Homeຂ່າວຕ່າງປະເທດຣັດເຊຍ-ອາເມຣິກາ ນັດຫາລືແກ້ບັນຫາຊີຣີຄັ້ງທຳອິດ ທ້າຍອາທິດນີ້ ຫລັງອາເມຣິກາລະງັບເຈລະຈາ

ຣັດເຊຍ-ອາເມຣິກາ ນັດຫາລືແກ້ບັນຫາຊີຣີຄັ້ງທຳອິດ ທ້າຍອາທິດນີ້ ຫລັງອາເມຣິກາລະງັບເຈລະຈາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ຕຸລາຜ່ານມານີ້ວ່າ ກະຊວງການຕ່າງປະເທດຣັດເຊຍໄດ້ຖະແຫລງວ່າ ທ່ານ ເຊີເກ ລາບຣອບ ລັດຖະມົນຕີການຕ່າງປະເທດຣັດເຊຍ ພ້ອມດ້ວຍ ທ່ານ ຈອນ ແຄຣີ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ເຫັນດີຈະຈັດກອງປະຊຸມຫາລືກັນ ເພື່ອຫາທາງອອກໃຫ້ແກ່ວິກິດການຢູ່ປະເທດຊີຣີ ຊຶ່ງຈະຈັດຂຶ້ນໃນວັນທີ 15 ຕຸລາທີ່ຈະມາເຖິງນີ້ ທີ່ເມືອງໂລຊານ ປະເທດສະວິດ ໂດຍການປະຊຸມຄັ້ງນີ້ ຈະມີການເຊີນຄະນະທູດລະດັບສູງ ຈາກບັນດາປະເທດທີ່ກ່ຽວຂ້ອງສຳຄັນ ໃນພາກພື້ນດັ່ງກ່າວເຂົ້າຮ່ວມອີກດ້ວຍ.

ການຈັດກອງປະຊຸມທີ່ຈະມີຂຶ້ນນີ້ ຖືເປັນກອງປະຊຸມກ່ຽວກັບວິກິດການຊີຣີຄັ້ງທຳອິດ ພາຍຫລັງສະຫະລັດອາເມຣິກາ ລະງັບການເຈລະຈາ ຂໍ້ຕົກລົງຢຸດຍິງ ແບບທະວິພາຄີກັບຣັດເຊຍ ເມື່ອວັນທີ 3 ຕຸລາທີ່ຜ່ານມາ ໂດຍໄດ້ກ່າວຫາຣັດເຊຍ ແລະ ລັດຖະບານຊີຣີວ່າ ອາດກຳລັງກໍ່ອາຊະຍາກຳສົງຄາມ ຈາກການທີ່ກອງກຳລັງຂອງພວກເຂົາ ປະຕິບັດການໂຈມຕີເມືອງອະເລບໂປ ຊຶ່ງຢູ່ພາຍໃຕ້ການຍຶດຄອງຂອງ ກຸ່ມຕໍ່ຕ້ານລັດຖະບານຊີຣີ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...