Homeຂ່າວພາຍ​ໃນວັກຊີນ 6 ແສນກວ່າໂດສ ຮອດ ສປປ ລາວເປັນທີ່ຮຽບຮ້ອຍແລ້ວ!

ວັກຊີນ 6 ແສນກວ່າໂດສ ຮອດ ສປປ ລາວເປັນທີ່ຮຽບຮ້ອຍແລ້ວ!

Published on

COVAX Facility ໃຫ້ການຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 ຈໍານວນ 600,000 ກ່ວາໂດສ໌​ ເເກ່ ສປປ ລາວ.

ຈຳນວນໂດສ໌​ດັ່ງກ່າວເເມ່ນປະກອບມີການບໍລິຈາກໂດຍກົງຈາກ COVAX Facility ພ້ອມດ້ວຍການຊ່ວຍເຫຼືອຈາກປະເທດ ຟິນແລນ, ສວີເດນ ເເລະ ເນເທີແລນ ໂດຍຜ່ານ COVAX Facility – ເຊີ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ – ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX, ພາຍຫຼັງການບໍລິຈາກໃນຕົ້ນເດືອນພະຈິກທີ່ຜ່ານມານີ້.

ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້​ປະກອບມີ​​ວັກຊີນ AstraZeneca 132,000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility,  ເຊິ່ງປະກອບມີ 100,800 ໂດ​ສຈາກ​ປະເທດຟິນແລນ, 199,200 ໂດ​ສ໌ ​ຈາກປະເທດສວີເດນ ແລະ 199,200 ໂດ​ສ໌ ຈາກປະເທດເນເທີແລນ.

ໂດຍໃຫ້ກຽດເຂົ້ນຮ່ວມໃນຄັ້ງນີ້ ພະນະທ່ານ​ ດຣ. ດຣ ສະໜອງ ທອງຊະນະ , ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຍິນດີຕ້ອນຮັບການຈັດສັນວັກຊີນຊຸດໃໝ່ນີ້ຈາກ COVAX Facility ພ້ອມດ້ວຍ ພະ​ນະທ່າ ນາງ​ ອີນາ ມາກຊີອູລີໂອນີເຕ,​ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ດຣ. ຈູນ ກາວ​, ​ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ ແລະທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.

ໂດຍຈະນຳເອົາວັກຊີນດັ່ງກ່າວມາເສີມຂະຫຍາຍຂະບວນການ​ສັກ​ວັກຊີນ​ກັນພະຍາດໂຄວິດ-19, ໂດຍສະເພາະໃນປັດຈຸບັນນີ້ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍ​ໃໝ່​ຂອງການສັກ​ວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດ​ໃນທ້າຍປີ 2021 ນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...