spot_img
Homeຂ່າວການສຶກສາ(ວປກ) ​​ເປີດສົກຮຽນໃໝ່ ສົກຮຽນ 2022​-2023

(ວປກ) ​​ເປີດສົກຮຽນໃໝ່ ສົກຮຽນ 2022​-2023

Published on

ໃນວັນທີ​ 15​ ກັນຍາ​ 2022 ຜ່ານມາ, ວິທະຍາຄານປ້ອງກັນຊາດໄກ ສອນພົມວິຫານ​ (ວປກ) ​ໄດ້​ເປີດສົກຮຽນໃໝ່ ສົກຮຽນ 2022​-2023 ໂດຍການເປັນປະ ທານຂອງ ສະຫາຍ​ ພົນຕີ​ ຄໍາຫຼ້າ ພັນໄຊຍະສຸກ ​ຫົວໜ້າ​ການເມືອງ​ ວປກ,​ ມີ​ ຄະນະພັກ-ຄະນະອໍາ ນວຍການ, ຄະນະບັນຊາ ວປກ,​ ແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆ,​ ຄະນະຮັບຜິດຊອບນັກສຶກສາ,​ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ສະຫາຍ ​ພັນເອກ​ ບຸນຍອງ ດວງດີີ​ ຮອງຫົວໜ້າກົມອົບຮົມ- ກໍ່ສ້າງ​ ວປກ​, ໄດ້ລາຍງານຈຸດ ພິເສດ,​ ສະພາບການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ແຜນການບໍາລຸງ-ກໍ່ສ້າງນາຍທະ ຫານ ໃນຊຸດນີ້​ ແລະ ​ຜ່ານແຜນ ການບໍາລຸງ-ກໍ່ສ້າງນາຍທະຫານ ສົກຮຽນ 2022​-2023, ລວມ ມີຈຸດປະສົງຄາດໝາຍ,​ ມາດຖານ ເງື່ອນໄຂຂອງນັກສຶກສາ ທີ່ຈະ ເຂົ້າມາສຶກສາຮໍ່າຮຽນຢູ່ ວປກ,​ ໂຄງການຫຼັກສູດການບໍາລຸງ-ກໍ່ສ້າງແຕ່ລະເປົ້າໝາຍ,​ ຂໍ້ສະ ດວກ-ຂໍ້ຫຍຸ້ງຍາກ ແລະ​ ການຈັດ ຕັັ້ງປະຕິບັດ​ການຮຽນ-ການ ສອນ. ສໍາລັບສົກຮຽນ 2022- 2023 ນີ້,​ ມີນັກສຶກສາທັງໝົດ​ 710 ສະຫາຍ.

ໃນນີ້, ມີນັກສຶກ ສາເກົ່າ 329 ສະຫາຍ ແລະ ນັກ ສຶກສາໃໝ່ 381​ ສະຫາຍ ໃນຈໍາ ນວນ​ 14​ ເປົ້າໝາຍຄື: ກໍ່ສ້າງເລັ່ງ ລັດຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XIX ຈໍານວນ​ 30​ ສະຫາຍ,​ ກໍ່ສ້າງປະລິນຍາ ໂທການທະຫານ​ລະບົບ​ 2 ປີ ​ຊຸດ ທີ ​XV ຈໍານວນ​ 17​ ສະຫາຍ,​ ກໍ່ ສ້າງປະລິນຍາໂທການເມືອງລະ ບົບ​ 2 ປີ​ ຊຸດທີ​ XV ຈໍານວນ​ 13​ ສະຫາຍ,​ ກໍ່ສ້າງປະລິນຍາຕີ ການທະຫານ ຂັ້ນກອງພັນໃຫຍ່-ກອງພົນ ລະບົບ 2 ປີ ຊຸດທີ​ XIII​ ຈໍານວນ 30 ສະຫາຍ,​ ກໍ່ສ້າງ ເລັ່ງລັດການທະຫານຂັ້ນກອງພັນ ໃຫຍ່​ລະບົບ 1 ປີຊຸດທີ VIII ຈໍານວນ 20 ສະຫາຍ, ​ກໍ່ສ້າງເລັ່ງ ລັດການທະຫານຂັ້ນກອງພັນ ນ້ອຍລະບົບ 1 ປີ ຊຸດທີ VIII ຈໍານວນ 22 ສະຫາຍ,​ ກໍ່ສ້າງຄູເລັ່ງລັດ ການທະຫານຂັ້ນກອງພັນໃຫຍ່- ກອງພົນ ລະບົບ 1 ປີ ຊຸດທີ I ຈໍານວນ 30 ສະຫາຍ, ກໍ່ສ້າງ ຊັ້ນສູງພາສາຫວຽດນາມ ລະບົບ 3 ປີ ຊຸດທີ XII ຈໍານວນ 25 ສະຫາຍ,​ ກໍ່ສ້າງຊັ້ນສູງພາສາຈີນ ລະບົບ 4 ປີ ຊຸດທີ XV, XVI (ຮຽນຕໍ່ປີ 3, ​ປີ 4) ຈໍານວນ 33 ສະຫາຍ,​ ກໍ່ສ້າງຊັ້ນສູງພາ ສາອັງກິດ ລະບົບ 4 ປີ ຊຸດທີ XVIII ຈໍານວນ 30 ສະຫາຍ,​ ກໍ່ສ້າງຊັ້ນສູງພາສາຣັດເຊຍ ລະ ບົບ 3 ປີ ຊຸດທີ ​VI ຈໍານວນ 21 ສະຫາຍ, ກໍ່ສ້າງເລັ່ງລັດພາ ສາອັງກິດ ລະບົບ 1 ປີຊຸດທີ XVI ຈໍານວນ 20 ສະຫາຍ,​ ບໍາລຸງ ​ວຽກງານ​ ປກຊ-ປກສ​ ໃຫ້ການ ນໍາພັກ-ລັດ​ ໄລຍະ​ 64 ວັນ ຊຸດ ທີ XX​ ແລະ​ XXI ຈໍານວນ ​60 ​ສະຫາຍ​ (ເປີດເປັນ 2 ຊຸດ, ​ຊຸດ ລະ 30 ສະຫາຍ) ​ແລະ ບໍາລຸງ ວຽກງານການທະຫານ ທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ VIII ຈໍາ ນວນ 30 ສະຫາຍ.​ສະຫາຍ ​ ພົນຕີ​ ຄໍາຫຼ້າ ພັນ ໄຊຍະສຸກ ໄດ້ມີ​ຄໍາ​ເຫັນ​ຊີ້​ນໍາ​ຫຼາຍ​ບັນຫາ​ສໍາຄັນ ຕໍ່​ຄະນະ​ຮັບ ຜິດຊອບ ກໍ​ຄື ຄູ-​ອາ​ຈານ ​ເພື່ຶອ​ເປັນແນ​ວທາງ ​ແລະ ບ່ອນ​ອີງໃນ ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ຮຽນ-ການ​ສອນໃຫ້​ຮັບປະກັນ​ຄຸນ​ນະພາ​ບ.

ພ້ອມທັງ​, ຮຽກຮ້ອງ​ໃຫ້ນັກ​ສຶກສາ​ແຕ່​ລະສະ​ຫາຍ ​ເອົາ​ໃຈ​ໃສ່​ເຝິກຝົນ​ຫຼໍ່ຫຼອມ​ຕົນເອງໃຫ້​ມີ​ຄຸນ​ທາດ​ການ​ເມືອງໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ດຸ​ໝັ່ນ​ຄົ້ນຄວ້າ​ຮໍ່າຮຽນ​ສະ​ແຫວ​ງ ຫາ​ຄວາມ​ຮູ້​ ເພື່ອ​ພັດທະນາ​ຕົນ ​ເອງ, ມີ​ສະຕິ​ຕໍ່​ການ​ຈັດ​ຕັ້ງ, ​ເຄົາ ລົບ ​ແລະ ປະຕິບັດ​ຂໍ້​ກຳນົດກົ​ດລະ ບຽບ​ຂອງ​ກອງທັບ ກໍ​ຄືຂອງ​ວິ ທະຍາຄານ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ​ຮັກສາ​ຄວາມ​ສາມັກ​ຄີ​ໃຫ້​ ເປັນ​ປຶກ​ແຜ່ນ​ແໜ້ນໜາ ​ແລະ ​ປະ ກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້​າ​ໃນ​ການ​ປັບປຸງພັດທະນາອົງການ, ກົມ​ກອງ ກໍ​ຄື​ວິທະຍາ​ຄານ ໃຫ້ນັບ ມື້ເຕີບ​ໃຫຍ່ ໜັກ​ແໜ້ນ ເຂັ້ມ​ແຂງ.

ແຫຼ່ງຂ່າວ: Lao people’s Army News

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...