spot_img
Homeຄວາມງາມວິທີດູແລຜິວທີ່ແພ້ແດດງ່າຍ

ວິທີດູແລຜິວທີ່ແພ້ແດດງ່າຍ

Published on

ຜູ້ທີ່ມີຜິວແພ້ງ່າຍ ຫຼື ຜິວແພ້ແດດກໍ່ຄວນໃຊ້ຄຣີມກັນແດດທີ່ີມີຄ່າ SPF 30 ເປັນຢ່າງຕ່ຳ ຫາກຕ້ອງອອກແດດແຮງອາດຕ້ອງທາເລື່ອຍໆ 3-4 ຊົ່ວໂມງ ແລະ ຄວນຫຼີກລ່ຽງແສງແດດໃນເວລາ 10.00-17.00 ໂມງ ເພາະເປັນຊ່ວງໄລຍະທີ່ຣັງສີ UV ສູງ ແລະ ຣັງສີ UVB ຍັງມີຜົນຕໍ່ການທຳງານຂອງເກາະປ້ອງກັນຜິວໜັງ ເຊິ່ງເປັນສາເຫດຂອງການສູນແສຍເຊຣາໄມ ສະນັ້ນ ການເລືອກຄຣີມກັນແດດທີ່ມີປະສິດຕິພາບມາໃຊ້ນັ້ນເປັນສິ່ງສຳຄັນ

ຄຣີມກັນແດດສຳລັບຜູ້ທີ່ຜິວແພ້ແສງແດດງ່າຍມີ 2 ຊະນິດຄື: Chemical Sunscreen ແລະ Physical Sunscreen  ຫຼື ຮຽກອີກຢ່າງໜຶ່ງວ່າ Non-Chemical Sunscreen ซึ่งເຊິ່ງ Non-Chemical Sunscreen ຈະບໍ່ມີສ່ວນປະສົມຂອງສານດູດຊັບ UV ແຕ່ປະກອບດ້ວຍ zinc oxide ແລະ titanium dioxide ເຊິ່ງມີຄວາມປອດໄພ ຕ້ານການລະຄາຍເຄືອງ ແລະ ຕ້ານອະນຸມູນອິດສະຫຼະ ຊ່ວຍປ້ອງກັນຜິວໜັງໂດຍການສະທ້ອງຣັງສີ UV (ທັງUVA, UVB) ແລະ ແສງອິນຟຣາເຣດ

ການເລືອກຄຣີມກັນແດດທີ່ຖືກຕ້ອງຄວນເບິ່ງວ່າຄ່າ SPF ເປັນຫຼັກ ເຊິ່ງວິທີການຄຳນວນເຊັ່ນ: ຫາກເລືອກຄຣັມກັນແດດທີ່ມີ SPF30 ໝາຍເຖິງ ສາມາດຖືກແດດໄດ້ດົນເປັນ 30 ເທົ່າ ຄື 30 x 20 = 600 ນາທີ ຫຼື ປະມານ 10 ຊົ່ວໂມງ

ດັ່ງນັ້ນ ປູ້ໃຊ້ຄວນເລືອກຄຣີມກັນແດດທີ່ເໝາະສົມກັບການໃຊ້ໃນຊີວິດປະຈຳວັນເຊັ່ນ ຫາກເຮັດວຽກໃນຫ້ອງການກັບເຮັດວຽກຢູ່ກາງແຈ້ງ ກໍ່ຄວນເລືອກຄຣີມກັນແດດທີ່ມີຄ່າ SPF ຕ່າງກັນ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...