ລາວເລັ່ງຄົ້ນຄວ້າເຕັກນິກຜະລິດເຂົ້າ ໃຫ້ໄດ້ສະມັດຖະພາບຫລາຍ

 

ກະຊວງກະສິກຳ ​ແລະ ປ່າ​ໄມ້ ໄດ້​ສຸມໃສ່ການຄົ້ນຄວ້າເຕັກ​ນິກ ເພື່ອ​ຍົກສູງ​ສະມັດ​ຖະພາບການຜະລິດ​​ເຂົ້າ​ບໍ່​ໃຫ້ຫລຸດ

4 ໂຕນ​ຕໍ່​ເຮັກຕາ ​ແລະ ບາງ​ເຂດ​ອາດ​ຫຼາຍ​ເຖິງ 6-7 ​​ໂຕນ​ຕໍ່​ເຮັກຕາ, ໃນນັ້ນແມ່ນເລັ່ງໃສ່ການນຳໃຊ້ເຕັກນິກໃໝ່ເພື່ອ

ປັບປຸງແນວ​ພັນ, ​ເນື້ອທີ່ດິນ ແລະ ການ​ບົວລະບັດຮັກສາທີ່ບໍ່ເພິ່ງສານເຄມີ.

 

ລັດຖະມົນຕີວ່າການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ທ່ານ ວິ​ໄລ​ວັນ ພົມ​​ເຂ ໄດ້ກ່າວ​​ວ່າ: ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ​ໄດ້​ກຳ

ນົດ 5 ປັດ​ໄຈ ​ເພື່ອ​ບັນລຸ​ຄາດໝາຍ​ການ​ຜະລິດ​ເຂົ້າ​ໃຫ້​ໄດ້​ສະມັດ​ຖະພາບ 4 ​ໂຕນ​ຕໍ່​ເຮັກຕາ ເຊິ່ງປະກອບ​ມີການ​ປັບປຸງ​

ຄຸນ​ນະພາ​ບຂອງ​ດິນ ​ໂດຍ​ວິທີການ​ນຳ​ໃຊ້​ຝຸ່ນ​ຄອກ, ຝຸ່ນ​ບົ່ມ ຫລື ປຸຍ​ເຄມີ​ຕາມ​ອັດຕາ​ທີ່​ເໝາະ​ສົມ; ການຮັບປະກັນສະ

ໜອງ​ນ້ຳ ແລະ ການ​ຄວບ​ຄຸມ​ນ້ຳ​ໃນ​ເວລາ​ທີ່​ເໝາະ​ສົມ; ນຳ​ໃຊ້​ແນວ​ພັນ​ປັບປຸງ​ທີ່​ເໝາະ​ສົມ​ກັບ​ເນື້ອທີ່ ​ແລະ ສະພາບ

​ດິນ;ນຳ​ໃຊ້​ເຕັກນິກ​ທີ່​ເໝາະ​ສົມ​ກັບ​ແຕ່​ລະສະ​ພາບເນື້ອທີ່ ​ແລະ ​ເງື່ອນ​ໄຂ​ຕົວ​ຈິງ​ເຊັ່ນ:​ໃຊ້​ເຕັກນິກ​ນາ​ຫວ່ານ,​ ເຕັກ​ນິກ​

ນາ​ຢອດ,ນາ​ກ້າ​ກີບ​ດຽວ, ເຕັກ​ນິກ​ການ​ດຳນາ​ໂດຍ​ການ​ນຳ​ໃຊ້​ເຄື່ອງມື ​ແລະ ກົນ​ຈັກ​ທີ່​ທັນ​ສະ​ໄໝ​ແທນ​ແຮງ​ງານ​ຄົນ;

ຄວາມ​ດຸ​ໝັ່ນ ​ແລະ ​ເອົາ​ໃຈ​ໃສ່​ບົວລະບັດ​ຮັກສາ ​ໃຫ້​ຖືກຕ້ອງ​ຕາມ​ເຕັກ​ນິກວິຊາ​ການ, ການ​ຍົກ​ສະມັດ​ຖະພາບໂດຍ​ສະ​

ເພາະ​ການ​ເຮັດ​ກະ​ເສດ​ສຸມ ບວກ​ກັບ​ນະ​ໂຍບາຍ​ສົ່ງ​ເສີມ​ທີ່​ເໝາ​ະສົມ ​ໂດຍ​ການ​ຮັບປະກັນ​ທາງ​ດ້ານ​ລາຄາ ​ແລະ ການ​ຕະ

ຫລາດລວມທັງ​ການ​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງຜູ້ປະ ກອບ​ການ​ຮອບດ້ານ​ເພື່ອ​ເປັນ​ແຮງ​ຈູງ​ໃຈ​ໃນ​ການ​ຜະລິດ. ​

 

ປັດຈຸບັນ, ກາ​ນຍົກ​ສະມັດ​ຖະພາບການ​ຜະລິດ​ເຂົ້ານັ້ນ, ແມ່ນເຮັດ​ໄດ້​ໃນ​ບາງ​ເຂດ​ຈຸດ​ສຸມ ​ແລະ ບາງ​ທ້ອງ​ຖິ່ນ​ເຊັ່ນ:

ນະຄອນຫລວງ​ວຽງ​ຈັນ​ ເຂດທ່າ​ພະ-ໜອງ​ພົງປະຕິບັດ​ໄດ້ 5 ​ໂຕນ​ຕໍ່​ເຮັກຕາ, ​ເຂດ​ນ້ຳ​ຫຸມ ​ແລະ ນ້ຳ​ຊ່ວງ​ໄດ້​ 4-5 ​ໂຕນ​ຕໍ່

​ເຮັກຕາ, ​ເຂດ​ເມືອງ​ໜອງ​ບົກ ​ແລະ ​ເມືອງ​ມະຫາ​ໄຊ ​ແຂວງ​ຄຳ​ມ່ວນ ​ໄດ້​ປະມານ 5-6 ​​ໂຕນ​ຕໍ່​ເຮັກຕາ.​ ແຕ່​ບາງ​ເຂດ,​

ບາງ​ທ້ອງ​ຖິ່ນຍັງ​ຈຳກັດ, ການ​ສົ່ງ​ເສີມ​ຍັງ​ບໍ່​ທັນ​ແຂງ​ແຮງ ​ແລະ ບໍ່​ທັນ​ກວ້າງຂວາງ.

 

ທ່ານ ວິ​ໄລ​ວັນ ພົມ​​ເຂ ​ກ່າວ​ວ່າ: ​ເພື່ອເຮັດ​ໃຫ້​ວຽກງານ​ດັ່ງກ່າວ, ໄດ້ຮັບການຈັດຕັ້ງປະຕິບັດ​ຢ່າງກວ້າງຂວາງ, ພວກ​ເຮົາ

​ຕ້ອງ​ເອົາ​ໃຈ​ໃສ່​ຄື ລັດ​ຕ້ອງ​ຊອກ​ຫາ​ຕະຫລາດ​ເຂົ້າ​ໃຫ້​ແນ່ນອນ ພ້ອມ​ທັງ​ຄ້ຳປະກັນ​ລາຄາ​ໃຫ້​ຜູ້​ຜະລິດ​ມີ​ຜົນ​ກຳ​ໄລ, ຜະລິດ

​ຕາມ​ຄວາມ​ຕ້ອງການ​ຂອງຕະຫລາດ, ຊ່ວຍ​ຫລຸດຜ່ອນ​ຕົ້ນ​ທຶນ​ການ​ຜະລິດ ​ໂດຍ​ການ​ສົ່ງ​ເສີມ​ນຳ​ໃຊ້​ກົນ​ຈັກກະ​ສິກຳ​​ເພື່ອ

ຫລຸດຜ່ອນ​ແຮງ​ງານ; ສ້າງ​ຂະ​ບວນການສົ່ງ​ເສີມ​ການ​ຜະລິດ​ເຂົ້າ​ໃຫ້​ເປັນ​ສິນຄ້າ​ຢ່າງ​ມີ​ຈຸດ​ສຸມ, ຫັນໂຄງການ​ຊົນລະປະ

ທານ​ໃຫ້​ເປັນ​ໂຄງການ​ຊົນ​ລະ​ກະ​ເສດ ​ເພື່ອ​ຜະລິດ​ເຂົ້າ​ເປັນ​ສິນຄ້າ; ສົ່ງ​ເສີມຜູ້​ປະກອບ​ການ, ຜູ້​ຜະລິດ, ກຸ່ມ​ຜູ້​ຜະລິດ, ກຸ່ມ​

ໂຮງສີ ເຂົ້າ​ຮ່ວມ​ໃນ​ແຕ່ລະ​ເຂດ​ຈຸດ​ສຸມ. ນອກນັ້ນ, ຕ້ອງ​ໄດ້​ສົ່ງ​ເສີມ​ຜູ້​ບໍລິການຝຸ່ນ, ປຸຍ ​ແລະ ອຸປະກອນເຄື່ອງ​ມື, ສົ່ງ

​ເສີມໃຫ້​ມີ​ການ​ຜະລິດຝຸ່ນ​ຊີວະ​ພາບ ​ແລະ ຝຸ່ນວິທະຍາສາດຢູ່​ພາຍ​ໃນ​ປະ​ເທດ​ຫລາຍຂຶ້ນ; ກຳນົດ​ນະ​ໂຍບາຍ​ເສດຖະກິດ

ຊຸກຍູ້​ການ​ຜະລິດ​ສິນຄ້າເພື່ອ​ໃຫ້ເຂົ້າຂອງ​ລາວ ມີ​ຄວາມສາມາດ​ແຂ່ງຂັນ​ໄດ້, ມີ​ຄຸນ​ນະພາ​ບດີ, ມີ​ຕົ້ນ​ທຶນ​ການ​ຜະລິດ​ຕ່ຳ

ເຊັ່ນ: ອັດຕາດອກ​ເບ້ຍ​ເງິນ​ກູ້ ແລະ ການກຳນົດ​ລາຄາ​ກະ​ແສ​ໄຟຟ້າຊົນລະປະທານທີ່​ເໝາະ​ສົມ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_97.html