ລະວັງກິນຢານອນຫລັບຜິດວິທີໃຫ້ໂທດ

0
1587

สาระน่ารู้ของยานอนหลับ

ການ​ນອນ​ຫລັບເປັນ​ການ​ພັກ​ຜ່ອນ​ທີ່​ດີ​ທີ່​ສຸດແຕ່​ສະພາບ​ສັງຄົມ​ທີ່​ມີ​ບັນຫາອາດ​ເຮັດໃຫ້​ເກີດ​ຄວາມ​ຄຽດອາການ​ນອນ​ບໍ່​ຫລັບຈຶ່ງ​ເປັນ​ໜຶ່ງ​ໃນ​ບັນຫາ​ສຸຂະພາບ​ຂອງ​ຄົນ​ເຮົາ​ໃນ​ປະ​ຈຸ​ບັນແລະ​ມີ​ທ່າອ່ຽງ​ທີ່​ຈະ​ເພີ່ມ​ຂຶ້ນຈົນ​ຕ້ອງ​ອາໃສ​ຢານອນ​ຫລັບຊຶ່ງ​ເປັນ​ອັນຕະລາຍ​ຕໍ່​ຮ່າງ​ກາຍການ​ປິ່ນປົວ​ບັນຫາ​ການ​ນອນ​ບໍ່​ຫລັບ​ຈະ​ເລີ່ມ​ຕົ້ນ​ດ້ວຍວິທີ​ບໍ່​ໃຊ້​ຢາກ່​ອນໂດຍ​ກຳຈັດ​ເຫດ​ປັດ​ໄຈ​ທີ່​ເຮັດໃຫ້​ນອນ​ບໍ່​ຫລັບປະຕິບັດ​ຕາມ​ສຸ​ຂະອານາໄມ​ການ​ນອນ​ຢ່າງ​ເໝາະ​ສົມສ່ວນ​ການ​ໃຊ້​ຢານອນ​ຫລັບ​ນັ້ນບໍ່​ໄດ້​ປິ່ນປົວ​ອາການ​ນອນ​ບໍ່​ຫລັບພຽງ​ແຕ່​ຊ່ວຍ​ໃຫ້​ອາການ​ບັນເທົາ​ລົງ​ຂະນະ​ໃຊ້ຢາຖ້າ​ພະຍາຍາມ​ແກ້​ໄຂ​ສາ​ເຫດ​ລວມ​ເຖິງ​ປັບ​ປ່ຽນ​ພຶດຕິກຳ​ການ​ນອນ​ໃຫ້​ເໝາະ​ສົມ​ແລ້ວອາການ​ຍັງ​ບໍ່​ດີ​ຂຶ້ນໝໍ​ຈຶ່ງ​ຈະ​ພິຈາລະນາ​ໃຊ້​ຢານອນ​ຫລັບ​ຮ່ວມ​ນໍາ

ການ​ໃຊ້ຢານອນ​ຫລັບຈະ​ໃຊ້​ພຽງ​ຊົ່ວ​ຄາວ​ໃນ​ໄລ​ຍະ​ເວລາ​ສັ້ນໆເນື່ອງ​ຈາກ​ການ​ໃຊ້​ຢາ​ຕໍ່​ເນື່ອງ​ເປັນ​ໄລ​ຍະ​ເວລາ​ດົນຈະ​ເຮັດໃຫ້​ການ​ຕອບສະຫນອງ​ກັບ​ຢາຫ​ລຸດລົງຕ້ອງ​ເພີ່ມ​ຂະໜາດ​ຢາ​ຫລາຍ​ຂຶ້ນ​ເລື່ອຍ​ໆເພື່ອ​ໃຫ້​ນອນ​ຫລັບ​ໄດ້ແລະ​ຍັງ​ເຮັດໃຫ້​ເກີດ​ການ​ຕິດ​ຢາ​ຖ້າ​ຢຸດ​ຢາ​ທັນ​ທີ​ອາດ​ມີ​ອາການ​ນອນ​ບໍ່​ຫລັບແລະ​ກັງ​ວົນ​ໄດ້​ນອກ​ຈາກ​ນັ້ນ​ການ​ໃຊ້​ຢານອນ​ຫລັບ​ໃນ​ໄລ​ຍະ​ຍາວຍັງ​ສົ່ງ​ຜົນ​ໃຫ້​ຫນ້າທີ່​ການເຮັດວຽກງານ​ຂອງ​ສະຫມອງ​ເສື່ອມ​ຖອຍ​ລົງ ອາດ​ເກີດ​ພະຍາດ​ສະຫມອງ​ເສື່ອມ​ໄດ້​ໂດຍ​ສະເພາະ​ໃນ​ຜູ້​ສູງ​ອາຍຸ

ດັ່ງ​ນັ້ນ​ການ​ໃຊ້​ຢານອນ​ຫລັບຈຶ່ງ​ຈຳ​ເປັນ​ຕ້ອງ​ຢູ່ໃນ​ຄວາມ​ເບິ່ງແຍງ​ຂອງໝໍເນື່ອງ​ຈາກ​ການ​ໃຊ້​ຢາ​ເກີນ​ຂະໜາດ​ຈະ​ອອກ​ລິດ​ກົດ​ການເຮັດວຽກງານ​ຂອງ​ສະຫມອງ​ທີ່​ຄວບ​ຄຸມ​ການ​ຫາຍ​ໃຈເກີດ​ພາວະ​ການ​ຫາຍ​ໃຈ​ລົ້ມ​ເຫລວເປັນ​ອັນຕະລາຍ​ເຖິງ​ແກ່​ຊີວິດ​ໄດ້ຢາ​ບາງ​ຊະນິດ​ອອກ​ລິດ​ຍາວ​ຫລັງ​ຈາກ​ຕື່ນ​ນອນ​ແລ້ວບາງ​ຄົນ​ຈະ​ຍັງ​ຮູ້ສຶກ​ຢາກນອນ,ອ່ອນ​ເພຍ ຫລື​ມຶນ​ງົງເຮັດໃຫ້​ເກີດ​ອຸບັດເຫດ​ໄດ້​ງ່າຍ​ຂຶ້ນຖ້າ​ຕ້ອງ​ຂັບ​ລົດ​ຫລື​ເຮັດວຽກ​ກັບ​ເຄື່ອງ​ຈັກ

ສະ​ນັ້ນ​ການ​ໃຊ້​ຢານອນ​ຫລັບ​ຄວນ​ຕ້ອງ​ລະ​ມັດ​ລະ​ວັງ​ເປັນ​ພິ​ເສດໂດຍ​ສະເພາະ​ຜູ້​ປ່ວຍ​ພະຍາດ​ຕັບ.ຫມາກໄຂ່ຫລັງແລະ​ຜູ້​ສູງ​ອາ​ຍຸ​ເພາະ​ຢາ​ອາດ​ສະ​ສົມ​ໃນ​ຮ່າງກາຍ​ໄດ້​ຫລາຍ​ຂຶ້ນເກີດ​ຜົນ​ຂ້າງ​ຄຽງ​ໄດ້​ຫລາຍກວ່າ​ປົກກະຕິນອກ​ຈາກ​ນັ້ນ​ຄວນ​ຫລີກ​ລ້ຽງ​ການ​ໃຊ້​ຢານອນ​ຫລັບ​ໃນ​ຍິງ​ຖືພາໃຫ້​ນົມ​ບູດ,ຜູ້​ປ່ວຍ​ພະຍາດ​ປອດແລະ​ຜູ້​ທີ່​ມີ​ພາ​ວະ​ຢຸດ​ຫາຍ​ໃຈ​ຂະນະ​ຫລັບລວມ​ເຖິງ​ຜູ້​ທີ່​ໃຊ້​ຢາ​ອອກ​ລິດ​ກົດ​ປະສາດສ່ວນ​ຜູ້​ທີ່​ໃຊ້​ຢານອນ​ຫລັບຄວນ​ງົດ​ເຄື່ອງ​ດື່ມ​ທີ່​ມີ​ແອວກໍ​ຮໍ​ທຸກ​ຊະນິດເນື່ອງ​ຈາກ​ແອວກໍ​ຮໍ​ຈະ​ໄປ​ເສີມ​ລິດອາດ​ກົດ​ການ​ຫາຍ​ໃຈ​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ໄດ້

ຖ້າ​ຈຳ​ເປັນ​ຕ້ອງ​ໃຊ້​ຢານອນ​ຫລັບ​ຄວນ​ປະຕິບັດ​ໂຕຕາມ​ສຸຂະອານາໄມ​ໃນ​ການ​ນອນ​ທີ່​ດີ​ຮ່ວມ​ນໍາໂດຍ​ຈັດ​ບັນ​ຍາ​ກາດ​ໃນ​ຫ້ອງ​ນອນ​ໃຫ້​ນອນ​ສະບາຍ,ບໍ່​ມີ​ສິ່ງ​ລົບກວນເຂົ້າ​ນອນ​ແລະ​ຕື່ນ​ນອນ​ໃຫ້ເປັນ​​ເວລາ​ນອນ​ໃຫ້​ເໝາະ​ສົມ​ແລະ​ພຽງ​ພໍ​ຢ່າງ​ໜ້ອຍ6-8ຊົ່ວ​ໂມງຫາ​ວິທີ​ຜ່ອນ​ຄາຍ​ຄວາມ​ຄຽດແລະ​ອອກ​ກຳ​ລັງ​ກາ​ຍຢ່າງສະຫມ່ຳ​ສະເໝີລວມ​ທັງ​ຫລີກ​ລ້ຽງ​ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ,ງົດ​ສູບ​ຢາ.ຖ້າ​ປະຕິບັດ​ໄປ​ເລື່ອຍ​ໆກໍ​ຈະ​ສາມາດ​ນອນ​ຫລັບ​ໄດ້​ດີ​ຂຶ້ນ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ອາໃສ​ຢານອນ​ຫລັບນໍາ​ອີກ​