spot_img
Homeຂ່າວພາຍ​ໃນມວນຊົນແຫ່ເຮັດບຸນໃສ່ບາດ ອຸທິດແດ່ເຈົ້າອະນຸວົງ

ມວນຊົນແຫ່ເຮັດບຸນໃສ່ບາດ ອຸທິດແດ່ເຈົ້າອະນຸວົງ

Published on

ຕອນເຊົ້າມື້ນີ້ ວັນທີ 10 ພະຈິກ 2016, ຢູ່ທີ່ສວນເຈົ້າອະນຸວົງ ແຄມຂອງເຊິ່ງເປັນບ່ອນປະດິດສະຖານ ຮູບຫຼໍ່ ຂອງເຈົ້າອະນຸວົງ ວິລະກະສັດຂອງລາວ ໄດ້ມີພິທີສະເຫຼີມສະຫຼອງການປະດິດສະຖານ ຮູບຫຼໍ່ ເຈົ້າອະນຸວົງ ຄົບຮອບ 6 ປີ ເຊິ່ງໃນພິທີໄດ້ມີການໃສ່ບາດ ຖວາຍພັດຕາຫານແດ່ພະສົງ ເພື່ອອຸທິດຫາເຈົ້າອະນຸວົງ ດ້ວຍຄວາມສຳນຶກຮູ້ບຸນຄຸນ ທີ່ພະອົງໄດ້ສ້າງໄວ້ແກ່ລູກຫຼານລາວ.

ໃນພິທີໄດ້ມີການເຂົ້າຮ່ວມຂອງ ການນຳສຳຄັນຂອງລາວ, ອົງການຈັດຕັ້ງ ແລະພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນຈຳນວນຫຼາຍເຂົ້າຮ່ວມ.

ເຈົ້າອານຸວົງເປັນກະສັດອົງໜຶ່ງ ທີ່ມີຄວາມສຳຄັນທາງດ້ານປະຫວັດສາດຂອງຊາດລາວ ພະອົງເປັນພະໂອລົດອົງຫຼ້າຂອງສົມເດັດ ພະເຈົ້າສຸຣິບຸນຍະສານ ພະເຈົ້າແຜ່ນດິນເອກະລາດລ້ານຊ້າງວຽງຈັນອົງສຸດທ້າຍ ພະເຈົ້າສຸຣິບຸນຍະສານມີໂອລົດ ແລະ ທິດາທີ່ມີນາມປະກົດຕາມພົງສາວະດານຄື: ເຈົ້ານັນທະເສນ, ເຈົ້າອິນທະວົງ, ເຈົ້ານາງແກ້ວຍອດຟ້າ ກັນລະຍານີສີກະສັດ, ເຈົ້າພົມມະວົງ ແລະ ເຈົ້າອານຸວົງ ດັ່ງທີ່ເຮົາຮູ້ຈັກກັນດີແລ້ວວ່າເພິ່ນເປັນກະສັດຜູ້ໜຶ່ງທີ່ຮັກຊາດ ເກັ່ງກ້າອາດຫານ ມີນ້ຳໃຈຕໍ່ສູ້ອັນພິລະອາດຫານ ແລະ ບໍ່ຍອມຈຳນົນ ເຊິ່ງໃນຣາຊະການຂອງເຈົ້າອານຸວົງນີ້ ເມື່ອບ້ານເມືອງສູນເສຍເອກະລາດປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ ເຮັດໃຫ້ເຈົ້າອານຸວົງ ເກີດຄວາມຮູ້ສຶກຢາກກູ້ຊາດຍາດແຜ່ນດິນກັບຄືນມາ ກູ້ເອົາອິດສະຫຼະພາບຂອງຊາວລ້ານຊ້າງວຽງຈັນກັບຄືນມາ.

ພາຍຫຼັງທີ່ເຈົ້າອານຸວົງໄດ້ຖືກແຕ່ງຕັ້ງຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ, ເຈົ້າອານຸວົງ ກໍໄດ້ດຳເນີນພາລະກິດອັນສຳຄັນຫຼາຍປະການເຊັ່ນ:ດ້ານການເມືອງ: ກໍໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ, ດ້ານການສ້າງສາ: ໄດ້ນຳພາປະຊາຊົນສ້າງພຣະຣາຊະວັງ, ສ້າງແລະປະຕິສັງຂອນວັດວາອາຮາມຂຶ້ນຫຼາຍແຫ່ງເຊັ່ນ: ວັດສີສະເກດ, ປັບປຸງເມືອງໜອງຄາຍ, ສ້າງຫໍພະແກ້ວຂຶ້ນຢູ່ວັດຊ້າງເຜືອກ ແລະ ອີກຫຼາຍແຫ່ງ, ດ້ານການທະຫານ: ໄດ້ປັບປຸງກອງທັບບັນດາຫົວເມືອງໃຫ້ເຂັ້ມແຂງ ແລະ ດ້ານການຕ່າງປະເທດ: ເຈົ້າອານຸວົງ ພະຍາຍາມໃກ້ຊິດ ກັບກະສັດສະຫຍາມ ແລະ ໄດ້ຊ່ວຍສະຫຍາມຍົກທັບໄປຕີພະມ້າຈົນໄດ້ຮັບໄຊຊະນະ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັບສະຫຍາມເຈົ້າອານຸວົງມີນະໂຍບາຍພາຍໃນ ແລະ ພາຍນອກຢ່າງຈະແຈ້ງໃນນັ້ນມີການພົວພັນກັບອານາມ (ດ້າຍຫວຽດ ຫຼື ຫວຽດນາມໃນປັດຈຸບັນ).

ເມື່ອກະກຽມກໍາລັງພຽງພໍແລ້ວກໍໄດ້ໂອກາດລົງໄປປົງພະສົບ ຂອງພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ (ລາຊະການ ທີ 2) ຂອງສະຫຍາມ ໃນໂອກາດນີ້ເຈົ້າອານຸວົງໄດ້ຂໍເອົາຄົນລາວທີ່ຖືກກວາດຕ້ອນໄປໃນເມື່ອກ່ອນກັບຄືນມາ, ຂໍເອົານາງສະໜົມລາວ, ຂໍເອົາເຈົ້າຍິງດວງຄຳພະຂະນິດຖາພະຄິນີ ອອກຈາກວັງຄືນມາເຖິງວ່າການຕໍ່ສູ້ກູ້ແຜ່ນດິນຄືນ ຂອງເຈົ້າອານຸວົງບໍ່ເປັນຜົນສຳເລັດກໍຕາມແຕ່ມັນກໍມີຄວາມໝາຍທາງປະຫວັດສາດອັນເລິກເຊິ່ງ ຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອຕໍ່ສູ້ອັນເດັດດ່ຽວກ້າຫານ ບໍ່ຍອມຈຳນົນຂອງຄົນລາວພາຍໃຕ້ການນຳພາຂອງເຈົ້າອານຸວົງ, ມູນເຊື້ອ ດັ່ງກ່າວຖືກຝັງເລິກຢູ່ໃນຈິດໃຈຂອງຄົນລາວທຸກຄົນ.

ເພື່ອລະນຶກຄຸນງາມຄວາມດີ ແລະວິລະກຳອັນລ້ຳເລີດຂອງເຈົ້າອານຸວົງ ທີ່ໄດ້ອຸທິດໃຫ້ແກ່ປະເທດຊາດນຳພາປະຊາຊົນລາວຕໍ່ສູ້ໃນໄລຍະຜ່ານມາ ສະນັ້ນ ພັກແລະລັດຖະບານຈຶ່ງໄດ້ມີໂຄງການປະດິດສະຖານຫຼໍ່ຮູບປັ້ນຂອງເພິ່ນຂຶ້ນ, ໃນວັນທີ 7 ເດືອນພະຈິກ ປີ 2010 ຈຶ່ງໄດ້ມີພິທີສົມໂພດຮູບປັ້ນຫຼໍ່ຂອງເພິ່ນຂຶ້ນຢ່າງສົມກຽດ ເຈົ້າອານຸວົງຍັງຝັງຢູ່ດວງໃຈຂອງປະຊາຊົນລາວຈາກລຸ່ນຄົນຕໍ່ລຸ່ນຄົນຕະຫຼອດມາ ສົມແລ້ວທີ່ວ່າ ເຈົ້າອານຸວົງຄົງຢູ່ຄູ່ເມືອງລາວ”.

ໃນປັດຈຸບັນນີ້ຮູບປັ້ນຂອງເຈົ້າອານຸວົງກໍໄດ້ປະດິດສະຖານໄວ້ຢູ່ສວນສາທາລະນະຢູ່ທີ່ແຄມຂອງເຂດເມືອງຈັນທະບູລີ, ເມື່ອທ່ານໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວ ພໍຕົກຍາມແລງມາພວກເຮົາຂໍແນະນໍາໃຫ້ທ່ານມາຍ່າງເລາະຊົມສວນເຈົ້າອານຸວົງ, ພາຍໃນສວນມີຮູບປັ້ນເຈົ້າອານຸວົງທີ່ສູງ 17 ແມັດ ຕັ້ງຢູ່ຢ່າງສະຫງ່າຜ່າເຜີຍ ແລະ ຫັນໜ້າໄປທາງແມ່ນໍ້າຂອງ ຮູບປັ້ນດັ່ງກ່າວຖືກຫຼໍ່ຂຶ້ນຈາກທອງແດງ ແລະ ມີນໍ້າໜັກທັງໝົດເຖິງ 8 ໂຕນ.

ນອກຈາກນັ້ນສວນເຈົ້າອານຸວົງຍັງມີເດີ່ນຫຍ້າອັນກວ້າງໃຫຍ່ປົກຄຸມໄປດ້ວຍຕົ້ນໄມ້ທີ່ຂຽວສົດງົດງາມ, ມີເດີ່ນຫຼິ້ນສໍາລັບເດັກນ້ອຍ ພ້ອມເຄື່ອງຫຼິ້ນຕ່າງໆເຊິ່ງເໝາະແກ່ການຍ່າງເລາະ, ນັ່ງຫຼິ້ນ ແລະ ອອກກໍາລັງກາຍເພື່ອພັກຜ່ອນຢ່ອນໃຈກັບຄອບຄົວ ແລະ ໝູ່ເພື່ອນຫຼັງຈາກເລີກວຽກງານໃນຍາມແລງ ບໍ່ພຽງແຕ່ເທົ່ານັ້ນສວນດັ່ງກ່າວຍັງມີອາຫານແຊບໆທີ່ບັນດາພໍ່ຄ້າ ແລະ ແມ່ຄ້າຍູ້ລໍ້ມາຂາຍໃຫ້ທ່ານນໍາອີກ ນອກຈາກນີ້ແລ້ວສໍາລັບທ່ານທີ່ຢາກກາບໄຫ້ວເຈົ້າອານຸວົງ ກໍສາມາດຊື້ດອກໄມ້ທູບທຽນໄດ້ທີ່ມີວາງຂາຍຢູ່ຕາມອ້ອມຂ້າງຮູບປັ້ນຂອງເຈົ້າອານຸວົງ ແລະ ສິ່ງສໍາຄັນຄືຜູ້ທີ່ຢາກເຂົ້າໄປກາບໄຫ້ວຢາກໃຫ້ແຕ່ງກາຍສຸພາບຮຽບ ເພື່ອເປັນການສະແດງເຖິງຄວາມເຄົາລົບ ແລະ ຮັກສາຮີດຄອງປະເພນີ້ອັນດີງາມຂອງລາວເຮົາ.

14956033_328654457496951_6062214552721416334_n 14993533_328654410830289_6201456301428570543_n 15056274_328654460830284_5398049950073930672_n

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...