Homeຂ່າວການສຶກສາລາວ-ເອີຣົບ ເພີ່ມທະວີການຮ່ວມມື ດ້ານການສຶກສາຊັ້ນສູງ

ລາວ-ເອີຣົບ ເພີ່ມທະວີການຮ່ວມມື ດ້ານການສຶກສາຊັ້ນສູງ

Published on

ກະຊວງ​ສຶກສາ​ທິການ​ ​ແລະ ກິລາ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ແລະ ສະຫະພາບ​ເອີ​ຣົບ ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ຮ່ວມ​ມື​ ດ້ານ​ການ​ສຶກສາ​ຊັ້ນສູງ ລະຫວ່າງ ສປປ ລາ​ວ ​ແລະ ສະຫະພາບ​ເອີຣົບ ຄັ້ງທີ 2 ຂຶ້ນ ​ໃນ​ວັນ​ທີ 15 ພະຈິກນີ້ ຢູ່ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ມີ​ທ່ານ ນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ທ່ານ ສົມ​ສີ ຍໍ​ພັນ​ໄຊ ຮັກສາ​ການ​ອະທິການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ແລະ ທ່ານ ​ເລ​ໂອ ຟາ​ແບ໋ກ ​ເອກ​ອັກຄະ​ລັດຖະທູດ ສະຫະພາບ​ເອີຣົບ ປະຈຳ​ລາວ ​ເຂົ້າຮ່ວມ ​ເພື່ອ​ເປີດ​ເວທີ​ໃຫ້​ມີ​ການ​ປຶກສາ​ຫາລື, ​ແລກປ່ຽນ​ຄວາມ​ເຫັນລະຫວ່າງ ສປປ ລາວ ​​ແລະ ສະຫະພາບ​ເອີຣົບ ລວມທັງ​ປ​ະ​ເທດ​ສະມາຊິກ ​​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ ໃນ​ການ​ປັບປຸງ​ຄຸນ​ນະພາບການ​ສຶກສາ​ຊັ້ນສູງ, ຍົກ​ສູງ​ການ​ແລ​ກ​ປ່ຽນ, ການ​ຮ່ວມ​ມືກໍ​ຄື ການ​ໄປ​ສຶກສາ​ຕໍ່ ​ແລະ ຝຶກ​ອົບຮົມ​ໃນ​ເອີຣົບ.

ທ່ານ ​ເລ​ໂອ ຟາ​ແບ໋ກ ​ກ່າວ​ວ່າ: ກອງ​ປະຊຸມ​ດັ່ງກ່າວ, ​ແມ່ນ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ​ໃນການຍົກ​ສູງ​ການ​ແລກປ່ຽນ ​ດ້ານ​ວຽກ​ງານ​ການ​ສຶກສາ ​ແລະ ການ​ຕິດ​ຕໍ່​ພົວພັນ ​ລະຫວ່າງ ລາວ ​- ​ເອີຣົບ, ​ໂດຍ​ຜ່ານ​ການ​ຕິດ​ຕໍ່​ພົວພັນ ການ​ແລກປ່ຽນ​ດ້ານ​ວິຊາ​ການ ລາວ-​ເອີ​ຣົບ ​ເຊິ່ງຈະ​ເຮັດ​ໃຫ້​ມີ​ຄວາມຮັບ​ຮູ້ເຂົ້າ​​ໃຈ​ເຊິ່ງກັນ ​ແລະ​ ກັນ​ຫລາຍ​ຂຶ້ນ ​​ຫລັງ​ຈາກ​ໄດ້​ຈັດ​ງານ​​ແລກປ່ຽນ​ ໂຄສະນາກອບ​ການ​ຮ່ວມ​ມື ​ແລະ ທຶນ​ການ​ສຶກສາ​ໃນ​ສາມ​ແຂວງ​ ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ຄື ຫລັງຈາກ​ກອງ​ປະຊຸມ​ໃນ​ຄັ້ງນີ້ ຄາດ​ວ່າ ຈະ​ເຮັດ​ໃຫ້​ຈຳນວນ​ໂຄງການຮ່ວມ​ມື ​ກັບ​ມະຫາວິທະຍາ​ໄລ​ໃນ ສປປ ລາວ ​ແລະ ນັກຮຽນຈາກ​ລາວ​ ທີ່​ໄດ້​ຮັບ​ທຶນ​ການ​ສຶກສາ​ຕໍ່​ໃນ​ເອີຣົບ ​ໃນ​ກອບ​​ແຜນ​ງານ ​ເອຣັສມຸສ ພຣັສ ​ເພື່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ເຊັ່ນ​ດຽວ​ກັນ ບັນດາ​ພະນັກງານ, ຄູ​ອາຈານ ​ແລະ ນັກ​ສຶກສາ ຈາກ​ເອີຣົບ ກໍ​ສາມາດ​​ເດີນທາງ​ມາ​ແລກປ່ຽນ​ຢູ່ ສປປ ລາວ ​ໄດ້​ຄື​ກັນ.

ໃນ​ປີ 2004 ​​ເປັນຕົ້ນມາ ອີ​ຢູ ​ໄດ້​ສະໜອງ​ທຶນ​ການ​ສຶກສາ ​ຫລາຍ​ກວ່າ 250 ທຶນ ​ໃຫ້​ແກ່​ນັກ​ສຶກສາລາ​ວ ​ເພື່ອ​ສືບ​ຕໍ່​ການ​ສຶກສາ​ໃນ​ລະດັບ​ຕ່າງໆ ​ເຊັ່ນ: ການ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ ລະດັບປະລິນຍາ​ຕີ, ​ປະລິນຍາໂທ ​ແລະ ປະລິນຍາ​ເອກ ​ໃນ​ປະ​ເທດ​ຕ່າງໆ ທີ່​ເປັນ​ສະມາຊິກ​ ອີ​ຢູ.
ແຫລ່ງຂ່າວ:
ຂປລ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...