spot_img
Homeຂ່າວທ້ອງຖິ່ນລັດວາງມາດຕະການ 6 ຂໍ້ຄຸ້ມຄອງລາຄາສິນຄ້າໃນຊ່ວງໂຄວິດ-19 ລະບາດ

ລັດວາງມາດຕະການ 6 ຂໍ້ຄຸ້ມຄອງລາຄາສິນຄ້າໃນຊ່ວງໂຄວິດ-19 ລະບາດ

Published on

ເພື່ອບໍ່ໃຫ້ມີການສວາຍໂອກາດກັກຕຸນສິນຄ້າ ໃນໄລຍະ ສະພາບການແຜ່ລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19; ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໃນນາມປະທານຄະນະຊີ້ນໍາວຽກງານຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການຂັ້ນສູນກາງ ຕາມຂໍ້ຕົກລົງ ເລກທີ 71/ນຍ ໄດ້ອອກຄໍາສັ່ງດັ່ງລຸ່ມນີ້:

    1. ໃຫ້ຊີ້ນໍາ ພະແນກການກ່ຽວຂ້ອງທີ່ປະກອບໃນຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ທີ່ຖືກແຕ່ງຕັ້ງຈາກທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງເລກທີ 71/ນຍ ລົງວັນທີ 06 ຕຸລາ 2017 ເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການຂຶ້ນລາຄາຕາມລໍາພັງໃຈ ແລະ ປະຕິບັດມາດຕະການຄຸ້ມຄອງລາຄາຢ່າງເຂັ້ມງວດ.
    2. ໃຫ້ຊີ້ນໍາພະແນການກ່ຽວຂ້ອງເພື່ອປະສານສົມທົບ ຂໍຄວາມຮ່ວມມືຈາກຜູ້ປະກອບການ ເປັນຕົ້ນແມ່ນຜູ້ຜະລິດຜູ້ນໍາເຂົ້າ, ຜູ້ສົ່ງອອກ ແລະ ຜູ້ຈໍາຫນ່າຍ ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ພ້ອມທັງຊຸກຍູ້ໃຫ້ບັນດາຜູ້ປະກອບການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການ ໃນຊ່ວງໄລຍະເກີດມີສະພາບການແຜ່ລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ນີ້.
    3.  ໃຫ້ຊີ້ນໍາ ພະແນກການກ່ຽວຂ້ອງ ເພື່ອປະສານສົມທົບກັບຜູ້ປະກອບການນໍາເຂົ້າສິນຄ້າ ແຈ້ງຕົ້ນທຶນລາຄານໍາເຂົ້າ ແລະ ລາຄາຂາຍຍົກ-ຂາຍຍ່ອຍ ເພື່ອເປັນບ່ອນອີງ ແລະ ອຳນວຍຄວາມສະດວກໃນການລົງຕິດຕາມ-ກວດກາ ໃນແຕ່ລະໄລຍະ, ຫຼີກລ່ຽງການປັບຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ເພື່ອຫວັງຜົນກໍາໄລເກີນຂອບເຂດ.
    4. ໃຫ້ຊີ້ນໍາພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ໃນນາມເປັນກອງເລຂາຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າສະບຽງອາຫານ ປະເພດເຂົ້າກິນ, ຊີ້ນ (ໝູ, ງົວ, ຄວາຍ), ໄກ່ປອກ, ປານິນ, ປະເພດພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າທົ່ວໄປ ຢູ່ພາຍໃນແຂວງຂອງຕົນ ໃຫ້ໄປຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດ ໃນແຕ່ລະໄລຍະ ບົນພື້ນຖານດໍາລັດ 474/ນຍ ແລະ ຕາມລະບຽບການກ່ຽວຂ້ອງ ດ້ວຍການຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງຊັດເຈນ (ນັບແຕ່ຂອດຕົ້ນທຶນການຜະລິດ, ຂອດຂາຍຍົກ ແລະ ຂອດຂາຍຍ່ອຍ) ເພື່ອຫຼີກເວັ້ນການສວາຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ແບບບໍ່ສົມເຫດສົມຜົນ.

ພ້ອມດຽວກັນນັ້ນ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງຢ່າງເປັນປະຈໍາ ໃນທ້ອງຕະຫຼາດຫຼັກໆ ກໍຄື ບໍລິສັດນໍາເຂົ້າ, ບໍລິສັດຂາຍຍົກ, ຮ້ານຄ້າໃຫ່ຍໆພາຍໃນທ້ອງຖິ່ນຂອງຕົນ ໂດຍສ້າງບົດບັນທຶກການສະໜອງສິນຄ້າຢ່າງພຽງພໍ ແລະ ມີການແຕ່ງຕັ້ງພະນັກງານໝູນວຽນກັນ ລົງສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ/ເທສະບານ ແລະ ຄະນະຄຸ້ມຄອງຈັດສັນຕະຫຼາດ ເພື່ອພ້ອມກັນຈັດຕັ້ງປະຕິບັດ, ຮັບປະກັນໃຫ້ມີສິນຄ້າພຽງພໍ ແລະ ຂາຍໃນລາຄາທີ່ເໝາະສົມ.

ສະເພາະສິນຄ້າປະເພດເຂົ້າກິນ: ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ນັບແຕ່ຂອດເກັບຊື້ຈາກຊາວນາ (ຜູ້ຜະລິດ), ຂອດໂຮງສີ, ຂອດຂາຍຍົກ ແລະ ຂາຍຍ່ອຍ ຕາມທ້ອງຕະຫຼາດ;

ສະເພາະສິນຄ້າປະເພດຊີ້ນ: ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ນັບແຕ່ຂອດລ້ຽງ (ລາຄາຫມູເປັນ ຢູ່ໜ້າຟາມ), ຂອດນາຍຮ້ອຍ (ຂາຍຍົກ) ແລະ ຂອດລູກຂຽງ (ຂາຍຍ່ອຍ);

ສ່ວນປະເພດພືດຜັກ ແລະ ສະບຽງອາຫານຕ່າງໆ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມຂອດເກັບຊື້ ຈາກຊາວກະສິກອນ ແລະ ຂອດຂາຍຍ່ອຍ;

ກ່ອນຈະປັບຂຶ້ນ ຫຼື ລົງ ລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຢູ່ໃນລາຍການສິນຄ້າຄວບຄຸມ (ບັນຊີ ກ) ຕ້ອງໄດ້ຜ່ານການຄົ້ນຄວ້າ ແລະ ຕົກລົງເຫັນດີຈາກຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ/ນະຄອນຫຼວງ ທີ່ຖືກແຕ່ງຕັ້ງຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ຕາມ ຂໍ້ຕົກລົງ 71/ນຍ ເສຍກ່ອນ.

5. ນອກຈາກລາຍການສິນຄ້າຄວບຄຸມລາຄາ ຕາມບັນຊີ (ກ) ທີ່ໄດ້ກໍານົດໄວ້ແລ້ວນັ້ນ, ຖ້າຫາກລາຍການສິນຄ້າຊະນິດໃດ ເຊິ່ງເຫັນວ່າມີຄວາມຈໍາເປັນກໍານົດເຂົ້າໃນບັນຊີຄວບຄຸມລາຄາຂອງແຂວງຂອງຕົນສະເພາະນັ້ນ ແມ່ນໃຫ້ຮີບຮ້ອນຄົ້ນຄວ້າ ແລະ ສະເໜີເຖິງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ພິຈາລະນາຕາມຄວາມເຫມາະສົມ.

6. ໃນກໍລະນີຫາກພົບເຫັນວ່າມີການລະເມີດ ຫຼື ຝ່າຝືນ ແມ່ນໃຫ້ໃຊ້ມາດຕະການຕາມໝວດທີ 6 ທີ່ໄດ້ກໍານົດໄວ້ ໃນດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ກະຊວງ ອຸດສາຫະກໍາ ແລະ ການຄ້າ 

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...