Homeຂ່າວການພັດທະນາລັດຖະບານລາວ ຕ້ອງການເງິນທຶນ 21,666 ລ້ານໂດລາ ສຳລັບໂຄງການພັດທະນາປະເທດ

ລັດຖະບານລາວ ຕ້ອງການເງິນທຶນ 21,666 ລ້ານໂດລາ ສຳລັບໂຄງການພັດທະນາປະເທດ

Published on

ລັດຖະບານລາວ ຕ້ອງການເງິນທຶນໃນມູນຄ່າລວມເຖິງ 21,666 ລ້ານໂດລາ ສຳລັບນຳ ໃຊ້ໃນໂຄງການພັດທະນາຕ່າງໆ ທີ່ລັດຖະບານໄດ້ວາງອອກໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຊ່ວງໄລະຍະປີ 2017-2020.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຢືນຢັນ ວ່າ ລັດຖະບານລາວ ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດລົງຈາກ 7.5 ເປີ ເຊັນເປັນ 7.2 ເປີເຊັນຕໍ່ປີໃນຊ່ວງໄລຍະ 4 ປີທີ່ເຫຼືອຂອງແຜນການພັດທະນາເສດຖະກິດ ແລະ ສັງຄາມແຫ່ງຊາດໄລຍະ 5 ປີຄັ້ງທີ 8 ທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ແລະ ຈະຍັງຈັດຕັ້ງປະຕິບັດຕໍ່ໄປຈົນເຖິງປີ 2020 ເຊິ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າລວມຫຼາຍກວ່າ 597,682.75 ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 23.82 ລ້ານກີບ ຫຼື ປະມານ 2,978 ໂດລາຕໍ່ຄົນໃນປີ 2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍ່ຈະຕ້ອງນຳໃຊ້ເງິນທຶນບໍ່ຫນ້ອຍກວ່າ 173,328 ຕື້ກີບ ຫຼື ປະມານ 21,666 ລ້ານໂດລາ ໂດຍຄິດເປັນ 29 ເປີເຊັນຂອງ GDP ເຊິ່ງໃນນີ້ແບ່ງເປັນການລົງທຶນຂອງລັດ 21,723 ຕື້ກີບເງິນ ທຶນຈາກການກູ້ຢືມ ແລະ ຄວາມຊ່ວຍເຫຼືອຈາກຕ່າງປະເທດ 33,960 ຕື້ກີບ ການລົງທຶນຂອງເອກະຊົນລາວ ແລະ ຕ່າງປະເທດ 79,447 ຕື້ກີບ ແລະ ເງິນທຶນຈາກລະບົບສິນເຊື່ອຂອງທະ ນາຄານໃນປະເທດ 38,199 ຕື້ກີບຕາມລຳດັບ.

 

ເຄຣດິດຈາກ: ສຳນັກຂ່າວວີໂອເອລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...