spot_img
Homeຂ່າວພາຍ​ໃນລາຍງານກ່ຽວກັບສະພາບໂຄວິດ-19ໃນລາວ ວັນທີ 17 ກຸມພາ 2022

ລາຍງານກ່ຽວກັບສະພາບໂຄວິດ-19ໃນລາວ ວັນທີ 17 ກຸມພາ 2022

Published on

ວັນທີ 16 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 3,003 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 323 ຄົນ (ຕິດເຊື້ອພາຍໃນ 314 ຄົນ ແລະ ນໍາເຂົ້າ 9 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 314 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 58 ຄົນ
2. ສະຫວັນນະເຂດ 37 ຄົນ
3. ຈຳປາສັກ 5 ຄົນ
4. ສາລະວັນ 17​ ຄົນ
5. ເຊກອງ 5 ຄົນ
6. ອັດຕະປື 24 ຄົນ
7. ບໍ່ແກ້ວ 2 ຄົນ
8. ວຽງຈັນ 9 ຄົນ
9. ຫຼວງພະບາງ 9 ຄົນ
10. ຫຼວງນ້ຳທາ 1 ຄົນ
11. ອຸດົມໄຊ 10 ຄົນ
12. ຜົ້ງສາລີ 23 ຄົນ
13. ໄຊຍະບູລີ 14 ຄົນ
14. ຊຽງຂວາງ 31 ຄົນ
15. ຄຳມ່ວນ 5 ຄົນ
16. ບໍລິຄຳໄຊ 3 ຄົນ
17. ຫົວພັນ 61 ຄົນ

• ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ຈາກ ນະຄອນຫຼວງ 8 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 140,353 ຄົນ, ອອກໂຮງໝໍວານນີ້ 312 ຄົນ, ກຳລັງປິ່ນປົວ 3,123 ຄົນ ແລະ ເສຍຊີວິດ ທັງໝົດ 602 ຄົນ (ເສຍຊິວິດໃໝ່ 0 ຄົນ).

• ສຳລັບ ສປປ ລາວ ເຮົາ ແມ່ນກວດພົບສາຍພັນໂອໄມຄຣອນ ເກືອບ 30 ຄົນ ເຊິ່ງສ່ວນໃຫຍ່ ແມ່ນມາຈາກຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ແຕ່ພວກເຮົາກໍ່ບໍ່ຄວນປະໝາດ, ຕ້ອງມີສະຕິລະວັງຕົວຢູ່ຕະຫຼອດເວລາ.

ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4.830.440 (ອັດຕາປົກຄຸມ 65,83 %) ແລະ ທຸກເຂັມທີ່ແນະນໍາ 4.255.830 (ອັດຕາປົກຄຸມ 58,00 %).

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...