Homeຂ່າວພາຍ​ໃນລັດຕ້ອງການທຶນພັດທະນາ 5 ປີຕໍ່ໜ້າ 223 ພັນຕື້ກີບ

ລັດຕ້ອງການທຶນພັດທະນາ 5 ປີຕໍ່ໜ້າ 223 ພັນຕື້ກີບ

Published on

ເພື່ອ​ສ້າງ​ພື້ນ­ຖານ​ບາດ​ລ້ຽວ​ໃໝ່ຮັບ­ປະ­ກັນ​ໃຫ້​ແກ່​ສະ­ຖຽນ​ລະ​ພາບ​ທາງດ້ານ​ການ­ເມືອງ​ສັງ­ຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທົ່ວ​ເຖິງ​ພັດທະ​ນາ​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາ­ວະ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020 ກ້າວ​ເຂົ້າ​ສູ່​ປະ­ເທດ​ທີ່​ກຳ­ລັງ​ພັດ­ທະ­ນາໂດຍ​ຊຸກ­ຍູ້​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດຖະ​ກິດ​ຕາມ​ທິດ​ຍືນ​ຍົງ​ທີ່​ມີ​ການ​ຄຸ້ມ​ຄອງ ແລະ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ຢ່າງ​ມີ​ປະ​ສິດ­ທິ​ຜົນ​ທັງ​ນີ້​ໃນ 5 ປີ ຕໍ່­ໜ້າລັດ​ມີ​ຄວາມ​ຕ້ອງ­ການ​ທຶນ​ຈຳ­ນວນ 2 ຮ້ອຍ​ກວ່າ​ຕື້​ກີບ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການພັດ­ທະ­ນາ​ດ້ານ​ຕ່າງໆ​ຫຼຸດ​ລົງ​ຈາກ 5 ປີ​ກ່ອນ 25 ພັນ​ຕື້​ກີບ.

ອີງ​ຕາມ​ຄາດ­ໝາຍ​ສູ້​ຊົນ​ຂອງ​ແຜນພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ VIII ຮູ້​ວ່າ​ເພື່ອ​ເຮັດ​ໃຫ້​ເສດ­ຖະ­ກິດ​ຂະ ຫຍາຍ​ຕົວ­ຢ່າງ​ຕໍ່​ເນື່ອງ​ສະ­ເລ່ຍ 7,5% ຕໍ່ ປີ​ຂຶ້ນ​ໄປໃນ​ໄລ​ະ​ຍະ 5 ປີ​ຕໍ່­ໜ້າ(2016-2020) ລັດ­ຖະ­ບານ​ມີ​ຄວາມ​ຕ້ອງ­ການທຶນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ຈຳ­ນວນ 223 ພັນ​ຕື້​ກີບ ຫຼື ປະມານ 27 ຕື້​ໂດ​ລາ​ສະ­ຫະລັດ​ກວມ​ເອົາ 30% ຂອງ​ລວມ​ຍອດ​ມູນຄ່າ​ຜະ­ລິດ​ຕະ​ພັນ​ພາຍ​ໃນການ​ລົງ­ທຶນ ພາຍ​ໃນ​ກວມ​ປະ­ມານ 9-11% ຂອງການ​ລົງ­ທຶນ​ລວມການ​ລົງ­ທຶນ​ຈາກ​ການຊ່ວຍ­ເຫຼືອ​ລ້າ ​ແລະກູ້​ຢືມ ກວມ​ປະ­ມານ 12-16% ນອກ​ນີ້​ຍັງ​ມີ​ການ​ລົງ­ທຶນ​ຂອງເອ­ກະ​ຊົນ​ພາຍ​ໃນ-ຕ່າງ­ປະ­ເທດ​ກວມ​ປະມານ 54-57% ແລະ​ຍັງ​ມີ​ກອງ​ທຶນຈາກ​ລະ­ບົບ​ການ​ເງິນ-ເງິນ­ຕາກວມ​ປະມານ19-21% ຂອງ​ການ​ລົງ­ທຶນ​ທັງ​ໝົດ.

ທັງ​ໝົດ​ນີ້​ກໍ່​ເພື່ອ​ປະ­ກອບ­ສ່ວນ​ໃນການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໃຫ້​ຫຼຸດ​ລົງ​ຢູ່​ລະ­ດັບ​ຕ່ຳ​ກວ່າ 10% ຂອງ​ປະ­ຊາ­ກອນ​ທີ່​ຄາດ​ວ່າ​ຈະ​ມີ​ທັງ​ໝົດ 7,08 ລ້ານ​ຄົນ​ໃນ ປີ 2020 ໃນ​ນັ້ນ ຈະ​ເປັນ​ກຳ­ລັງ​ແຮງ​ງານ​ທັງ​ໝົດ​ປະ­ມານ 4,41 ລ້ານ​ຄົນ ໃນ​ຂະ­ແໜງ​ກະ​ສີ​ກຳ​ປະມານ 2,8 ລ້ານ​ຄົນ​ອຸດ​ສະ­ຫະ​ກຳ 05,6 ແສນ​ຄົນ ແລະ​ຂະ­ແໜງ​ບໍ­ລິ­ການ​ປະ­ມານ 1,05 ລ້ານ​ຄົນ.

ແນວ­ໃດ​ກໍ​ດີ ຈາກ​ຂໍ້​ມູນ​ລັດ­ຖະ­ບານໃຫ້​ຮູ້​ວ່າ: ປີ 2015 ຈຳ­ນວນ​ປະ­ຊາ­ກອນ ທົ່ວ​ປະ­ເທດ​ມີ​ທັງ​ໝົດ 6,49 ລ້ານ​ຄົນ ໃນ​ນັ້ນ​ມີ​ກຳ­ລັງ​ແຮງ​ງານ 3,8 ລ້ານ​ຄົນ ຊຶ່ງ​ໂຄງ​ປະ­ກອບ​ໄດ້​ຄ່ອຍໆ​ຫັນ​ໄປ​ຕາມ ທິດ​ການ​ຫັນ​ເປັນ​ອຸດ​ສະ­ຫະ​ກຳ ແລະ​ທັນສະ­ໄໝ​ຂຶ້ນ​ເທື່ອ​ລະ​ກ້າວ​ການ​ລົງ­ທຶນ​ທົ່ວສັງ­ຄົມ​ໃນ​ໄລ­ຍະ 5 ປີ ຜ່ານ​ມາ(2011-2015) ໄດ້​ບັນ­ລຸ​ມູນ​ຄ່າ​ສູງ​ກ່ວ​າ 248 ພັນ​ຕື້​ກວ່າ​ກີບ ລື່ນ​ແຜນ­ການ​ກຳ­ນົດ​ໄວ້ ອັນ​ໄດ້​ເປັນ​ສ່ວນ​ໜຶ່ງ​ເຮັດ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໄດ້​ຮັບ​ການ​ຍົກ​ລະດັບ​ສູງ​ຂຶ້ນ ໂດຍ​ໃນ​ປີ 2015 ຄອບ­ຄົວທຸກ​ຍາກ​ຍັງ​ເຫຼືອ​ພຽງ 6,59% ຂອງຄອບ­ຄົວ​ທັງ​ໝົດ​ແລະ 89,6% ຂອງຄອບ­ຄົວ​ທັງ​ໝົດ​ແມ່ນ​ໄດ້​ຊົມ­ໃຊ້​ໄຟ­ຟ້າສ່ວນ​ດ້ານ​ອື່ນໆ​ກໍ​ໄດ້​ຮັບ​ການ​ປັບ­ປຸງ​ຍົກ​ລະ­ດັບ​ຂຶ້ນ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ເທື່ອ​ລະ​ກ້າວ.
ທີ່ມາ: ເສດຖະກິິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...