ລົດດັບເພີງລຸ້ນໃໝ່ໄວ 300 ກວ່າກິໂລແມັດຕໍ່ຊົ່ວໂມງ

0
1596

ໃນຍຸກປັດຈຸບັນ, ມະນຸດເຮົາ ແມ່ນມີຫົວຄິດປະດິດສ້າງ ແລະສ້າງສັນສິ່ງໃໝ່ໆ ຂຶ້ນມາສະເໜີ ເພື່ອຮອງຮັບການດຳລົງ ຊີວິດໃນຍຸກໃໝ່ ໃຫ້ສະດວກສະບາຍ ແລະວ່ອງໄວ, ຫລ້າສຸດ ຢູ່ນະຄອນຫລວງດູໄບ ປະເທດສະຫະລັດ ອາຣັບເອມີເຣດ ກໍໄດ້ຜະລິດ ລົດດັບເພີງ ທີ່ມີຄວາມໄວ ທີ່ສຸດໃນໂລກຂຶ້ນມາ ໂດຍລົດຄັນດັ່ງກ່າວ ມີຄວາມໄວ 335 ກິໂລແມັດ ຕໍ່ຊົວໂມງ.
ລົດຄັນດັ່ງກ່າວແມ່ນ ດັດແປງມາຈາກລົດຍົນ ໂດຍເພີ່ມຄວາມແຮງ ຂອງເຄື່ອງຈັກ ໃຫ້ມີຄວາມໄວສູງຂຶ້ນ ແລະ ຕິດຕັ້ງອຸປະກອນດັບເພີງທີ່ຈຳເປັນຕ່າງໆ, ໃນປັດຈຸບັນ ລົດດັບເພີງລຸ້ນດັ່ງກ່າວໄດ້ນຳໄປໃຊ້ງານແລ້ວຈຳນວນ 2 ຄັນ ແລະລັດຖະບານ ກໍກຽມທີ່ຈະຈັດຊື້ເພີ່ມອີກ 2 ຄັນ ພາຍໃນປີ 2016 ນີ້, ໂດຍແຕ່ລະຄັນມີລາຄາປະມານ 135.860 ໂດລາສະຫະລັດໂດຍ ບໍ່ລວມກັບລາຄາອຸປະກອນ ທີ່ຕິດຕັງເພີ່ມເຕີມ, ພາຍຫລັງທີ່ມີ ການນຳໃຊ້ລົດຄັນດັ່ງກ່າວກໍເຫັນວ່າ ມີປະສິດທິຜົນ ໃນການດັບເພີງ ແລະຍັງສາມາດ ໄປເຖິງສະຖານທີ່ ເກີດເຫດໄດ້ໄວສາມາດຫລຸດຜ່ອນ ຜົນເສຍຫາຍ ທີ່ເກີດຂຶ້ນຈາກໄຟໄໝ້

ທີ່ມາ: ປະເທດລາວ