spot_img
Homeຂ່າວຕ່າງປະເທດມຽນມາປິດເມືອງຫຼວງຄວບຄຸມສະກັດກັ້ນການລະບາດໂຄວິດ-19

ມຽນມາປິດເມືອງຫຼວງຄວບຄຸມສະກັດກັ້ນການລະບາດໂຄວິດ-19

Published on

ເວັບໄຊ bangkokbiznews ລາຍງານວ່າ ທ່ານ ນາງ ອອງຊານ ຊູຈີ ລະບຸການລະບາດຂອງໂຣກໂຄວິດ-19 ເປັນໄພພິບັດຂອງປະເທດ ເຊິ່ງມຽນມາໄດ້ອອກມາດຕະການກັກຕົວ-ກວດຫາເຊື້ອໂຄວິດ-19 ໃນຜູ້ທີ່ເດີນທາງເຂົ້າເມືອງຫຼວງ ຫຼັງມີລາຍງານພົບຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍເມື່ອວັນພຸດທີ່ຜ່ານມາ.

ລັດຖະບານມຽນມາ ລະບຸວ່າ ຜູ້ເດີນທາງເຂົ້ານະຄອນຫຼວງເນປິດ ຕ້ອງຖືກກັກຕົວ ແລະ ກວດຫາເຊື້ອໂຄວິດ ໂດຍຈະໄດ້ຮັບອະນຸຍາດໃຫ້ເຂົ້າເມືອງກໍ່ຕໍ່ເມື່ອຜົນກວດອອກມາເປັນລົບ ສ່ວນຜູ້ທີ່ເດີນທາງຈາກພື້ນທີ່ທີ່ໄດ້ຮັບຜົນກະທົບໜັກຈະຖືກກັກຕົວໃນສະຖານທີ່ກັກຕົວຢ່າງໜ້ອຍ 7 ວັນ ແຕ່ຫາກຜົນກວດອອກມາເປັນລົບຈະໄດ້ຮັບອະນຸຍາດໃຫ້ອອກຈາກສະຖານກັກຕົວໄວຂຶ້ນ.

ມຽນມາ ພົບການຕິດເຊື້ອພາຍໃນທ້ອງຖິ່ນຄັ້ງທຳອິດໃນຮອບ 1 ເດືອນ ເມື່ອກາງເດືອນສິງຫາ ທີ່ລັດຍະໄຂ່ ຫຼັງຈາກນັ້ນຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຂອງປະເທດເພີ່ມຂຶ້ນເກືອບ 2 ເທົ່າ ທີ່ 1,059 ຄົນ ແລະ ມີຜູ້ເສຍຊີວິດລວມ 6 ຄົນ ໂດຍການຕິດເຊື້ອຮອບໃໝ່ເກີດຂຶ້ນທີ່ເມືອງ ສິດຕະເວ ເມືອງເອກຂອງລັດຍະໄຂ່ ທີ່ເຈົ້າໜ້າທີ່ໄດ້ອອກຄຳສັ່ງໃຫ້ປະຊາຊົນຢູ່ກັບບ້ານ ແລະ ປະກາດພາວະສຸກເສີນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...