spot_img
Homeຂ່າວພາຍ​ໃນລາວ-ສ.ເກົາຫຼີ ແລກປ່ຽນບົດຮຽນ ການພັດທະນາເສດຖະກິດ-ສັງຄົມ

ລາວ-ສ.ເກົາຫຼີ ແລກປ່ຽນບົດຮຽນ ການພັດທະນາເສດຖະກິດ-ສັງຄົມ

Published on

ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດຖະມົນຕີ ກະຊວງ​ການ​ເງິນ​ຂອງ ​ສປປ ລາວ ແລະ ສ.ເກົາຫຼີ ຈັດ​ຂຶ້ນ​ວັນ​ທີ 10 ມັງກອນ 2014 ທີ່​ໂຮງແຮມ​ລາວ​ພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຮ່ວມ​ລະຫວ່າງ ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດຖະມົນຕີ​ວ່າການ ກະຊວງ​ການ​ເງິນ​ຂອງ ​ສປປ ລາວ ແລະ ທ່ານ ໂອ ໂຊກ ຮຸນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ ກະຊວງ​ຍຸດ​ທະ​ສາດ ແລະ ການ​ເງິນ​ແຫ່ງ ສ.ເກົາຫຼີ.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ແລກປ່ຽນ​ບົດຮຽນ​ດ້ານ​ການ​ພັດທະນາ​ເສດຖະກິດ-ສົງ​ຄົມ ກໍ່​ຄື​ການຈັດຕັ້ງ​ປະຕິບັດ​ໂຄງການ ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ສ.ເກົາຫຼີ ທີ່​ເຫັນ​ໄດ້​ທັງ​ຄວາມ​ຄືບ​ໜ້າ ກໍ່​ຄື​ຄວາມ​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່ ​ສປປ ລາວ ເພື່ອ​ເປັນ​ຂໍ້​ມູນ​ເພີ່ມ​ເຕີມ​ໃຫ້​ແກ່​ການ​ປຶກສາ​ຫາລື ໃນ​ການ​ສ້າງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງ​ສອງ​ປະເທດ​ໃນຕໍ່ໜ້າ ເພື່ອ​ປະກອບສ່ວນ​ສະໜັບສະໜູນ ​ສປປ ລາວ ໃຫ້​ບັນລຸ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ໃນ​ປີ 2015 ແລະ ນຳພາ​ປະເທດ​ຊາດ ອອກ​ຈາກ​ສະຖານະ​ດ້ອຍ​ພັດທະນາ ໃນ​ປີ 2020.

ທັງ​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ ແລະ ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື ແລະ ການ​ຊ່ວຍເຫຼືອ​ຂອງ ສ.ເກົາຫຼີ ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ທ່ານ ພູ​ເພັດ ຄຳ​ພູນ​ວົງ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ລັດຖະບານ ສ.ເກົາຫຼີ ກໍ່​ຄື​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸດ​ທະ​ສາດ ແລະ ການ​ເງິນ​ແຫ່ງ ສ.ເກົາຫຼີ ທີ່​ໄດ້​ໃຫ້​ຄວາມ​ເອົາໃຈໃສ່ ແລະ ຊຸກຍູ້​ກອງ​ທຶນ​ຮ່ວມ​ມື​ເພື່ອ​ພັດທະນາ​ເສດຖະກິດ (EDCF) ໃນ​ການ​ສະໜອງ​ເງິນ​ກູ້​ດອກ​ເບັ້ຍ​ຕ່ຳ​ໃຫ້ ​ສປປ ລາວ ທ່ານ​ຍັງ​ເຊື່ອ​ໝັ້ນ​ວ່າ ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ນີ້ ຈະ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພົບ​ປະກັນ​ຕື່ມ​ໃນ​ຄັ້ງ​ຕໍ່ໆ​ໄປ ເພື່ອ​ແລກປ່ຽນ​ຄວາມ​ຄິດ​ເຫັນ ແລະ ສົ່ງເສີມ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ກໍ່​ຄື​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະເທດ.

ທີ່ມາ http://www.vientianemai.net/teen/khao/1/10972

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...