spot_img
Homeຂ່າວການພັດທະນາລັດກຽມກວດກາຄືນດິນທີ່ອະນຸຍາດໃຫ້ຕ່າງຊາດສຳປະທານ

ລັດກຽມກວດກາຄືນດິນທີ່ອະນຸຍາດໃຫ້ຕ່າງຊາດສຳປະທານ

Published on

ນັບແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນແຕ່ວັນທີ 16 ຕຸລາເປັນຕົ້ນມາ ກໍນັບວ່າຫຼາຍບັນຫາເຄັ່ງຮ້ອນທີ່ສະມາ ຊິກສະພາແຫ່ງຊາດຕັ້ງຄຳຖາມເຖິງລັດ ຖະບານ ເປັນຕົ້ນແມ່ນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ການແກ້ໄຂຜົນການກວດສອບ ແລະບັນ ຫາອື່ນໆທີ່ກ່ຽວຂ້ອງ ພ້ອມທັງເຫັນວ່າ ເປັນບັນຫາຮີບດ່ວນ ໜຶ່ງໃນນັ້ນກໍແມ່ນ ບັນຫາກ່ຽວກັບຄຸ້ມຄອງ ແລະ ນຳໃຊ້ທີ່ດິນອັນເປັນຊັບສົມບັດທີ່ຊົງຄຸນຄ່າຂອງຊາດໃນໄລຍະຜ່ານມາຂອງລັດຖະບານ.

ຕໍ່ກັບບັນຫາດັ່ງກ່າວນີ້ໃນວັນທີ 23 ຕຸລາຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກໍໄດ້ໃຫ້ກຽດຂຶ້ນຊີ້ແຈງ ຕໍ່ທີ່ປະຊຸມບາງຕອນວ່າ: ສຳລັບການຄຸ້ມຄອງທີ່ດິນ, ການນຳໃຊ້ທີ່ດິນທີ່ເປັນຊັບສົມບັດແຫ່ງຊາດຂອງພວກເຮົາໃນ ໄລຍະທີ່ຜ່ານມາ ແມ່ນມີຫຼາຍອັນທີ່ສັບສົນ ແລະ ຜິດພາດຄວາມຈິງແລ້ວພວກເຮົາມີກົດໝາຍມີນິຕິກຳລຸ່ມກົດໝາຍ ແລະມີນະໂຍບາຍຈະແຈ້ງ ແຕ່ການປະ ຕິບັດກົດໝາຍນິຕິກຳກ່ຽວກັບບັນຫາທີ່ດິນຍັງມີຊ່ອງວ່າງຫຼາຍ ພາໃຫ້ການ ສວຍໃຊ້ໂອກາດເອົາລະບຽບການຕ່າງໆມາປັບປ່ຽນແອບແຝງໃຫ້ເປັນຜົນປະໂຫຍດໃຫ້ບຸກຄົນ ຫຼື ກຸ່ມຄົນທຸລະກິດ ຈຳນວນໜຶ່ງໄດ້ຮັບຜົນປະໂຫຍດແຕ່ວ່າລັດ ແລະ ປະຊາຊົນຈຳນວນໜຶ່ງບໍ່ໄດ້ຮັບຜົນປະໂຫຍດ.

ຕໍ່ການປະຕິບັດດັ່ງກ່າວ ດັ່ງນັ້ນ, ໃນ ຕໍ່ໜ້າທ່ານນາຍົກລະບຸວ່າ ລັດຖະບານ ຈະໄດ້ນຳເອົາມະຕິກ່ຽວກັບທີ່ດິນມາ ຜັນຂະຫຍາຍໃຫ້ເປັນອັນລະອຽດ ເພື່ອ ຄຸ້ມຄອງທີ່ດິນໃຫ້ໄປຕາມກົດໝາຍຢ່າງ ເຂັ້ມງວດ ແລະບໍ່ໃຫ້ສວຍໃຊ້ທີ່ວ່າ ຫັນທີ່ ດິນ ຫັນຊັບພະຍາກອນໃຫ້ເປັນທຶນໄປໃນ ທາງທີ່ຜິດ ແລະເປັນການສວຍໂອກາດ ເຮັດໃຫ້ທີ່ດິນທີ່ເປັນຊັບສົມບັດຂອງຊາດ ເປັນວົງຄະນາຍາດແຫ່ງຊາດ ໄດ້ການ ນຳໃຊ້ຢ່າງສົມເຫດສົມຜົນ ແລະ ມີປະສິດ ທິຜົນສູງ ນຳຄຸນຄ່າມາສູ່ປະເທດຊາດ ແລະ ປະຊາຊົນແທ້ຈິງ.

ພ້ອມດຽວກັນນັ້ນກໍຈະສ້າງກົນໄກຂຶ້ນມານີ້ໃຫ້ຮັດກຸມເພື່ອພັດທະນາທຸກ ການຊື້-ຂາຍດິນ, ການສຳປະທານໃດໆ ການຈັບຈອງຕະຫຼອດເຖິງການທຳລາຍຄຸນນະພາບຄວາມອຸດົມສົມບູນຂອງດິນ, ປ່າໄມ້, ແຫຼ່ງນ້ຳຈະຖືກແກ້ໄຂໄປເທື່ອລະກ້າວ ແລະ ອັນໃດເສຍພະຍາຍາມເອົາກັບຄືນມາ.

ຂະນະທີ່ໃນໄວໆ ທ່ານ ທອງລຸນ ສີ ສຸລິດ ເປີດເຜີຍຕື່ມວ່າລັດຖະບານຈະອອກຂໍ້ກຳນົດການນຳໃຊ້ທີ່ດິນໃຫ້ຈະແຈ້ງລະອຽດກວ່າເກົ່າ. ຕ່າງປະເທດມາສຳປະທານຈະຕ້ອງໄດ້ເບິ່ງຄືນອັນໃດຜິດ ຫຼື ອັນໃດບໍ່ຜິດຖ້າຜິດຈະຕ້ອງໄດ້ແກ້ໄຂ ຖ້າຖືຕາມແນວທາງ ແລະ ຖືກຕ້ອງຕາມກົດໝາຍຈະຕ້ອງໃຫ້ສືບຕໍ່ນຳໃຊ້ຕໍ່ໄປແຕ່ຕ້ອງມີການຄວບຄຸມ-ຄຸ້ມຄອງ ແລະ ອື່ນໆ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...