ລັດວິສາຫະກິດຈະໄດ້ຮັບການປະຕິຮູບໃຫ້ດີຂຶ້ນຍ້ອນເຄີຍປະສົບບັນຫາຂາດທຶນເປັນປະຈໍາ

ລັດຖະບານຈະເລັ່ງປະຕິຮູບລັດວິສາຫະກິດໃຫ້ດີຂຶ້ນເນື່ອງຈາກຜ່ານມາລັດຖະບານໄດ້ສຸມທຶນຮອນຈໍານວນຫຼາຍເຂົ້າໃສ່ລັດວິສາຫະກິດ ແຕ່ບໍ່ໄດ້ຮັບຜົນສໍາເລັດ ແລະ ມີບາງລັດວິສາຫະກິດຂາດທຶນທຸກປີ ເຮັດໃຫ້ບັນດາລັດວິສາຫະກິດຍັງບໍ່ສາມາດເປັນຫົວຈັກຫຼັກເພື່ອແກ່ດຶງເສດຖະກິດຂອງປະເທດ.

ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ຄະນະເລຂາທິການສູນກາງພັກ ໄດ້ໃຫ້ທິດຊີ້ນໍາໃນການປະຕິຮູບລັດວິສາຫະກິດ ໂດຍເລີ່ມຈາກການແກ້ໄຂຄວາມບໍ່ໂປ່ງໃສຂອງຜູ້ບໍລິຫານ, ແກ້ໄຂກົນໄກທີ່ພາໃຫ້ລັດຖະບານປະກອບທຶນໄປແລ້ວຂາດທຶນ ໂດຍຈະແຕ່ງຕັ້ງຄະນະປະຕິຮູບເພື່ອແກ້ໄຂແຕ່ລະລັດວິສາຫະກິດ. ຜ່ານມາບັນຫາທີ່ເຮັດໃຫ້ລັດວິສາຫະກິດຂາດທຶນແມ່ນຍ້ອນກົນໄກການຄຸ້ມຄອງ, ມີຫຼາຍພາກສ່ວນຢາກຄຸ້ມຄອງແຕ່ເມື່ອຂາດທຶນມາບໍ່ມີໃຜຮັບຜິດຊອບ.

“ນັບແຕ່ນີ້ເປັນຕົ້ນໄປ ສໍາລັບລັດວິສາຫະກິດໃດທີ່ເປັນຍຸດທະສາດ ຜູ້ອໍານວຍການລັດວິສາຫະກິດນັ້ນຈະແມ່ນລັດຖະກອນ, ສ່ວນຜູ້ທີ່ຈະເປັນຮອງອໍານວຍການຈະຈ້າງຄົນທີ່ເປັນມືອາຊີບມາເຮັດ, ຖ້າເຮັດບໍ່ໄດ້ຈະໄລ່ອອກ. ນອກຈາກນີ້, ລັດວິສາຫະກິດໃດທີ່ບໍ່ແມ່ນຍຸດທະສາດທົ່ວໄປ ແມ່ນໃຫ້ປະທານສະພາກອງປະຊຸມສະພາລັດວິສາຫະກິດເປັນຜູ້ເລືອກ ແລະ ປົດຕໍາແໜ່ງເອງ, ບໍ່ແມ່ນໃຫ້ລັດຖະມົນຕີໄປເລືອກອີກຕໍ່ໄປ.” ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຢໍ້າ.

ຂໍ້ມູນຈາກ: Lao National Radio