spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງສຶກສາ ຕ້ອນຮັບຄະນະຜູ້ແທນສະມາຄົມ ມິດຕະພາບໄຊຕະມະ-ລາວ

ລັດຖະມົນຕີກະຊວງສຶກສາ ຕ້ອນຮັບຄະນະຜູ້ແທນສະມາຄົມ ມິດຕະພາບໄຊຕະມະ-ລາວ

Published on

thu14nov6 (1)
ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງ ສຶກສາທິການ ແລະ ກີລາ ໄດ້ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງຄະນະຜູ້ແທນສະມາຄົມ ມິດຕະພາບໄຊຕະມະ-ລາວ ເຊິ່ງນຳໂດຍທ່ານ ທາກາຮາຊິ ຊູຊູມູ ປະທານສະມາຄົມໄຊ ຕະມະ-ລາວ ພ້ອມດ້ວຍຄະ ນະ ໃນວັນທີ 11 ພະຈິກທີ່ຜ່ານ ມາຢູ່ທີ່ຫ້ອງຮັບແຂກຂອງກະ ຊວງສຶກສາທິການ ແລະ ກີລາ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-13 ພະຈິກ 2013.
ໂອກາດນີ້, ທ່ານລັດຖະມົນ ຕີວ່າການກະຊວງສຶກສາທິ ການ ແລະ ກີລາ ກໍ່ໄດ້ສະແດງ ຄວາມຍິນດີຕ້ອນຮັບຢ່າງອົບ ອຸ່ນ ແລະ ຕີລາຄາສູງຕໍ່ການ ມາຢ້ຽມຢາມຂອງຄະນະຜູ້ ແທນສະມາຄົມມິດຕະພາບ ໄຊຕະມະ-ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ອັນສຳຄັນໃນການເສີມຂະ ຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນທີ່ ມີມາແລ້ວນັ້ນໃຫ້ມີບາດກ້າວ ຂະຫຍາຍຕົວຂຶ້ນເລື້ອຍໆ. ນອກຈາກນັ້ນທ່ານ ດຣ. ພັນ ຄຳ  ວິພາວັນ ຍັງໄດ້ສະແດງ ຄວາມຊົມເຊີຍ ແລະ ຂອບອົກ ຂອບໃຈຕໍ່ສະມາຄົມມິດຕະ ພາບໄຊຕະມະ-ລາວ ທີ່ໄດ້ ໃຫ້ການຊ່ວຍເຫຼືອລ້າຢ່າງຕັ້ງ ໜ້າໃຫ້ແກ່ປະຊາຊົນລາວ ໃນ ໄລຍະຜ່ານມາໂດຍສະເພາະ ແມ່ນການປຸກສ້າງໂຮງຮຽນ, ສ້າງຂົວ ແລະ ຊ່ວຍເຫຼືອໂຮງ ຮຽນປະຖົມຢູ່ໃນຂອບເຂດນະ ຄອນຫຼວງວຽງຈັນ ຈຳນວນ ໜຶ່ງ ແລະ ວຽກງານອື່ນໆຂອງ ສປປ ລາວ.
ທ່ານ ທາກາຮາຊິ ຊູຊູມູ ກໍ່ ໄດ້ສະແດງຄວາມຂອບອົກ ຂອບໃຈຕໍ່ທ່ານລັດຖະມົນຕີທີ່ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບ ອຸ່ນພ້ອມທັງຢືນຢັນວ່າຈະສືບ ຕໍ່ໃຫ້ການຊ່ວຍເຫຼືອລ້າ ແລະ ສະໜັບໜູນວຽກງານທີ່ກ່ຽວ ຂ້ອງແກ່ ສປປ ລາວ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...