spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ມອບຜູ້ຕ້ອງຫາຄົນໄທລັກລອບເຂົ້າເມືອງ ແລະ ລັກສ້າງຄອບຄົວກັບຄົນລາວ ກັບຄືນປະເທດ

ມອບຜູ້ຕ້ອງຫາຄົນໄທລັກລອບເຂົ້າເມືອງ ແລະ ລັກສ້າງຄອບຄົວກັບຄົນລາວ ກັບຄືນປະເທດ

Published on

Capture3 (Small)

 

ຕອນ​ບ່າຍ​ວັນ​ທີ 7 ກໍ­ລະ­ກົດ 2014 ນີ້ ທີ່​ດ່ານ​ສາ­ກົນ​ປາກ​ຊັນ ແຂວງ​ບໍ​ລິ​ຄຳໄຊ ໄດ້​ມີ​ການ​ມອບ

​ຜູ້ຕ້ອງ​ຫາ​ຄົນ​ໄທ ຈຳນວນ 2 ຄົນ​ກັບ​ຄືນ​ປະ­ເທດ, ໂດຍ​ປະ­ຕິ­ບັດຕາມ​ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­

ການ​ຮ່ວມມື​ຮັກ­ສາ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ​ຕາມຊາຍ​ແດນ​ລາວŒ – ໄທ ແຂວງ​ບໍ​ລິ​ຄຳ​ໄຊŒ – ຈັງ­

ຫວັດ​ບຶງ​ການ ຄັ້ງ​ທີ I ໃນ​ວັນ​ທີ 28 ກັນ­ຍາ 2012 ທີ່​ຈັງ­ຫວັດ​ບຶງ​ການປະເທດ​ໄທ ແລະ ອີງ​ຕາມ

​ຄຳ​ສັ່ງ​ປ່ອຍ​ຕົວຂອງ​ກອງ​ບັນ­ຊາ​ການ ປກສ ແຂວງ​ບໍ​ລິຄຳ​ໄຊ ສະ­ບັບ​ເລກ​ທີ 2188/ປກສ ລົງວັນ

ທີ 4 ກໍ­ລະ­ກົດ 2014.  ດັ່ງ­ນັ້ນ, ​ເຈົ້າ​ໜ້າທີ່​ຕຳ­ຫຼວດ​ກວດ​ຄົນ​ເຂົ້າŒອອກ​ເມືອງ ດ່ານ​ສາ­ກົນ​ປາກ​ຊັນ

ຈຶ່ງ​ໄດ້​ມອບ​ຕ້ອງຫາ​ທັງ​ສອງ​ຄົນ ​ໃຫ້​ກັບ​ເຈົ້າ​ໜ້າ­ທີ່​ຝ່າຍ​ໄທ​ຄື: 1. ທ້າວ ໄພ­ໂລດ ເກັ່ງ​ທັນ​ຍາ​ກອນ

ອາ­ຍຸ 30 ປີ ອາ­ຊີບ​ກຳ­ມະ­ກອນເຊື້ອ​ຊາດ ແລະ ສັນຊາດ​ໄທ ຢູ່​ບ້ານ​ລານ​ຕະ​ແບບ ອຳ​ເພີແມ່​ວົງ

ຈັງ­ຫວັດ​ນະ­ຄອນ​ປະ­ຖົມ, ຖືກ​ກັກ​ຕົວ​ໃນ​ວັນ​ທີ 9 ພຶດ­ສະ­ພາ 2014 ໃນ​ຂໍ້​ຫາ​ລັກ​ເຂົ້າ​ເມືອງ​ຜິດ​ກົດ

ໝາຍ, 2. ທ້າວ ວິ­ສຸດ ອະ­ໄພ​ພັກ ອາ­ຍຸ 46 ປີ ອາ­ຊີບ ກຳ­ມະ­ກອນເຊື້ອ​ຊາດ ແລະ ສັນຊາດ​ໄທ ຢູ່​ບ້ານ

ລາດ​ຍາວ ອຳ​ເພີ​ລາດຍາວ ຈັງ­ຫວັດ​ນະຄອນ​ສະ­ຫວັນ ຖື​ໜັງ­ສືຜ່ານ​ແດນ​ເລກ​ທີ 0354306 ຖືກ​

ກັກ​ຕົວໃນ​ວັນ​ທີ 9 ພຶດ­ສະ­ພາ 2014 ໃນ​ຂໍ້​ຫາ ລັກ​ສ້າງ​ຄອບ­ຄົວ​ກັບ​ພົນ­ລະ­ເມືອງ​ລາວ ຊຶ່ງ​ພວກ​

ກ່ຽວ​ທັງ​ສອງ​ໄດ້​ຜ່ານ​ການ​ສືບສວນŒສອບ​ສວນ ​ດຳ­ເນີນ​ຄະ­ດີ​ຕາມ​ກົດໝາຍ​ຂອງ ສປປ ລາວ

ເປັນ​ທີ່​ຮຽບ​ຮ້ອຍແລ້ວ ດັ່ງ­ນັ້ນ​ຈຶ່ງ​ມອບ​ໃຫ້​ເຈົ້າ​ໜ້າ­ທີ່​ຝ່າຍໄທ​ນຳ­ໄປ​ສຶກ​ສາ​ອົບ­ຮົມ ແລະ ບໍ່​ໃຫ້

​ພວກກ່ຽວ​ກະ­ທຳ​ຜິດ​ຊ້ຳ​ອີກ.

ກ່າວ​ມອບ​ໂດຍ ທ່ານ ພັນ​ຕີ ສີ​ຂັນ­ໄຊ ໄຊ​ມຸນ­ຕີ ຫົວ­ໜ້າ​ດ່ານ​ຕຳ­ຫຼວດ​ກວດ​ຄົນເຂົ້າŒອອກ​ເມືອງ

ດ່ານ​ສາ­ກົນ​ປາກ​ຊັນ, ກ່າວ​ຮັບ​ໂດຍທ່ານ​ຮ້ອຍ​ຕຳຫຼວດ​ໂທ ສູນ​ທອນ ຫົວ­ໜ້າ​ດ່ານ​ຕຳ­ຫຼວດ​

ກວດ​ຄົນເຂົ້າŒອອກ​ເມືອງດ່ານ​ສາ­ກົນ​ບຶງ​ການ ໂດຍ​ມີ​ເຈົ້າ​ໜ້າ­ທີ່​ຂອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​

ເປັນ​ສັກຂີ​ພິ­ຍານ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...