spot_img
Homeຂ່າວພາຍ​ໃນລາວເລັ່ງກວດການໍ້າມັນເຊື້ອໄຟທີ່ໄດ້ຮັບການຍົກເວັ້ນພາສີ-ອາກອນ

ລາວເລັ່ງກວດການໍ້າມັນເຊື້ອໄຟທີ່ໄດ້ຮັບການຍົກເວັ້ນພາສີ-ອາກອນ

Published on

ປັດຈຸບັນຫລາຍພາກສ່ວນກ່ຽວຂ້ອງເປັນຕົ້ນ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ,ກະຊວງອຸດຫະກໍາ ແລະ ການຄ້າ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ພວມປະສານສົມທົບກັນເລັ່ງດໍາເນີນການກວດກາຄືນການອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃນທົ່ວປະ ເທດ ເພື່ອປະຕິບັດຕາມການຊີ້ນໍາຂອງນາຍົກລັດຖະມົນຕີ ໃຫ້ຢຸດຕິການຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ, ສໍາລັບໂຄງການໃດທີ່ໄດ້ຮັບການຍົກເວັ້ນໃນໄລ ຍະຜ່ານມາແມ່ນໃຫ້ພາກສ່ວນກ່ຽວຂ້ອງດໍາເນີນການກວດກາ ແລະ ເຈລະຈາຄືນໃໝ່ເພື່ອໃຫ້ທຸກໂຄງການຫັນເຂົ້າສູ່ລະບຽບກົດໝາຍຢ່າງເຄັ່ງຄັດ, ໄປຄຽງຄູ່ກັນນັ້ນກໍໃຫ້ຮີບຮ້ອນກວດກາປັບປຸງບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງກັບການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃຫ້ສອດຄ່ອງກັບກົດໝາຍເພື່ອເປັນບ່ອນອິງໃຫ້ແກ່ການຈັດຕັ້ງປະຕິບັດມີຄວາມເອກະພາບ ແລະ ທັງສະກັດກັ້ນການສວຍໃຊ້ຊ່ອງຫວ່າງອັນບໍ່ດີຕ່າງໆເພື່ອນໍາເຂົ້ານໍ້າມັນມາຈໍາໜ່າຍ.

ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ໃຫ້ຮູ້ວ່າ: ຜ່ານການສະຫລຸບຕົວເລກການອະນຸມັດຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟໃນທົ່ວປະເທດມາຮອດວັນທີ 20 ພຶດສະພາ 2016 ມີເຖິງ 1,49 ຕື້ລິດ, ຕົກເປັນມູນຄ່າປະມານ 1.495 ຕື້ກີບ ແລະ ການຍົກເວັ້ນສ່ວນໃຫຍ່ແມ່ນຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ໂຄງການຊ່ວຍເຫລືອລ້າ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນອກຈາກນີ້ລັດຖະບານຍັງພົບການສວຍໂອກາດຈາກຊ່ອງຫວ່າງການຍົກເວັ້ນພາສີ-ອາກອນ ເພື່ອລັກລອບນໍາເຂົ້ານໍ້າມັນມາຈໍາໜ່າຍເປັນຈໍານວນຫລາຍອີກດ້ວຍ.

ລັດຖະບານໃຫ້ຮູ້ວ່າ: ການຢຸດຕິບັນຫາດັ່ງກ່າວແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ກໍານົດວ່າ: ພວກເຮົາຕ້ອງດໍາເນີນການກໍ່ສ້າງລັດປະຊາທິປະໄຕ ປະຊາຊົນລາວ ທີ່ປົກຄອງສັງຄົມດ້ວຍກົດໝາຍຕາມທິດພັກນໍາພາດ້ວຍກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ, ທັງປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນທີ່ກໍານົດວ່າ: ການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດແມ່ນບໍ່ໄດ້ຮັບການຍົກເວັ້ນພາສີ-ອາກອນ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ X ຂອງສະພາແຫ່ງຊາດຊຸດທີ VII ທີ່ລະບຸໃຫ້ລັດຖະບານກວດຄືນບັນດາ ການຕົກລົງທີ່ຕິດພັນກັບການຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ແລະ ຊັບສີນຂອງລັດໃນໄລຍະຜ່ານມາເພື່ອມີວິທີການແກ້ໄຂໃຫ້ສອດຄ່ອງກັບລະບຽບກົດໝາຍ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...