ວິທີເພີ່ມຂະໜາດໜ້າເອິກໃຫ້ເບິ່ງຄືໃຫຍ່ຂຶ້ນ ດ້ວຍວິທີທຳມະຊາດ

ສາວໆທີ່ມີໜ້າເອິກນ້ອຍ ໜ້າເອິກແປ ຖ້າຕ້ອງການເພີ່ມຂະໜາດໜ້າເອິກ ແຕ່ບໍ່ຢາກໄປສັນລະຍະກຳຜ່າຕັດໜ້າເອິກໃຫ້ບິກບຶ້ມ ຄວນອ່ານເຄັດລັບທີ່ຈະເວົ້າຕໍ່ໄປນີ້ດ່ວນໆ ແຕ່ຈະເນັດແນວໃດລ່ະ?… ບໍ່ລໍຊ້າ… ເຮົາມາຮູ້ຈັກນຳກັນເລີຍ

1 ເລືອກໃສ່ເສື້ອຊ້ອນທີ່ດັນຊົງນົມ ແບບມີຟອງນ້ຳ

2. ປັບບຸກຄະລິກການຢືນ ການຍ່າງ ຄວນຢືນ ຫຼື ຍ່າງຢືດເອິກ, ແອນເອິກ ຫຼັງຊື່ ບ່າໄຫລ່ຕົງ ຄືນາງແບບເຂົ້າໄວ້

3. ຈັດຊົງນົມໃຫ້ດີໃນເວລາໃສ່ເສື້ອຊ້ອນ

4. ເລືອກໃສ່ເສື້ອທີ່ມີລະໃບ ຫຼື ດອກໄມ້ທີ່ບໍລິເວນໜ້າເອິກ ກໍ່ຈະຊ່ວຍພາງຕາເບິ່ງຄືມີໜ້າເອິກຂຶ້ນມາໄດ້

5. ສຳລັບຄົນທີ່ບໍ່ມັກແຕ່ງຕົວໂຊຫວິວ ກໍ່ໃສ່ປະເພດເສື້ອຄໍອົມ ໂຕສັ້ນ (ເສື້ອຕັ້ງແອວ) ແລະ ນຸ່ງໂສ້ງແອວສູງໃສ່ ແບບນີ້ກໍ່ຊ່ວຍໄດ້

6. ກິນອາຫານປະເພດທີ່ມີໂປໜຕິນເຊັ່ນ: ໄຂ່ໄກ ແລະ ນ້ຳໝາກພ້າວ ເປັນປະຈຳກໍ່ຈະສາມາດເພີ່ມຮໍໂມນເພດຍິງ ຊ່ວຍໃຫ້ໜ້າເອິກທ່ານໃຫຍ່ຂຶ້ນໄດ້

7. ອອກກຳລັງກາຍທ່າທີ່ຊ່ວຍໃຫ້ໜ້າເອິກໃຫຍ່ຂຶ້ນທຸກວັນ

ສາວໆຄົນໃດທີ່ມີໜ້າເອິກນ້ອຍ ແຕ່ຢາກໃຫ້ເບິ່ງແລ້ວມີໜ້າເອິກໃຫຍ່ ເປັນທີ່ດຶງດູດສາຍຕາຂອງຄົນທີ່ພົບເຫັນ ກໍ່ລອງເອົາວິທີທີ່ກ່າວມາຂ້າງເທິງນີ້ໄປປະຕິບັດລອງເບິ່ງເດີ້ ຮັບຮອງວ່າໄດ້ຜົນ ແລະ ບໍ່ເຈັບໂຕ ຫຼື ເສຍເງິນຫຼາຍອີກດ້ວຍ

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!