spot_img
Homeຂ່າວການສຶກສາລາວ-ເອີຣົບ ເພີ່ມທະວີການຮ່ວມມື ດ້ານການສຶກສາຊັ້ນສູງ

ລາວ-ເອີຣົບ ເພີ່ມທະວີການຮ່ວມມື ດ້ານການສຶກສາຊັ້ນສູງ

Published on

ກະຊວງສຶກສາທິການ​ ​ແລະ ກິລາມະຫາວິທະຍາໄລແຫ່ງຊາດ ແລະ ສະຫະພາບເອີຣົບໄດ້ຮ່ວມກັນຈັດກອງປະຊຸມຮ່ວມມື ດ້ານການສຶກສາຊັ້ນສູງ ລະຫວ່າງ ສປປ ລາແລະ ສະຫະພາບເອີຣົບ ຄັ້ງທີ 2 ຂຶ້ນໃນວັນທີ 15 ພະຈິກນີ້ ຢູ່ນະຄອນຫລວງວຽງຈັນ,ໂດຍມີທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການແລະ ກິລາ, ທ່ານ ສົມສີ ຍໍພັນໄຊ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດແລະ ທ່ານເລໂອ ຟາແບ໋ກເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳລາວເຂົ້າຮ່ວມເພື່ອເປີດເວທີໃຫ້ມີການປຶກສາຫາລື, ​ແລກປ່ຽນຄວາມເຫັນລະຫວ່າງ ສປປ ລາວ ​​ແລະ ສະຫະພາບເອີຣົບ ລວມທັງເທດສະມາຊິກ ​​ເພື່ອຊອກຫາຊ່ອງທາງໃນການປັບປຸງຄຸນນະພາບການສຶກສາຊັ້ນສູງ, ຍົກສູງການແລປ່ຽນ, ການຮ່ວມມືກໍຄື ການໄປສຶກສາຕໍ່ແລະ ຝຶກອົບຮົມໃນເອີຣົບ.

ທ່ານເລໂອ ຟາແບ໋ກກ່າວວ່າ: ກອງປະຊຸມດັ່ງກ່າວ, ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນການຍົກສູງການແລກປ່ຽນ ດ້ານວຽກງານການສຶກສາແລະ ການຕິດຕໍ່ພົວພັນ ລະຫວ່າງ ລາວ ​- ​ເອີຣົບ, ​ໂດຍຜ່ານການຕິດຕໍ່ພົວພັນ ການແລກປ່ຽນດ້ານວິຊາການ ລາວ-​ເອີຣົບເຊິ່ງຈະເຮັດໃຫ້ມີ​ຄວາມຮັບຮູ້ເຂົ້າ​​ໃຈເຊິ່ງກັນ ແລະ ກັນຫລາຍຂຶ້ນ ​​ຫລັງຈາກໄດ້ຈັດງານ​​ແລກປ່ຽນໂຄສະນາກອບການຮ່ວມມືແລະ ທຶນການສຶກສາໃນສາມແຂວງ​ ​ເມື່ອບໍ່ດົນມານີ້ ກໍຄື ຫລັງຈາກກອງປະຊຸມໃນຄັ້ງນີ້ ຄາດວ່າ ຈະເຮັດໃຫ້ຈຳນວນໂຄງການຮ່ວມມື ກັບມະຫາວິທະຍາໄລໃນ ສປປ ລາວແລະ ນັກຮຽນຈາກລາວ ທີ່ໄດ້ຮັບທຶນການສຶກສາຕໍ່ໃນເອີຣົບໃນກອບ​​ແຜນງານເອຣັສມຸສ ພຣັສເພື່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ ບັນດາພະນັກງານ, ຄູອາຈານແລະ ນັກສຶກສາ ຈາກເອີຣົບ ກໍສາມາດ​​ເດີນທາງມາແລກປ່ຽນຢູ່ ສປປ ລາວໄດ້ຄືກັນ.

ໃນປີ 2004 ​​ເປັນຕົ້ນມາ ອີຢູໄດ້ສະໜອງທຶນການສຶກສາ ຫລາຍກວ່າ 250 ທຶນໃຫ້ແກ່ນັກສຶກສາລາເພື່ອສືບຕໍ່ການສຶກສາໃນລະດັບຕ່າງໆເຊັ່ນ: ການຝຶກອົບຮົມວິຊາສະເພາະ ລະດັບປະລິນຍາຕີ, ​ປະລິນຍາໂທແລະ ປະລິນຍາເອກໃນປະເທດຕ່າງໆ ທີ່ເປັນສະມາຊິກ ອີຢູ.
ແຫລ່ງຂ່າວ:
ຂປລ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...