spot_img
Homeຂ່າວພາຍ​ໃນລັດຖະບານປະກາດໃຊ້ລະບຽບການຂໍວີຊ່າເຂົ້າ-ອອກປະເທດແບບໃໝ່ແກ່ຄົນລາວທີ່ຖືສັນຊາດອື່ນ

ລັດຖະບານປະກາດໃຊ້ລະບຽບການຂໍວີຊ່າເຂົ້າ-ອອກປະເທດແບບໃໝ່ແກ່ຄົນລາວທີ່ຖືສັນຊາດອື່ນ

Published on

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ອອກດໍາລັດຂອງລັດຖະບານ ສະບັບເລກທີ 475 ກ່ຽວກັບການອອກວີຊ່າ ແລະ ໄລຍະເວລາການພັກເຊົາໃນປະເທດລາວຂອງຄົນລາວທີ່ຖືສັນຊາດປະເທດອື່ນ ແລະ ອາໄສຢູ່ຕ່າງປະເທດ.

ໃນດໍາລັດໜ້າທີ 7 ໄດ້ອະນຸຍາດໃຫ້ກຸ່ມເປົ້າໝາຍສາມາດຍື່ນຂໍວີຊ່າເຂົ້າ-ອອກຄັ້ງດຽວ ຫຼື ຫຼາຍຄັ້ງໄດ້. ອີງຕາມມາດຕາທີ 7 ວີຊ່າທີ່ສາມາດເຂົ້າ-ອອກປະເທດໄດ້ຫຼາຍຄັ້ງແມ່ນມີອາຍຸນໍາໃຊ້ 2 ປີ ສ່ວນວີຊ່າທີ່ສາມາດເຂົ້າ-ອອກປະເທດໄດ້ເທື່ອດຽວມແມ່ນມີອາຍຸນໍາໃຊ້ 5 ປີ.

ໂດຍວີຊ່າທັງສອງປະເພດແມ່ນອະນຸຍາດໃຫ້ຜູ້ທີ່ຖືວີຊ່າສາມາດດໍາລົງຊີວິດຢູ່ ສປປ ລາວໄດ້ເຖິງ 90 ວັນ ແລະ ສາມາດຕໍ່ວີຊ່າໄດ້ 2  ຄັ້ງ ໂດຍບໍ່ເກີນ 90 ວັນຕໍ່ການຕໍ່ວີຊ່າ 1 ຄັ້ງ. ນະໂຍບາຍນີ້ແມ່ນອໍານວຍຄວາມສະດວກໃນການເຂົ້າ-ອອກ ສປປ ລາວຂອງຄົນທີ່ມີເຊື້ອສາຍລາວແຕ່ຖືສັນຊາດຕ່າງປະເທດ ແລະ ອາໄສຢູ່ຕ່າງປະເທດ. ສໍາລັບຄົນທີ່ອາໄສຢູ່ ສປປ ລາວ ຢູ່ແລ້ວ ແລະ ຕ້ອງການຍື່ນຂໍວີຊ່າເຂົ້າ-ອອກຫຼາຍຄັ້ງໂດຍສາມາດສົ່ງເອກະສານທີ່ກ່ຽວຂ້ອງຫາກະຊວງການຕ່າງປະເທດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...