spot_img
Homeຂ່າວພາຍ​ໃນລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 19 ມິຖຸນາ 2020

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 19 ມິຖຸນາ 2020

Published on

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 18 ມິຖຸນາ 2020

ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ

ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,961 ຄົນ: ຈຸດຜ່ານດ່ານລາວໄທ 1,438 ຄົນ ຊຶ່ງມີລາຍລະອຽດດັ່ງນີ້: ຜ່ານດ່ານນໍ້າເງິນ, ແຂວງໄຊຍະບູລີ 09 ຄົນ ທັງໝົດແມ່ນແຮງງານລາວ ມີຖິ່ນຖານ ມາຈາກແຂວງໄຊຍະບູລີ; ຜ່ານດ່ານຂົວມິດຕະພາບແຫ່ງທີ I ມີ05 ຄົນ ທັງໝົດແມ່ນຄົນໄທ ເຂົ້າມາເຮັດ ວຽກຢູ່ລາວ; ຜ່ານດ່ານ ຂົວມິດຕະພາບແຫ່ງທີ II ມີແຮງງານລາວ 89 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 88 ຄົນ ແລະ ຄໍາມ່ວນ 01 ຄົນ); ຜ່ານດ່ານ ຂົວມິດຕະພາບແຫ່ງທີ III ມີ ແຮງງານລາວ 65 ຄົນ (ມີຖິ່ນຖານຈາກ ຄໍາ ມ່ວນ 56 ຄົນ ສະຫວັນນະເຂດ 07ຄົນ ແລະ ສາລະວັນ 02 ຄົນ); ຜ່ານດ່ານວັງເຕົ່າ-ຊ່ອງເມັກມີແຮງງານລາວ 72 ຄົນ (ມີຖິ່ນຖານຈາກຈໍາປາສັກ 56 ຄົນ, ສາລະວັນ 14 ຄົນ ແລະອຸດົມໄຊ 02 ຄົນ); ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າແລະຜູ້ຕິດຕາມ.

ຈຸດຜ່ານດ່ານລາວ ຈີນ 29 ຄົນ, ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ. ຈຸດຜ່ານດ່ານລາວຫວຽດນາມ 494 ຄົນ, ໃນນີ້ມີນັກສຶກສາລາວ ເຂົ້າມາຜ່ານດ່ານນາເພົ້າ, ແຂວງຄຳມ່ວນ01 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ. ຈຸດຜ່ານດ່ານລາວກຳປູເຈຍ 0ຄົນ. ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ.

ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ(ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ14 ວັນ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ

ໃນວັນທີ 18 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 518 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 502 ຄົນ, ແຮງງານລາວມາແຕ່ຈີນ 08 ຄົນ, ກໍລະນີສົງໄສ 05 ຄົນ ແລະ ແຮງງານຈີນເຂົ້າມາລາວ 03 ຄົນ. ຜົນກວດຂອງ ແຮງງານລາວ ແລະ ຜູ້ຕິດເຊື້ອທີ່ປິ່ນປົວຫາຍດີ ທີ່ກວດມື້ວານນີ້ ບໍ່ພົບເຊື້ອໝາຍຄວາມວ່າໃນວັນທີ 18ມິຖຸນາ 2020ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ມິຖຸນາ2020ໄດ້ເກັບຕົວຢ່າງມາກວດທັງໝົດ 11,996 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (68 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ການຕິດຕາມຜູ້​ຖືກຈຳກັດບໍລິເວນຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ໃນ​ຂອບ​ເຂດທົ່ວປະເທດ ແລະ ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ

ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 90 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,122 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດແລະ ບໍ່ພົບຜູ້ຕິດເຊື້ອ.

ປະຈຸບັນ, ຄົນເຈັບທັງໝົດ 19 ຄົນແມ່ນໄດ້ປິ່ນປົວຫາຍດີແລະອອກໂຮງໝໍໝົດທຸກຄົນແລ້ວ.

ສະພາບການລະບາດຂອງບັນ​ດາປະເທດໃກ້ຄຽງ ແລະ ໃນໂລກ

ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 19 ມິຖຸນາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ). ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 8,564,040 (174,552 ໃໝ່), ເສຍຊິວິດ 455,433 (5,036ໃໝ່) ເຊິ່ງກວມເອົາ 5.31 % ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 4,505,707 (127,039ໃໝ່) ເຊິ່ງກວມເອົາ 52.6 % ຂອງຜູ້ຕິດເຊື້ອທັງໝົດ.

ປະເດັນສຳຄັນ ແມ່ນຍັງມີການລະບາດເປັນວົງກວ້າງຢູ່ໃນ ທະວີບອາເມລິກາ ແລະ ທະວີບຍູຣົບ, ມີບາງປະເທດ ຈໍານວນຜູ້ຕິດເຊື້ອໃນ​ວັນດຽວ ​ແມ່ນມີເຖິງ 27,014 ຄົນ (ອາເມຣິກາ) ແລະ ບາງປະເທດເສຍຊີວິດ​ເຖິງ 1,204 ຄົນຕໍ່ມື້ (ບຣາຊິວ). ຢູ່ຂົງເຂດອາຊີຂອງພວກເຮົາ ກໍ່ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 13,827 ຄົນ.

ໃນບັນດາກຸ່ມປະເທດອາຊຽນມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 19 ມິຖຸນາ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 120,358 (2,178 ໃໝ່), ເສຍຊີວິດ 3,537 ​ຄົນ(71 ໃໝ່), ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງເຖິງ 1,331 ຄົນຕໍ່ມື້ (ອິນໂດເນເຊຍ) ແລະ ບາງປະເທດເສຍຊີວິດເຖິງ 63 ຄົນ ຕໍ່ມື້ (ອິນໂດເນເຊຍ).

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...