spot_img
Homeຂ່າວທ້ອງຖິ່ນລັດຍັງບໍ່ສາມາດໄກ່ເກ່ຍດິນທີ່ຖືກໂຄງການພັດທະນາບາງຂົງເຂດ

ລັດຍັງບໍ່ສາມາດໄກ່ເກ່ຍດິນທີ່ຖືກໂຄງການພັດທະນາບາງຂົງເຂດ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ຈັນໄດ້ແຈ້ງໃຫ້ຮູ້ວ່າ: ການໄກ່ເກ່ຍ ກ່ຽວກັບບັນຫາດິນປະຊາຊົນ ທີ່ຢູ່ໃນບາງຂົງເຂດກໍ່ສ້າງທີ່ເປັນໂຄງການໃຫຍ່ໆ ທີ່ລັດຖະບານມີສ່ວນກ່ຽວຂ້ອງຍັງບໍ່ທັນສາມາດແກ້ໄຂໄດ້ ຍ້ອນປະຊາຊົນບໍ່ໄດ້ຮັບການຊົດເຊີຍທີ່ເໜາະສົມ ແລະ ບວກກັບການ ໃຫ້ຂໍ້ມູນຂອງພະນັກງານຈຳນວນໜຶ່ງທີ່ລົງໄປໄກ່ເກ່ຍບໍ່ຊີ້ແຈງໃຫ້ປະຊາຊົນເຂົ້າໃຈລະອຽດ ແລະ ໃຊ້ຄຳເວົ້າທີ່ບໍ່ເໝາະສົມກັບປະຊາຊົນ. ພ້ອມນັ້ນປະຊາຊົນຈໍານວນໜຶ່ງກໍ່ຢາກໄດ້ຜົນປະໂຫຍດຂອງຕົນເກີນຂອບເຂດ.

ທ່ານ ບຸນຄາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ຈັນ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ຜ່ານມາມີບາງບຸກຄົນໄປອາໄສຢູ່ເຂດດິນປ່າສະຫງວນຂອງລັດເຊິ່ງໃນກໍລະນີນີ້ຖ້າມີການຍ້າຍ ຫຼື ຖືກໂຄງການ ເບື້ອງລັດຈະຊົດເຊີຍພຽງແຕ່ສິ່ງປຸກສ້າງ ແລະ ຜົນລະປູກເທົ່ານັ້ນ ບໍ່ໄດ້ຊົດເຊີຍເລື່ອງດິນ ຈຶ່ງເຮັດໃຫ້ປະຊາຊົນຈຳນວນໜຶ່ງບໍ່ຍິນຍອມ. ປະຊາຊົນຕ້ອງເຂົ້າໃຈວ່າ ອັນ ໃດແມ່ນດິນຂອງຕົນອັນໃດ ແມ່ນກຳມະສິດຂອງລັດ, ໃນກໍລະນີທີ່ແມ່ນດິນຂອງປະຊາຊົນແທ້ມີໃບຕາດິນທີ່ຖືກຕ້ອງຄົບຖ້ວນກໍ່ບໍ່ຄວນຮຽກຮ້ອງຄ່າຊົດເຊີຍມູນຄ່າເກີນຂອບເຂດ, ເຊິ່ງປະຈຸບັນປະຊາຊົນອ້າງວ່າການຈ່າຍຄ່າຊົດເຊີຍທີ່ລັດວາງອອກແມ່ນບໍ່ເໝາະສົມ ອັນນີ້ເຮັດໃຫ້ປະ ຊາຊົນບໍ່ຍິນຍອມ.

ທ່ານ ບຸນຄາມ ໄດ້ກ່າວຕື່ມວ່າ: ບັນຫາພະນັກງານທີ່ລົງໄປໄກ່ເກ່ຍ ກໍ່ເປັນບັນຫາໜຶ່ງ ທີ່ເຮັດໃຫ້ປະຊາ ຊົນບໍ່ລົງລອຍນໍາ ເພາະມີການເວົ້າຈາບໍ່ສຸພາບອ່ອນໂຍນ ແລະ ການອະທິບາຍຊີ້ແຈງ ໃຫ້ປະຊາຊົນຍັງບໍ່ລະອຽດເຮັດໃຫ້ເຂົາເຈົ້າບໍ່ເຂົ້າໃຈ, ອີກກໍລະນີໝຶ່ງ ບາງໂຄງການທີ່ ບໍລິສັດເອກະຊົນໄດ້ກຳມະສິດໃນການສຳປະທານດິນຈາກລັດແລ້ວ ແຕ່ບໍລິສັດດັ່ງກ່າວບໍ່ໄດ້ໄປເບິ່ງລະ ອຽດວ່າມີປະຊາຊົນໄດ້ທໍາມາຫາ ກິນຢູ່ເຂດດັ່ງກ່າວ ແລະ ໄດ້ໄປພັດທະນາໂລດໂດຍບໍ່ແຈ້ງ ໃຫ້ຊາບລ່ວງໜ້າ ຈຶ່ງເຮັດໃຫ້ປະຊາຊົນບໍ່ເຂົ້າໃຈ ແລະ ມີການຕໍ່ວ່າຕໍ່ຂານ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...