spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມມົນລະພິດໃນອາກາດສາເຫດຂອງສາລະພັດໂຣກ

ມົນລະພິດໃນອາກາດສາເຫດຂອງສາລະພັດໂຣກ

Published on

ປັດຈຸບັນລະດັບມົນລະຜິດທາງອາກາດມີລະດັບສູງຂຶ້ນທັງໃນບາງກອກ, ປະເທດໄທ ແລະ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເຖິງແມ່ນວ່າມົນລະຜິດອາກາດຢູ່ໃນປະເທດລາວເຮົາຍັງບໍ່ເກີນເກນມາດຕະຖານ ຄືຢູ່ໃນລະດັບ PM2.5 ໂດຍສະເລ່ຍຢູ່ໃນລະດັບເລີ່ມມີຜົນກະທົບຕໍ່ສຸຂະພາບ ມີຄ່າເກີນມາດຕະຖານ 50 ໄມໂຄຣກຣັມຕໍ່ແມັດກ້ອນ ແຕ່ເຮົາທຸກຄົນກໍ່ບໍ່ຄວນເມີນເສີຍກ່ຽວກັບເລື່ອງນີ້.

ມົນລະພິດຈາກຝຸ່ນໃນອາກາດມີຫຼາຍຮູບແບບເຊັ່ນ: ຝຸ່ນຜົງແປ້ງ-ເຄື່ອງສຳອາງ, ຂີ້ຝຸ່ນ, ຂີ້ເຖົ່າ ແລະ ຄວັນຈາກການຈູດການເຜົາໄໝ້ຕ່າງໆ, ຄວັນລົດ, ຄວັນຈາກໂຮງງານ, ການກໍ່ສ້າງຕ່າງໆ, ຝຸ່ນຈາກທາງບໍ່ປູຢາງ, ມົນລະພິດໃນຮູບແບບກ໊າຊຄືການສີດສະເປ, ການສີດຢາຂ້າຫຍ້າ-ຂ້າແມງໄມ້ ແລະ ຍັງມີໃນຮູບແບບອື່ນໆ.

ຜົນກະທົບຈາກມົນລະພິດທາງອາກາດສົ່ງຜົນເສຍຕໍ່ສຸຂະພາບຮ້າຍແຮງກວ່າທີ່ຄິດ ຈາກງານສຶກສາວິໄຈສຳຄັນໃນໄລຍະສິບປີທີ່ຜ່ານມາ ອົງການອະນາໄມໂລກຄາດການວ່າມີປະຊາກອນທີ່ອາຍຸສັ້ນ ເນື່ອງຈາກມົນລະພິດໃນອາກາດທົ່ວໂລກຫຼາຍກວ່າ 6 ລ້ານຄົນໃນແຕ່ລະປີ ແລະ ໃນຈຳນວນນີ້ ເປັນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ປະມານ 10% ຄື ປະມານ 600.000 ຄົນ.

ມີງານວິໄຈຈາກມະຫາວິທະຍາໄລເອດິນບະຣະຂອງອັງກິດ ແລະ ນັກວິໄຈຈາກໂຮນລັງ (Netherlands) ຮ່ວມກັນເຮັດການທົດລອງເພື່ອຫາຄວາມກ່ຽວຂ້ອງລະຫວ່າງມົນລະພິດໃນອາກາດກັບໂຣກຫົວໃຈ ໂດຍພົບວ່າຝຸ່ນມົນລະພິດຂະໜາດນ້ອຍ (Nanoparticles) ສາມາດທະລຸຜ່ານລະບົບການກັ່ນຕອງຂອງດັງ ແລະ ປອດເຂົ້າສູ່ກະແສເລືອດໄດ້ ເຊິ່ງອາດໄປກະຕຸ້ນໃຫ້ຜູ້ປ່ວຍທີ່ມີໂຣກປະຈຳຕົວຢູ່ແລ້ວອາການໜັກລົງກວ່າເກົ່າ ນັ້ນສະແດງໃຫ້ເຫັນວ່າ ເມື່ອຄຸນນະພາບຂອງອາກາດຫຼຸດລົງມີອັດຕາຂອງຄົນເຂົ້າໂຮງໝໍເພີ່ມຂຶ້ນ ດັ່ງນັ້ນ, ການສູດດົມຝຸ່ນລະອອງທີ່ມີໃນອາກາດເຂົ້າໄປໃນຮ່າງກາຍຈະສົ່ງຜົນເສຍຕໍ່ສຸຂະພາບດັ່ງນີ້:

ຜົນກະທົບຕໍ່ຫົວໃຈ: ມົນລະພິດໃນອາກາດເຮັດໃຫ້ເກີດໂຣກຫົວໃຈວາຍ, ຫົວໃຈເຕັ້ນຜິດຈັງຫວະ, ຫົວໃຈເຕັ້ນແຮງເຕັ້ນໄວຂຶ້ນ, ອັດຕາການເຕັ້ນຂອງຫົວໃຈຫຼຸດລົງ ຕະຫຼອດຮອດມີຄວາມສ່ຽງທີ່ຈະເກີດການຕາຍຈາກພາວະຫົວໃຈຢຸດເຕັ້ນກະທັນຫັນ.

ຜົນກະທົບຕໍ່ປອດ ແລະ ທາງເດີນຫາຍໃຈ: ມົນລະພິດເປັນສາເຫດ ແລະ ປັດໄຈທີ່ເຮັດໃຫ້ເກີດໂຣກກ່ຽວກັບປອດ ແລະ ລະບົບທາງເດີນຫາຍໃຈ, ຫອບຫືດ, ປອດອຸດຕັນຊໍ້າເຮື້ອ ແລະ ມະເຮັງປອດ.

ຜົນກະທົບຕໍ່ສະໝອງ: ການສູດດົມມົນລະພິດທາງອາກາດເປັນໄລຍະເວລາຍາວນານຈະເພີ່ມຄວາມສ່ຽງເຮັດໃຫ້ຫຼອດເລືອດແດງໃນສະໝອງແຂງຕົວ ເຮັດໃຫ້ເກີດໂຣກຄວາມດັນສູງ.

ສະນັ້ນ, ເຮັດແນວໃດປະເທດເຮົາ ຫຼື ໂລກເຮົາຈື່ງຈະມີອາກາດທີ່ບໍລິສຸດ ເຮົາຕ້ອງຮັກສາສີ່ງແວດລ້ອມຊ່ວຍກັນ!

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: bumrungrad, bbc, news.mthai, sanook

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...