spot_img
Home​ຂ່າວທ່ອງທ່ຽວວັດຊຽງຄວັນຈະໄດ້ຮັບການປັບປຸງ ແລະ ພັດທະນາຄືນໃໝ່

ວັດຊຽງຄວັນຈະໄດ້ຮັບການປັບປຸງ ແລະ ພັດທະນາຄືນໃໝ່

Published on

ບໍລິສັດທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ ຈະເຂົ້າພັດທະນາວັດຊຽງຄວນ ຄືນໃໝ່ ດ້ວຍມູນຄ່າການລົງທຶນ 5 ລ້ານໂດລາ ມີໄລຍະສຳປະທານຍາວເຖິງ 30 ປີ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ, ຜູ້ອຳນວຍການບໍລິສັດ ທ່ອງທ່ຽວ ແລະ ການລົງທຶນສາກົນລາວ ຈຳກັດ ກ່າວວ່າ: ພວກເຮົາເຫັນວ່າສະຖານທີ່ທ່ອງທ່ຽວວັດຊຽງຄວນ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ທີ່ຫຼາກຫຼາຍ. ສະນັ້ນ, ບໍລິສັດພວກເຮົາມີຄວາມສົນໃຈ ແລະ ສຶກສາຄວາມເປັນໄປໄດ້ດ້ວຍການສຳຫຼວດ ແລະ ວາງແຜນພັດທະນາສະຖານທີ່ດັ່ງກ່າວຄືນໃໝ່ ທັງເປັນການສ້າງລາຍຮັບດ້ານການທ່ອງທ່ຽວໃຫ້ແກ່ເມືອງນຳອີກ.

ທ່ານກ່າວຕື່ມວ່າ: ເມື່ອເປັນແນວນັ້ນ ທາງບໍລິສັດພວກເຮົາກໍ່ຂໍອະນຸຍາດຈາກອຳນາດການປົກຄອງເມືອງ ດ້ວຍການລົງທຶນເອງທັງໝົດເພື່ອພັດທະນາຄືນໃໝ່ ດ້ວຍຮູບການເຊົ່າສຳປະທານ 30 ປີ ມີມູນຄ່າການລົງທຶນທັງໝົດ 5 ລ້ານໂດລາ ປະກອບມີ 7 ໜ້າວຽກດັ່ງນີ້:

1). ກໍ່ສ້າງປະຕູໂຂງ ແລະ ກຳແພງອ້ອມສວນທີ່ເປັນເອກະລັກທາງດ້ານວັດທະນະທຳ; 2). ປະຕິສັງຂອນພຣະພຸດຣູບ ແລະ ວັດຖຸບູຮານ ເພື່ອໃຫ້ຄົງຢູ່ ແລະ ສວຍງາມຕາມສະພາບເດີມ;3). ປັບປຸງ ແລະ ກໍ່ສ້າງເສັ້ນທາງພາຍໃນສວນ;4). ກໍ່ສ້າງສວນສາທາລະນະ, ປູກຫຍ້າ ແລະ ຕົ້ນໄມ້ປະດັບ; 5). ກໍ່ສ້າງຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ, ເວທີສະແດງ ເພື່ອຮັບໃຊ້ແຂກທີ່ມາທ່ຽວພາຍໃນສວນ;6). ກໍ່ສ້າງຫ້ອງນໍ້າສະອາດ;7). ປັບປຸງສະຖານທີ່ຈອດລົດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ທ່ານ ບຸນຕົງ ພອນສະຫວັດ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ປະຈຳເມືອງຫາດຊາຍຟອງ ໃນນາມເປັນຄູ່ສັນຍາສອງຝ່າຍ ໃຫ້ຮູ້ວ່າ: ໃນບົດວິພາກເສດຖະກິດຂອງບໍລິສັດທີ່ສະເໜີມານີ້ທາງພາກສ່ວນກ່ຽວຂ້ອງຂອງເມືອງກໍ່ເຫັນດີເປັນເອກະພາບໃຫ້ບໍລິສັດເຂົ້າສຳປະທານ ເພື່ອພັດທະນາສິ່ງທີ່ມີຢູ່ໃຫ້ມີຄວາມສວຍງາມຍິ່ງຂຶ້ນ. ສຳລັບການດຳເນີນໂຄງການແບ່ງອອກເປັນ 4 ໄລຍະ ເປັນຕົ້ນແມ່ນ: ການສ້າງບົດວິພາກເສດຖະກິດ-ເຕັກນິກ; ການອອກແບບລະອຽດກ່ຽວກັບແຜນຜັງການກໍ່ສ້າງ; ການຂໍອະນຸຍາດດຳເນີນໂຄງການ ແລະ ການຈັດຕັ້ງປະຕິບັດໂຄງການ.

ພິທີລົງນາມເຊັນສັນຍາການສຳປະທານສວນວັດທະນະທຳຊຽງຄວນ ຈັດຂຶ້ນ ທີ່ສວນວັດທະນະທຳຂອງບໍລິສັດອິນແປງກຣຸບ ໂດຍເປັນການລົງນາມຮ່ວມກັນຂອງທ່ານ ບຸນຕົງ ພອນສະຫວັດ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ປະຈຳເມືອງຫາດຊາຍຟອງ ກັບ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ, ຜູ້ອຳນວຍການບໍລິສັດ ໂດຍຊ້ອງໜ້າທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງໆຫາດຊາຍຟອງ, ມີຜູ້ຕາງໜ້າຈາກພະແນກແຜນການ ນ.ວ, ພະແນກການເງິນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

 

ແຫລ່ງຂ່າວ: ຫນັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...