spot_img
Homeຂ່າວຕ່າງປະເທດຣັດເຊຍ ບໍ່ສະໜັບສະໜູນ LGBTQ ທຸກຮູບແບບ

ຣັດເຊຍ ບໍ່ສະໜັບສະໜູນ LGBTQ ທຸກຮູບແບບ

Published on

ລັດຖະສະພາຂອງຣັດເຊຍ ຮັບຮອງເອົາຮ່າງກົດໝາຍ ຫ້າມສົ່ງເສີມ “ການໂຄສະນາຊວນເຊື່ອຂອງກຸ່ມ LGBTQ” ໃຫ້ກັບເດັກນ້ອຍ.

ສຳນັກຂ່າວ the Moscow Times ຂອງຣັດເຊຍ ໄດ້ລາຍງານວ່າ: ວັນທີ 24 ພະຈິກ 2022 ຣັດເຊຍປະກາດ ຮັບຮອງເອົາຮ່າງກົດໝາຍສະບັບໃໝ່ ທີ່ຜ່ານການພິຈາລະນາວາລະທີ 3 ເຊິ່ງເປັນວາລະສຸດທ້າຍຂອງລັດຖະສະພາຂອງຣັດເຊຍ ວ່າດ້ວຍຫ້າມສົ່ງເສີມການໂຄສະນາຊວນເຊື່ອຂອງກຸ່ມ LGBTQ ເຊິ່ງການຈັດງານໃດໆ ຫຼື ການກະທຳໃດໆ ທີ່ເປັນຄວາມພະຍາຍາມເພື່ອສົ່ງເສີມການຮັກຮ່ວມເພດ ຫຼື ກຸ່ມ LGBTQ ລວມເຖິງການສົ່ງເສີມເລື່ອງນີ້ທາງອອນລາຍ, ໜັງ, ໜັງສື, ການໂຄສະນາ ຫຼື ຢູ່ບ່ອນສາທາລະນະ ຈະຕ້ອງຖືກປັບໄໝຢ່າງໜັກ.

ກົດໝາຍນີ້ ກຳນົດໂທດປັບສູງສຸດ 400,000 ລູເບິນ ຫຼື ປະມານ 114 ລ້ານກວ່າກີບ ສຳລັບບຸກຄົນ ແຕ່ຖ້າເປັນນິຕິບຸກຄົນມີໂທດປັບສູງສຸດ 5 ລ້ານລູເບິນ ຫຼື ປະມານ 1,4 ຕື້ກວ່າກີບ ສຳລັບຄົນຕ່າງປະເທດທີ່ກະທຳລະເມີດກົດໝາຍດັ່ງກ່າວ ຈະຖືກຈຳຄຸກ 15 ມື້ ຫຼັງຈາກນັ້ນຈະຖືກຫ້າມເຂົ້າປະເທດ.

ນັກວິເຄາະເຫັນວ່າ ກົດໝາຍນີ້ເປັນຄວາມພະຍາຍາມທີ່ຈະຂົ່ມຂູ່ໃຫ້ກັບກຸ່ມ LGBTQ ທີ່ເປັນຄົນກຸ່ມນ້ອຍໃນຣັດເຊຍ ພ້ອມທັງຫ້າມເດີນຂະບວນ Gay Pride.

ສະມາຊິກລັດຖະສະພາຂອງຣັດເຊຍລະບຸວ່າ ການຮັບຮອງກົດໝາຍນີ້ ເພື່ອເປັນການປົກປ້ອງສິນລະທຳພາຍໃນຣັດເຊຍ ແລະ ຫຼີກລ່ຽງຄ່ານິຍົມທີ່ເຊື່ອມໂຊມ.

ຢ່າງໃດກໍຕາມ ໃນເດືອນແລ້ວນີ້ ຣັດເຊຍກໍໄດ້ປັບໄໝແອັບ TIKTOK ປະມານ 3 ລ້ານລູເບິນ ຫຼື 856 ລ້ານກວ່າກີບ ຖານສົ່ງເສີມວິດີໂອທີ່ມີເນື້ອຫາກ່ຽວກັບ LGBTQ.

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...