spot_img
Homeຂ່າວທ້ອງຖິ່ນລັດກຳນົດ 79 ໂຄງການ 7 ແຜນງານໃນແຜນຜັງໃໝ່ຕົວເມືອງນະຄອນ ຫຼວງວຽງຈັນ

ລັດກຳນົດ 79 ໂຄງການ 7 ແຜນງານໃນແຜນຜັງໃໝ່ຕົວເມືອງນະຄອນ ຫຼວງວຽງຈັນ

Published on

ແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ສະບັບໃໝ່ຫຼ້າສຸດ ເຊິ່ງມີເນື້ອທີ່ 61,6 ພັນເຮັກຕາ ນອນໃນ 7 ເມືອງ ເພີ່ມຈາກສະບັບ ກ່ອນເຖິງ 3 ເທົ່າ ຫຼືກວມເອົາ 16% ຂອງນະຄອນຫຼວງວຽງຈັນ ທັງ ນີ້ໃນແຜນຜັງລວມດັ່ງກ່າວໄດ້ກໍານົດເອົາໂຄງການບູລິມະສິດທັງໝົດ 79 ໂຄງການປະກອບມີ 7 ແຜນງານພັດທະນາໃນອະນາຄົດ.

ໜັງສືພິມເສດຖະກິດ-ສັງຄົມ ລາຍງານວ່າ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ລາຍງານກ່ຽວກັບການຄົ້ນຄວ້າ ແລະປັບປຸງແຜນຜັງລວມ ຕົວເມືອງນະຄອນຫຼວງວຽງຈັນ ສະບັບທີ III ຕໍ່ກອງປະຊຸມສະພາ ເມື່ອວັນທີ 3 ພະຈິກຜ່ານມາເຊິ່ງໄດ້ຍົກໃຫ້ເຫັນບາງຕອນສໍາຄັນວ່າ: ແຜນຜັງລວມຕົວເມືອງນະຄອນ ຫຼວງວຽງຈັນ ສະບັບທີ I ໄດ້ ຖືກ ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 1991 ໂດຍມີເນື້ອ ທີ່ວາງ ແຜນ 9,3 ພັນເຮັກຕາ, ກວມເອົາ 100 ບ້ານໃນ 4 ເມືອງຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ.

ການວາງແຜນຜັງແມ່ນຄອບຄຸມເອົາເນື້ອທີ່ຂອງເຂດວາງແຜນ ທັງຫມົດ 61,6 ພັນເຮັກຕາເພີ່ມຂຶ້ນຈາກແຜນຜັງສະບັບທີ່ສອງ ປະມານ 3 ເທົ່າ ໂດຍກວມເອົາ 288 ບ້ານທີ່ນອນຢູ່ໃນເມືອງຈັນທະບູລີ, ສີສັດຕະນາກ ແລະ ສ່ວນໜຶ່ງຂອງເມືອງ ສີໂຄດຕະບອງ, ໄຊເສດຖາ, ຫາດຊາຍຟອງ, ນາຊາຍທອງ ແລະ ເມືອງໄຊທານີ ຫຼື ມີເນື້ອທີ່ ກວມເອົາ 16% ໃນເນື້ອທີ່ທັງຫມົດຂອງນະຄອນຫຼວງວຽງຈັນ.

ທ່ານ ບຸນຈັນ ສິນທະວົງ ກ່າວຕໍ່ວ່າ: ສໍາລັບແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ສະບັບທີ III ນີ້ໄດ້ສ້າງຂຶ້ນ ເພື່ອຮອງຮັບຕໍ່ ສະພາບການຂະຫຍາຍຕົວ ຢ່າງວ່ອງໄວ ແລະ ຕໍ່ເນື່ອງທາງດ້ານ ເສດຖະ ກິດ-ສັງຄົມ ແລະຄວາມຮຽກຮ້ອງຕ້ອງການຂອງການນໍາໃຊ້ ທີ່ດິນເພື່ອການພັດທະນາລວມເຖິງເພື່ອເປັນແນວທາງໃນການສຶບຕໍ່ ແກ້ໄຂສະພາບບັນຫາຕ່າງໆ ທີ່ຖອດຖອນໄດ້ຈາກການຈັດຕັ້ງ ປະຕິບັດແຜນຜັງຕົວເມືອງສະບັບຜ່ານມາ ແລະ ເພື່ອໃຫ້ສອດຄ່ອງ ກັບວິໄສທັດການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່.

ສ່ວນດ້ານເນື້ອໃນສະເພາະເຊັ່ນ: ດ້ານການແບ່ງເຂດນໍາໃຊ້ທີ່ດິນ ໂຄງຕາໜ່າງຖະໜົນ ແລະ ລະບົບລະບາຍນ້ຳແມ່ນໄດ້ສືບຕໍ່ປັບປຸງ ລະບົບທີ່ໄດ້ວາງແຜນໃນສະບັບກ່ອນໆອີງຕາມສະພາບຄວາມເປັນ ຈິງຂອງກໍາມະສິດທີ່ດິນໃນນີ້ເພື່ອເປັນເຮັດໃຫ້ການຈັດຕັ້ງປະຕິບັດ ຕົວຈິງມີຈຸດສຸມ ແລະ ບັນລຸໄດ້ຕາມເປົ້າໝາຍໂດຍແຜນຜັງລວມ ສະບັບໃຫມ່ນີ້ໄດ້ກໍານົດໂຄງການບຸລິມະສິດທັງໝົດ 79 ໂຄງການ ປະ ກອບມີ 7 ແຜນງານ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...