spot_img
Homeຂ່າວພາຍ​ໃນ"ລັດຖະບານ ຢືນຢັນ ຈະລົງໂທດພະນັກງານລັດທຸກຄົນ ທີ່ກ່ຽວຂ້ອງ ກັບການຄ້າໄມ້ເຖື່ອນ"

“ລັດຖະບານ ຢືນຢັນ ຈະລົງໂທດພະນັກງານລັດທຸກຄົນ ທີ່ກ່ຽວຂ້ອງ ກັບການຄ້າໄມ້ເຖື່ອນ”

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ພະນັກງານລັດທຸກ ຊັ້ນຄົນມີໜ້າທີ່ ຈະຕ້ອງຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ຕາມຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະກວດກາຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ທີ່ໄດ້ປະກາດບັງຄັບໃຊ້ ນັບແຕ່ວັນທີ 13 ພຶດສະພາ 2016 ເປັນຕົ້ນມາ ໂດຍຖ້າຫາກກວດພົບວ່າ ພະນັກງານລັດຄົນໃດ ປະຕິບັດໜ້າທີ່ ໄປໃນທິດທີ່ຂັດແຍ້ງກັບຄຳສັ່ງດັ່ງກ່າວ ຫຼື ມີສ່ວນກ່ຽວຂ້ອງ ກັບການລັກລອບຄ້າໄມ້ ເຖື່ອນ ກໍຈະຖືກລົງໂທດຕາມກົດໝາຍໂດຍບໍ່ມີການຍົກເວັ້ນ.
ທ່ານ ທອງລຸນ ຢືນຢັນດ້ວຍວ່າ ເປົ້າໝາຍສຳຄັນທີ່ສຸດຂອງຄຳສັ່ງ ນາຍົກລັດຖະມົນຕີ ສະບັບນີ້ ກໍຄືການສັ່ງຫ້າມບໍ່ໃຫ້ການອະນຸຍາດ ສຳປະທານປ່າໄມ້ໃນລາວອີກຕໍ່ໄປ ດັ່ງທີ່ທ່ານໄດ້ເນັ້ນຢໍ້າວ່າ:

“ຕໍ່ໄປນີ້ ຈະບໍ່ມີໂຄວຕາ ເພາະຜ່ານມາເວົ້າເລື່ອງໂຄວຕານີ້ ເສຍຫາຫຼາຍ ສະນັ້ນ ຄຳສັ່ງນີ້ຢຸດບໍ່ໃຫ້ສົ່ງອອກໄມ້ທ່ອນເດັດຂາດໂລດ ຜູ້ໃດຝືນນີ້ບໍ່ໄດ້ ເພາະວ່າ ພວກ ລັກລອບນີ້ຕ້ອເຄັ່ງຂັດເດ້ ຕ້ອງກວດເດ້ ຜູ້ໃດກະຢ່າ ບໍ່ໃຫ້ມີເບື້ອງໜ້າເບື້ອງຫຼັງ ໄມ້ຢູ່ສະໜາມ 1 ບໍ່ໃຫ້ເຄື່ອນອອກມາສະໜາມ 2 ເດັດຂາດ ປະໄວ້ຫັ້ນແຫຼະ ຖ້າວ່າ ເອົາຈາກສະໜາມ 1 ຂົນມາສະໜາມ 2 ປະຊາຊົນໄປຕັດອີກ ເພາະວ່າ ພວກພໍ່ຄ້ານີ້ ເຂົາໄປຈ້າງໃຫ້ປະຊາຊົນຕັດ ສ່ວນວ່າ ໄມ້ຜິດ ເຈົ້າຕັດເກີນ ບໍ່ເສຍພັນທະ ຫຼືວ່າ ລັກລອບຕັດ ຍຶດເປັນຂອງລັດໂລດ.”

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ ທີ່ແນໃສ່ການ ຢຸດຢັ້ງ ການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍ ໃຫ້ໄດ້ຢ່າງແທ້ຈິງ ໂດຍມີສາລະສຳຄັນ ໃນຂໍ້ 1 ທີ່ໄດ້ກຳນົດໃຫ້ທຸກພາກສ່ວນ ທັງສູນກາງ ແລະທ້ອງຖິ່ນ ໃນທົ່ວປະເທດ ຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບ ໃນການ ຈັດຕັ້ງປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບ ການຄຸ້ມຄອງປ່າໄມ້ ການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ທຸລະກິດການຄ້າໄມ້ ແລະ ການສົ່ງໄມ້ໄປຕ່າງປະເທດ.

ສ່ວນຂໍ້ 2 ກໍໄດ້ລະບຸຢ່າງຊັດເຈນວ່າ ໃຫ້ຍຸຕິການສົ່ງອອກໄມ້ທ່ອນ ໄມ້ຕີຕັບ ໄມ້ແປຮູບ ໄມ້ຊອຍ ຮາກໄມ້ ເຫງົ້າໄມ້ ຕໍໄມ້ ງ່າໄມ້ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກຈາກ ປ່າທຳມະຊາດ ໄປຕ່າງປະເທດ ໃນທຸກກໍລະນີຢ່າງເດັດຂາດ ຮວມທັງໄມ້ທີ່ລັດຖະບານ ໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ທັງນີ້ໂດຍຈະອະນຸຍາດໃຫ້ສົ່ງອອກ ໄດ້ສະເພາະໄມ້ ທີ່ໄດ້ປຸງແຕ່ງເປັນຜະລິດຕະພັນ ສຳເລັດຮູບ ຕາມມາດຕະຖານທີ່ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ວາງອອກຢ່າງຄົບຖ້ວນແລ້ວເທົ່ານັ້ນ.

ສຳລັບ ກ່ຽວກັບການຈັດຕັ້ງປະຕິບັດ ໃນພາກຕົວຈິງນັນ ຄຳສັ່ງຂອງນາຍົກລັດຖະມົນຕີ ລາວ ສະບັບນີ້ ກໍໄດ້ກຳນົດໃຫ້ເປັນການປະສານງານ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ກະຊວງການເງິນ ກະຊວງອຸດສາຫະກຳ ແລະການຄ້າ ກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ແລະກະຊວງປ້ອງກັນປະເທດ ຊຶ່ງຈະຕ້ອງດຳເນີນ ມາດຕະການກວດກາ ການຂຸດຄົ້ນໄມ້ ໃນທຸກໂຄງການຢ່າງເຂັ້ມງວດ ທັງຍັງຈະຕ້ອງ ດຳເນີນມາດຕະການລົງໂທດຕໍ່ຜູ້ກະທຳຜິດຢ່າງເດັດຂາດອີກດ້ວຍ.

ທັງນີ້ ລັດຖະບານລາວ ໄດ້ວາງແຜນການເພີ່ມຄວາມໜາແໜ້ນ ຂອງສະພາບປ່າ ໃນ ລາວໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງເນື້ອທີ່ທັງໝົດໃນປີ 2015 ແລະປີ 2020 ຫາກແຕ່ຈາກການສຳຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນລາວ ໄດ້ ຫລຸດລົງຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນຂອງພື້ນທີ່ທັງໝົດໃນປີ 1960 ເປັນ 9.4 ລ້ານເຮັກຕາ ຫຼື ຕ່ຳກວ່າ 40 ເປີເຊັນ ຂອງພື້ນທີ່ທັງໝົດໃນປີ 2015 ໂດຍມີສາເຫດ ທີ່ສຳຄັນ ມາຈາກການລັກລອບຕັດໄມ້ເກີນໂຄວຕາ ເຊັ່ນໃນແຜນການປີ 2014-2015 ລັດຖະບານລາວ ໄດ້ອະນຸມັດໂຄວຕ້າ ການຕັດໄມ້ໃນປະລິມານລວມ 1 ລ້ານແມັດກ້ອນ ຫາກແຕ່ກໍມີການຕັດເກີນໂຄວຕ້າຢ່າງຫຼວງຫຼາຍ.
————
ທີ່ມາ: Support Prime Minister ThongLoun SISOULITH

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...