spot_img
Homeຂ່າວເຫດການລະວັງ! ພະຍາດໄຂ້ເລືອດອອກ ມີຜູ້ຕິດເຊື້ອທັງໝົດ 4.200 ກວ່າຄົນແລ້ວ

ລະວັງ! ພະຍາດໄຂ້ເລືອດອອກ ມີຜູ້ຕິດເຊື້ອທັງໝົດ 4.200 ກວ່າຄົນແລ້ວ

Published on

ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກຕໍ່ນັກຂ່າວພວກເຮົາໃນວັນທີ 14 ຕຸລານີ້ວ່າ: ປັດຈຸບັນສະພາບການລະບາດຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ຢູ່ຫລາຍແຂວງຍັງມີແນວໂນ້ມເພີ່ມຂຶ້ນເລື້ອຍໆ, ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 4.200 ຄົນ, ເພີ່ມຂຶ້ນຈາກ 2 ອາທິດຜ່ານມາ 400  ກວ່າຄົນ, ໃນນັ້ນມີຜູ້ເສຍຊີວິດແລ້ວ 10 ຄົນຄື: ແຂວງຈໍາປາສັກມີຜູ້ຕິດເຊື້ອ 1.211 ກໍລະນີ, ແລະ ເສຍຊີວິດ 7 ຄົນ, ບໍລິຄຳໄຊ 543 ກໍລະນີ ແລະ ເສຍຊີວິດ 1 ຄົນ; ຄໍາມ່ວນ 569 ກໍລະນີ; ນະຄອນຫຼວງວຽງຈັນ 639 ກໍລະນີ, ເສຍຊີວິດ 1 ຄົນ;   ສະຫັວນນະເຂດ 481 ກໍລະນີ; ສາລະວັນ 185 ກໍລະນີ, ເສຍຊີວິດ 1 ຄົນ; ອັດຕະປື 135 ກໍລະນີ; ເຊກອງ 114 ກໍລະນີ; ແຂວງວຽງຈັນ 115 ກໍລະນີ; ຫຼວງພະບາງ 114 ກໍລະນີ;  ອຸດົມໄຊ 94 ກໍລະນີ; ຫຼວງນໍ້າທາ 23 ກໍລະນີ; ໄຊຍະບູລີ 13 ກໍລະນີ; ແຂວງບໍ່ແກ້ວ 7 ກໍລະນີ; ແຂວງໄຊສົມບຸນ 6 ກໍລະນີ; ສຳລັບແຂວງອື່ນໆກໍມີຜູ້ຕິດເຊື້ອຈຳນວນໜຶ່ງ ແລະ ຕໍ່ສະພາບດັ່ງກ່າວ, ເຖິງວ່າຜ່ານມາ, ກະຊວງສາທາລະນະສຸກໄດ້ສຸມໃສ່ເລັ່ງສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງ ດ້ວຍການສົມທົບກັບທ້ອງຖິ່ນລົງໃຫ້ຄວາມຮູ້ໃນການປ້ອງກັນຕົນເອງ ແລະ ການທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວຍັງບໍ່ມີແນວໂນມຫລຸດລົງ, ກົງກັນຂາມຊ້ຳພັດມີລັກສະນະຂະຫຍາຍອອກສູ່ວົງກ້ວາງຂຶ້ນເລື້ອຍໆ.

ຍ້ອນປະຊາຊົນຈຳນວນໜິ່ງຍັງບໍ່ທັນເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຕາມທີ່ພາກສ່ວນ ກ່ຽວຂ້ອງມອບໝາຍ,ເຖິງຢ່າງໃດກໍຕາມປັດຈຸບັນພາກສ່ວນກ່ຽວຂ້ອງກໍບໍ່ໄດ້ ລົດລະໃນການເພີ່ມທະວີເອົາໃຈໃສ່ສະກັດກັ້ນພະຍາດດັ່ງກ່າວແຕ່ຍັງເພີ່ມທະວີໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດກວ່າເກົ່າ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການປະຕິບັດຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນເພື່ອສາມາດຈຳກັດພະ ຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...