spot_img
Homeຂ່າວທ້ອງຖິ່ນລັດຖະບານລາວຈະນໍາເຂົ້າໜ້າກາກອານາໄມຈໍານວນ 2 ລ້ານຜືນຈາກ ສສ ຫວຽດນາມ

ລັດຖະບານລາວຈະນໍາເຂົ້າໜ້າກາກອານາໄມຈໍານວນ 2 ລ້ານຜືນຈາກ ສສ ຫວຽດນາມ

Published on

ປະຈຸບັນ ລາຄາຫນ້າກາກປິດປາກ ທີ່ຂາຍຢູ່ ສປປ ລາວ ແມ່ນມີລາຄາເພີ່ມສູງຂຶ້ນ ຫຼາຍກ່ວາ 10 ເທົ່າ ເມື່ອທຽບໃສ່ ລາຄາ ກ່ອນການແຜ່ລະບາດຂອງເຊື້ອໂຄວິດ-19.

ເພື່ອສະໜອງໜ້າກາກອານາໄມໃຫ້ພຽງພໍກັບຄວາມຕ້ອງການ ແລະ ແຊກແຊງລາຄາໜ້າກາກອານາໄມທີ່ຂາຍໃນທ້ອງຕະຫຼາດທີ່ມີລາຄາສູງ ທາງລັດຖະບານລາວກໍ່ຄືກະຊວງສາທາລະນະສຸກ ຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີແຜນສັ່ງຊື້ໜ້າກາກອານາໄມຈາກປະເທດຫວຽດນາມໃນລ໋ອດທຳອິດ ເປັນຈຳນວນ 2 ລ້ານແຜ່ນ ໂດຍໃນນີ້ 1.5 ລ້ານແຜ່ນ ແມ່ນຈະມອບໃຫ້ ພະນັກງານແພດໝໍ ທີ່ເຮັດວຽກ ໃນໂຮງໝໍ ແລະ ຄົນເຈັບ ທີ່ມາຮັກສາໂຕ ຢູ່ໂຮງໝໍ, ສ່ວນອີກ 500,000 ແຜ່ນ ແມ່ນຈະເປີດຂາຍ ໃຫ້ປະຊາຊົນທົ່ວໄປຊື້.

ການສັ່ງເຂົ້າໜ້າກາກປິດປາກ ຈາກຫວຽດນາມ ໃນເທື່ອນີ້ ເປັນການຮ້ອງຂໍພິເສດ ຈາກລັດຖະບານລາວ ເຖິງລັດຖະບານຫວຽດນາມ, ເພາະໃນປະຈຸບັນ ສສ ຫວຽດນາມ ແມ່ນສັ່ງໂຈະ ການສົ່ງອອກໜ້າກາກປິດປາກ ໄປຕ່າງປະເທດ ແລະ ຝ່າຍ ສສ ຫວຽດນາມ ກໍ່ເຫັນດີ ຮັບເອົາຂໍ້ສະເໜີ ຂອງລາວ ເພາະເປັນການພົວພັນພິເສດ ຂອງສອງປະເທດ ແລະ ປະມານເດືອນ ເມສາ 2020 ຈະມີໂຮງງານ ຈາກປະເທດເພື່ອນບ້ານ ເຂົ້າມາເປີດໂຮງງານ ຜະລິດໜ້າກາກປິດປາກ ຢູ່ ສປປ ລາວ ຊຶ່ງຄາດວ່າ ຈະຜະລິດຫນ້າກາກໄດ້ 500,000 ຜືນ ຕໍ່ເດືອນ.

 

ຂ່າວໂດຍ:​ ພຸດສະດີ

ແຫຼ່ງຂໍ້ມູນ: ​ວຽງຈັນທາມ

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...