາ ນະຄອນຫຼວງວຽງຈັນ ສະໂມສອນດອກປີກໄກ່ ວິນເນີ ຫຼວງພະບາງ (winner LPB) ສ້າງຜົນງານໄດ້ຢ່າງໂດນເດັ່ນ ຫຼັງຈາກຍາດມາໄດ້ 5 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ ຄອງຂັນທ່ານປະທານສະພາແຫ່ງຊາດ.

ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດ ກ່າວວ່າ:ການແຂ່ງຂັນຄັ້ງນີ້ ດໍາເນີນແຕ່ວັນທີ 1-4 ກັນຍາ ລວມ 4 ວັນເຕັມຈຶ່ງສໍາເລັດ ເຫັນວ່າການແຂ່ງຂັນມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີນັກກີລາ ຄູເຝິກ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ແລະ ທົ່ວປະເທດເຂົ້າຮ່ວມຢ່າງໜາແໜ້ນ ເຕັມຄວາມຈຸຂອງສະໜາມແຂ່ງຂັນໃນຕະຫຼອດ 4 ວັນ ແລະ ຍັງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ຕະຫຼອດການແຂ່ງຂັນ ທີ່ຂາດບໍ່ໄດ້ກໍຄືສະແດງຄວາມຂອບໃຈ ຜູ້ໃຫ້ການສະໜັບສະໜູນ ໂດຍສະເພາະບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນຫຼັກ ເປັນປີທີ 21 ຕິດຕໍ່ກັນ ນອກຈາກນີ້ ຍັງມີ ທະນາຄານພັດທະນາລາວ (LDB) ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ພາກສ່ວນອື່ນໆອີກຈໍານວນໜຶ່ງ.

ການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 11 ລາຍການ ຜ່ານການແຂ່ງຂັນຜົນປາກົດວ່າ: ດ່ຽວເຍົາວະຊົນຊາຍ 12 ປີ ທີ 1 ທ້າວ ນັດທິວ ພົງສັກ (WINNER LPB) ທີ 2 ທ້າວ ສຸພະໄຊ (NEWPAY) ທີ 3 ຮ່ວມ ທ້າວ ບຸນທະວີ ໄຊຍະລາດ (LABDORK) ທ້າວ ສົມຈິດ ແສງຫຼ້າ (ທະນາຄານຮ່ວມທຸລະກິດລາວ-ຫວຽດ) ດ່ຽວເຍົາວະຊົນຊາຍ 15 ປີ ທີ 1 ທ້າວ ອາທິວັດ ອຸດົມສະຫວັດ (WINNER LPB) ທີ 2 ທ້າວ ພຸດນະຄອນ ແກ້ວອໍາພອນ (ຮ່ວມທຸລະກິດລາວ-ຫວຽດ) ທີ 3 ຮ່ວມ ທ້າວ ຄໍາສີ ໂຄດວົງສາ (CAPTAIN) ທ້າວ ລັກສະມີ ສີລາວັນ (WINNER LPB) ຄູ່ເຍົາວະຊົນຊາຍ 15 ປີ ທີ 1 ທ້າວ ມານະສິນ+ທ້າວ ເພັດສະນະກອນ (WINNER LPB) ທີ 2 ທ້າວ ຄໍາສີ (CAPTAIN)+ທ້າວ ເອກະລາດ (ທ່າແຂກໃໝ່) ທີ 3 ຮ່ວມ ທ້າວ ອານຸສິນ+ທ້າວ ຊະນະ (WINNER LPB) ແລະ ທ້າວ ລັກສະມີ+ທ້າວ ວາລັດ (WINNER LPB).

ສຳລັບດ່ຽວເຍົາວະຊົນຊາຍ 18 ປີ ທີ 1 ທ້າວ ສາຍຟ້າ ສິລິວົງ (WINNER LPB) ທີ 2 ທ້າວ ພູບັນດິດ ສຸວັນນະວົງ (WINNER LPB) ທີ 3 ຮ່ວມ ທ້າວ ໄຊຍະສອນ ແກ້ວໄຊ (CAPTAIN) ນາງ ພຸດສະຫວັນ ດາວປະສິດ (JEMBONE) ຄູ່ເຍົາວະຊົນຊາຍ 18 ປີ ທີ 1 ທ້າວ ສາຍຟ້າ+ທ້າວ ພູບັນດິດ (WINNER LPB) ທີ 2 ທ້າວ ໄຊຍະສອນ+ທ້າວ ສຸລິເດດ (CAPTAIN) ທີ 3 ຮ່ວມ ທ້າວ ສຸພະໄຊ+ທ້າວ ຈັນທະບູລີ (KT) ທ້າວ ສະຫຼອງ+ທ້າວ ວິລະເດດ (JEMBONE) ຄູ່ເຍົາວະຊົນປະສົມ 18 ປີ ທີ 1 ທ້າວ ສະຫຼອງ+ນາງ ພຸດສະຫວັນ (JEMBONE) ທີ 2 ທ້າວ ສຸລິໄຊ+ນາງອັດຈິມາ (FRIENDSHIP) ທີ 3 ຮ່ວມ ທ້າວ ສຸກປະເສີດ+ນາງ ສຸດາລັດ (JEMBONE) ທ້າວ ຫຼວງຕິກຸນ+ນາງ ສຸນິດາ (WINNER LPB) ດ່ຽວຊາຍທົ່ວໄປ ທີ 1 ທ້າວ ວິຊຸນນະລາດ ພິຈິດ (ກຸ່ມບໍລິສັດດວງຈະເລີນພັດທະນາ) ທີ 2 ທ້າວ ໄຊສົມພອນ ວົງປະຈິດ (ທະນາຄານຮ່ວມທຸລະກິດລາວ-ຫວຽດ) ທີ 3 ຮ່ວມ ທ້າວ ພອນສັກ ໂຊກທະວີ (LABDORK) ທ້າວ ມານັດ ເພຍສຸລິນ (CAPTAIN) ຄູ່ຊາຍທົ່ວໄປ ທີ 1 ທ້າວ ນາມບຸນ+ທ້າວ ດາວມີໄຊ (LABDORK) ທີ 2 ທ້າວ ແສງອາທິດ+ທ້າວ ພັນທະລັງ (LABDORK) ທີ 3 ຮ່ວມ ທ້າວ ວິຊຸນນະລາດ+ທ້າວ ຣາຊະວົງ (ກຸ່ມດວງຈະເລີນພັດທະນາກໍ່ສ້າງ) ທ້າວ ພອນປະດິດ+ທ້າວ ບຸນປະເສີດ (ຮ່ວມທຸລະກິດລາວ-ຫວຽດ) ຄູ່ປະສົມທົ່ວໄປ ທີ 1 ທ້າວ ພັນທະລັງ+ນາງ ເພັດມະນີ (LABDORK) ທີ 2 ທ້າວ ນາມບູນ+ນາງ ທິດາຈັນ (LABDORK) ທີ 3 ຮ່ວມ ທ້າວ ໄຊສົມພອນ+ນາງ ສິລິພອນ (ຮ່ວມທຸລະກິດລາວ-ຫວຽດ) ທ້າວ ໂພທິພອນ+ນາງ ວິລະກອນ (CAPTAIN)

ຄູ່ຍິງທົ່ວໄປ ທີ 1 ນາງ ເພັດມະນີ+ນາງ ທິດາຈັນ (LABDORK) ທີ 2 ນາງ ວິລະກອນ+ນາງ ປາວິນາ (CAPTAIN) ທີ 3 ຮ່ວມ ນາງ ບູຜາເກສອນ+ນາງ ສິລິພອນ (ຮ່ວມທຸລະກິດລາວ-ຫວຽດ) ນາງ ນະພາວັນ+ນາງ ມະນີວອນ (CAPTAIN) ຄູ່ສະໝັກຫຼິ້ນຊາຍ ທີ 1 ທ້າວ ໂພທິທອນ+ທ້າວ ມານັດ ທີ 2 ທ້າວ ມັງກອນ+ທ້າວ ອານາຈັກ ທີ 3 ຮ່ວມ ທ້າວ ທະນາຫວັດ+ທ້າວ ກອາໄພ (KT) ທ້າວ ສູນນະລາດ+ທ້າວ ສຸກປະເສີດ (ສິໄຄ) ສ່ວນລາງວັນຂັນຊະນະເລີດ ທ່ານປະທານສະພາແຫ່ງຊາດ ໄດ້ແກ່ ສະໂມສອນວິນເນີ ຫຼວງພະບາງ.

ເປັນກຽດເຂົ້າຮ່ວມ ແລະ ຂອງຂວັນລາງວັນມີທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປປ ລາວ ທັງເປັນປະທານສະຫະພັນກີລາດອກປີໄກ່ແຫ່ງຊາດ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການໂອແລມປິກແຫ່ງຊາດລາວ ທ່ານ ສຸລິວັນ ເຊີນວິໄລ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດ ຕາງໜ້າຜູ້ໃຫ້ການສະໜັບສະໜູນຫຼັກ ຄະນະນັກກີລາ ຄູເຝິກ ແລະ ນັກ ກີລາ.
ຂ່າວ-ພາບ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...