spot_img
Homeມຸມຂ່າວ AECລາວ​ ກຽມ​ຄວາມ​ພ້ອມສ້າງ​ ມາດ­ຕະ­ຖານ​ຄຸ­ນະ­ພາບສິນ­ຄ້າ​ ກ້າວ​ເຂົ້າ AEC

ລາວ​ ກຽມ​ຄວາມ​ພ້ອມສ້າງ​ ມາດ­ຕະ­ຖານ​ຄຸ­ນະ­ພາບສິນ­ຄ້າ​ ກ້າວ​ເຂົ້າ AEC

Published on

20150518093833

ກົມ​ມາດ­ຕະ­ຖານ ແລະ ວັດ­ແທກ ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ຮ່ວມ​ກັບຊ່ຽວ­ຊານ​ໂຄງ­ການ​ສ້າງ​ຄວາມເຂັ້ມ­ແຂງ​ທາງ​ດ້ານ​ໂຄງ​ລ່າງ​ຄຸນະ​ພາບ​ ແຫ່ງ​ຊາດ (EIF TIER II) ຈັດ​ເຝິກ­ອົບ­ຮົມ​ການ​ສ້າງ​ຄວາມເຂົ້າ­ໃຈ​ມາດ­ຕະ­ຖານ​ສາ­ກົນ ISO/IEC 17065 ກ່ຽວ​ກັບ​ວຽກງານ​ການ​ຢັ້ງ­ຢືນ​ຜະ­ລິດ​ຕະ​ພັນ​ ຂະບວນ​ການ ແລະ ການ​ບໍ­ລິ­ການ ໂດຍ​ໄດ້ຮັບ​ການ​ສະ­ໜັບ­ສະ­ໜູນຈາກ​ໂຄງ­ການ​ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ໂຄງ​ ລ່າງ​ຄຸ​ນະພາບແຫ່ງ​ຊາດ ຂຶ້ນ​ວັນ​ທີ 18 ພຶດສະ­ພາ 2015 ທີ່​ໂຮງ­ແຮມ​ລາວ ພລາ​ຊາ ນະ­ຄອນ­ຫຼວງວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບົວ​ແພງ ຮັກ­ສາ​ການ​ຫົວ­ໜ້າ​ກົມມາດ­ຕະ­ຖານ ແລະ ວັດ­ແທກ ມີ​ນັກ​ເຝິກ­ອົບ­ຮົມ 30 ທ່ານ ທີ່​ມາຈາກ​ກົມ​ອາ­ຫານ ແລະ ຢາ ສູນວິ­ໄຈອາ­ຫານ ແລະ ຢາ ຫ້ອງ​ທົດລອງ​ຄະ­ນະກຳ­ມະ­ການ​ສຳ​ຫຼວດ​ອອກ​ແບບ ແລະ ວິ­ໄຈ​ວັດສະ​ດຸ ຈາກ​ກະ­ຊວງໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ມະຫາ​ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ຄະ­ນະກຳ­ມະ­ການ​ແຫ່ງ​ຊາດ ດ້ານ​ການຢັ້ງ­ຢືນ ແລະ ພະ­ນັກ­ງານ​ພາຍ​ໃນກົມ​ດັ່ງ­ກ່າວ​ເຂົ້າ​ຮ່ວມ.

ການ​ຈັດ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ​ແມ່ນເພື່ອ​ສືບ­ຕໍ່​ວຽກ​ງານ​ການ​ຢັ້ງ­ຢືນຜະ­ລິດ​ຕະ​ພັນ​ ຂະ​ບວນການ ແລະ ການ​ບໍ­ລິ­ການ​ສິນ­ຄ້າ​ ທີ່​ຕິດ​ພັນ​ກັບວຽກ​ງານ​ຄຸ­ນະ­ພາບ ແລະ ທັງເປັນ​ການຍົກ​ລະ­ດັບ​ຄວາມ​ຮູ້ ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ຄວາມ​ສຳຄັນ ແລະ ການ​ນຳ​ໃຊ້​ມາດ​ຕະຖານສາ­ກົນ ໂດຍ​ສະ­ເພາະບັນດາ​ປະ­ເທດ​ທີ່​ກຳ­ລັງ​ພັດ­ທະ­ນາ ວຽກ​ງານ​ການ​ຢັ້ງ­ຢືນ​ຜະ­ລິດ​ຕະພັນ ແລະ ສິນ­ຄ້າ ​ເປັນ​ວຽກ​ງານໜຶ່ງ​ທີ່​ສຳ­ຄັນ ແລະ ມີ​ຄວາມ​ຈຳເປັນ​ທີ່​ສຸດ​ສຳ­ລັບ​ໂຄງລ່າງ​ດ້ານຄຸ­ນະ­ພາບ​ແຫ່ງ​ຊາດ ສະ­ນັ້ນ ທາງກົມ​ມາດ­ຕະ­ຖານ ແລະ ວັດ­ແທກ ຈຶ່ງ​ໄດ້​ຈັດເຝິກ­ອົບ­ຮົມ​ນີ້​ຂຶ້ນ ເພື່ອເປັນ​ການ​ສ້າງ​ຄວາມ​ເຂົ້າ­ໃຈ ແລະ ຄວາມ​ອາດ​ສາ­ມາດ​ໃຫ້​ແກ່ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ.

ຂັ້ນ​ຕອນ​ການ​ຢັ້ງ­ຢືນ​ຕາມມາດ­ຕະ­ຖານ ISO/IEC 17065 ເພື່ອ​ກຽມ­ພ້ອມ​ການ​ສ້າງ​ໂຄງລ່າງ​ພື້ນ­ຖານ​ດ້ານ​ຄຸ­ນະ­ພາບແຫ່ງ​ຊາດ​ຂອງ ສປປ ລາວ ໃຫ້​ມີຄວາມ​ເຂັ້ມ­ແຂງ​ໃນ​ການກ້າວເຂົ້າ​ເປັນ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາຊຽນ (AEC) ໃນ​ທ້າຍ​ປີ 2015 ນອກ­ຈາກ​ນີ້​ຍັງເປັນ​ສິ່ງ​ອຳ­ນວຍຄວາມ​ສະ­ດວກ​ໃຫ້​ແກ່​ວຽກ​ງານການ​ຄ້າ ວຽກ​ງານ​ການ​ປົກ​ປ້ອງຜູ້​ຊົມ­ໃຊ້ ເພື່ອ​ເລັ່ງ​ໃສ່​ຄວາມ​ປອດໄພ ທັງ​ເປັນ​ການ​ສະ­ໜັບ­ສະ­ໜູນການ​ຄວບ​ຄຸມ​ຄຸ­ນະ­ພາບ​ຜະ­ລິດຕະ​ພັນ ແລະ ສິນ­ຄ້າ​ທີ່​ຜະ­ລິດ ແລະ ຄວບ​ຄຸມ​ຄຸ­ນະ­ພາບ​ການ​ຜະລິດ​ຕະ​ພັນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...