spot_img
Homeຂ່າວຕ່າງປະເທດຟີລິບປິນຫ້າມຜູ້ເດີນທາງຈາກໄທ-ມາເລເຊຍເຂົ້າປະເທດຊົ່ວຄາວ ຫວັງປ້ອງກັນສາຍພັນເດລຕ້າ

ຟີລິບປິນຫ້າມຜູ້ເດີນທາງຈາກໄທ-ມາເລເຊຍເຂົ້າປະເທດຊົ່ວຄາວ ຫວັງປ້ອງກັນສາຍພັນເດລຕ້າ

Published on

ສຳນັກຂ່າວສົດອອນໄລນ໌ລາຍງານວ່າ: ທາງການຟີລິບປິນຈະມີການສະກັດກັ້ນບໍ່ໃຫ້ບຸກຄົນທີ່ເດີນທາງຈາກປະເທດໄທ ແລະ ມາເລເຊຍ ເຂົ້າປະເທດເປັນການຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນ່າສາຍພັນເດລຕ້າ ເຊິ່ງຈັດເປັນໜຶ່ງສາຍພັນທີ່ຕິດຕໍ່ກັນໄດ້ງ່າຍທີ່ສຸດ.

ທ່ານ ແຮຣີ ໂຣກ, ໂຄສົກປະທານາທິບໍດີຟີລິບປິນກ່າວວ່າ: ຈຸດປະສົງຂອງການອອກມາດຕະການຈຳກັດການເດີນທາງນີ້ ກໍເພື່ອປ້ອງກັນບໍ່ໃຫ້ສາຍພັນຕ່າງໆຂອງເຊື້ອໂຄວິດ-19 ແຜ່ລະບາດໃນຊຸມຊົນຂອງຟີລິບປິນຫຼາຍຂຶ້ນ, ໂດຍມີການຈັດຕັ້ງປະຕິບັດມາດຕະການຊົ່ວຄາວດັ່ງກ່າວນັບແຕ່ວັນທີ 25 ກໍລະກົດຈົນຮອດທ້າຍເດືອນ.

ກ່ອນໜ້ານີ້, ທາງການຟີລິບປິນກໍເຄີຍອອກມາດຕະການຫ້າມບໍ່ໃຫ້ບຸກຄົນຈາກ 8 ປະເທດເດີນທາງເຂົ້າຟີລິບປິນ ເຊັ່ນ ອິນໂດເນເຊຍ, ອິນເດຍ, ປາກິສຖານ, ບັງກະລາເດດ, ສີລັງກາ, ເນປານ, ສະຫະລັດອາຫຼັບເອມີເຣດ ແລະ ໂອມານ ຂະນະທີ່ລັດຖະບານຟີລິບປິນກໍໄດ້ຍົກລະດັບມາດຕະການທີ່ເຂັ້ມງວດຂຶ້ນເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ ໃນນະຄອນຫຼວງມະນີລາ ແລະ ອີກ 4 ແຂວງ ທັງຫ້າມບໍ່ໃຫ້ເດັກທີ່ມີອາຍຸລະຫວ່າງ 5-17 ປີອອກຈາກເຮືອນນຳອີກ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...