Homeຂ່າວພາຍ​ໃນມາເລເຊຍ ຄາດຈະມີນັກທ່ອງທ່ຽວເຂົ້າປະເທດ 28 ລ້ານຄົນ ໃນປີ 2014

ມາເລເຊຍ ຄາດຈະມີນັກທ່ອງທ່ຽວເຂົ້າປະເທດ 28 ລ້ານຄົນ ໃນປີ 2014

Published on

ພິທີ​ຖະແຫຼງ​ຂ່າວ​ເປີດ​ປີ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 2014 ຈັດ​ຂຶ້ນ​ວັນ​ທີ 20 ທັນວາ 2013 ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ຈະເລີນ ວາ​ລິນ​ທະລາ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ທ່ານ ດາ​ໂຕະ ທົບ​ໄຕ​ຮິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລ​ເຊຍ ປະຈຳ ​ສປປ ລາວ ແລະ ແຂກ​ທີ່​ຖືກ​ເຊີນ ເຂົ້າ​ຮ່ວມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລ​ເຊຍ ກ່າວ​ວ່າ: ສຳລັບ​ປີ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 2014 ປີ​ນີ້ ຈະ​ເປັນ​ປີ​ທີ່​ມີ​ກິດຈະກຳ​ຫຼາຍ​ກວ່າ​ປີ​ຜ່ານໆ​ມາ ເປັນຕົ້ນ​ແມ່ນ ງານ​ເທດສະການ​ຕ່າງໆ​ທີ່​ໄດ້​ສ້າງ​ສີສັນ​ອັນ​ໂດດ​ເດັ່ນ ເພື່ອ​ເຊີນຊວນ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ມາ​ທ່ຽວ​ຊົມ ທັງ​ນີ້​ກໍ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ຕາມ​ແຜນການ​ທີ່​ວາງ​ເອົາ​ໄວ້ ຄື​ໃນ​ປີ 2014 ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ໃຫ້​ໄດ້ 28 ລ້ານ​ຄົນ ແລະ ໃນ​ປີ 2020 ຈະ​ສູ້​ຊົນ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ທ່ຽວ​ມາ​ເລ​ເຊຍ​ບັນລຸ 36 ລ້ານ​ຄົນ ສະນັ້ນ ພວກ​ເຮົາ​ຈຶ່ງ​ສ້າງ​ກິດຈະກຳ​ການທ່ອງທ່ຽວ​ນີ້​ຂຶ້ນ​ມາ ໂດຍ​ທົ່ວ​ປະເທດ ກໍ​ຄື​ທັງ 13 ລັດ ແມ່ນ​ເປັນ​ເຈົ້າພາບ​ຮ່ວມ​ກັນ.

ສຳລັບ​ປະເທດ​ມາ​ເລ​ເຊຍ ເປັນ​ໜຶ່ງ​ໃນ​ປະເທດ​ສະມາຊິກ​ອາ​ຊຽນ ໂດຍ​ຖື​ເອົາ​ວຽກ​ງານ​ການທ່ອງທ່ຽວ​ເປັນ​ທ່າແຮງ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຊຶ່ງ​ປັດຈຸບັນ​ມີ​ສະຖານທີ່​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໜ້າ​ສົນໃຈ​ຫຼາຍ​ແຫ່ງ ເປັນຕົ້ນ​ແມ່ນ​ຕຶກ​ແຝດ​ທີ່​ຕັ້ງ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ ເກາະ​ນາງ​ຖືພາ ບໍ່​ນ້ຳ​ຈືດ​ກາງ​ທະເລ ເກາະ​ຫາດ​ຊາຍ​ຂາວ ເກາະ​ນົກ​ອິນ​ຊີ ຫໍ​ພິ​ພິ​ທະ​ພັນ​ຂຸມ​ຝັງ​ສົບ​ຂອງ​ນາງ ມັດ​ຊູ​ລີ ຫໍ​ພິ​ພິ​ທະ​ພັນ​ຂີ້​ເຜິ້ງ​ທີ່​ເກັບ​ໄວ້​ຮູບ​ປັ້ນ​ດາລາ​ຊື່​ດັງ​ຕ່າງໆ ເກາະ​ລັງກາ​ວີ ເມືອງ​ມໍລະດົກ​ໂລກ​ມາລາ​ກາ ເລ​ໂກ​ແລນ ແລະ ອື່ນໆ.

 

ທີ່ມາhttp://www.vientianemai.net/teen/khao/1/10857

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...