spot_img
Homeຂ່າວການພັດທະນາລັດຖະມົນຕີພະລັງງານຯເຜີຍ ລັດພະຍາຍາມປັບປຸງຄ່າໄຟຟ້າ ໃຫ້ເໝາະສົມທີ່ສຸດ

ລັດຖະມົນຕີພະລັງງານຯເຜີຍ ລັດພະຍາຍາມປັບປຸງຄ່າໄຟຟ້າ ໃຫ້ເໝາະສົມທີ່ສຸດ

Published on

ໃນໂອກາດເຂົ້າຮ່ວມ ກອງປະຊຸມເປີດກ້ວາງລັດຖະບານ ປະຈຳສົກປີ 2015-2016 ໃນວັນທີ 14 ທັນວາຜ່ານມານີ້, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດວ່າ: ຄືດັ່ງທີ່ຮູ້ນຳກັນແລ້ວ ທຶນຮອນໃນການກໍ່ສ້າງເຂື່ອນຕ່າງໆນັ້ນ ແມ່ນເປັນຂອງບໍລິສັດທີ່ມາຈາກຕ່າງປະເທດ ແລະ ສປປ ລາວ ກໍມີຮຸ້ນຢູ່ນຳພຽງເລັກນ້ອຍເທົ່ານັ້ນ, ພາຍຫລັງສິ້ນສຸດການສຳປະທານຈາກຜູ້ລົງທຶນແລ້ວ, ເຂື່ອນໄຟຟ້າເຫລົ່ານັ້ນ ຈຶ່ງຈະເປັນຂອງລັດຖະບານລາວຢ່າງສົມບູນ, ສຳລັບໄລຍະເວລາໃນການສຳປະທານແມ່ນ 20-30 ປີ, ເມື່ອຮອດຕອນນັ້ນ ລັດຖະບານລາວກໍຈະປັບປຸງຄ່າຊົມໃຊ້ໄຟຟ້າ ໃຫ້ມີລາຄາຫລຸດລົງຕາມຄວາມເໝາະສົມ.

ປັດຈຸບັນບໍລິສັດໄຟຟ້າ ກໍຄືກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ປັບປຸງຄ່າຊົມໃຊ້ໄຟຟ້າຕື່ມ, ຊຶ່ງແບ່ງອອກເປັນຫລາຍລາຄາສຳລັບຜູ້ຢູ່ອາໃສຄື: ລາຄາເກື້ອກູນ, ລາຄາປະຢັດເປັນຕົ້ນ. ມາຮອດປັດຈຸບັນພວກເຮົາຍັງໄດ້ກະກຽມຕິດຕັ້ງ ພະລັງງານແສງອາທິດຢູ່ເຂດເມືອງນາຊາຍທອງ, ເຂດບ້ານນາບົງ ແລະ ເຂດອື່ນໆໃນທົ່ວປະເທດ, ພ້ອມນີ້ກວດກາ ແລະ ວັດແທກຄວາມແຮງຂອງລົມ ເພື່ອຕິດຕັ້ງພະລັງງານລົມຕື່ມ. ແຕ່ແນວໃດກໍຕາມ ພະລັງງານທົດແທນ ເປັນພະລັງງານທີ່ມີລາຄາສູງ ຂະນະດຽວກັນສະເພາະຢູ່ນະຄອນຫລວງວຽງຈັນ ກໍໄດ້ມີການສຶກສາ, ສຳຫລວດ ແລະ ກວດກາ ເພື່ອສ້າງພະລັງງານໄຟຟ້າຈາກຂີ້ເຫຍື້ອ, ໂດຍສະເພາະຢູ່ຫລັກ 36, ຊຶ່ງເປັນສະຖານທີ່ບຳບັດຂີ້ເຫຍື້ອຂອງ ນະຄອນຫລວງວຽງຈັນ ໃຫຍ່ທີ່ສຸດຂອງລາວ, ຊຶ່ງປັດຈຸບັນພວມເລັ່ງກວດກາ ເພື່ອໄຈ້ແຍກເອົາປະເພດໃດ ທີ່ຈະສາມາດເອົາມາເປັນເຊື້ອໄຟ ແລະ ສາມາດເອົາມາເປັນພະລັງງານໄຟຟ້າໄດ້.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...