ພົບຫຼັກຖານທີ່ບົ່ງບອກວ່າພາຍໃນດວງຈັນມີນ້ຳຈຳນວນຫຼາຍ

ນັກວິທະຍາສາດຈາກມະຫາວິທະຍາໄລ ບຣາວ ປະເທດສະຫະລັດອາເມລິກາ ໄດ້ໃຊ້ຂໍ້ມູນການສຳຫຼວດຄົ້ນພົບວ່າຊັ້ນຫີນພູເຂົາໄຟຈຳນວນຫຼາຍທີ່ກະຈາຍຢູ່ທົ່ວຜິວຂອງດວງຈັນມີນ້ຳທີ່ນ້ຳທີ່ຖືກກັກເກັບໄວ້ໃນປະລິມານສູງຜິດປົກກະຕິເມື່ອທຽບກັບບໍລິເວນທີ່ຢູ່ໂດຍຮອບ

ກ່ອນໜ້ານີ້ຫຼາຍປິຜ່ານມາແລ້ວທີ່ນັກວິທະຍາສາດໄດ້ຕັ້ງສົມມຸດຕິຖານວ່າພາຍໃນດວງຈັນບໍ່ມີນ້ຳ ແລະ ສານປະ ກອບທີ່ແຕກງ່າຍອື່ນໆຫຼົງເຫຼືອຢູ່ແລ້ວ ແຕ່ຄວາມຄິດນີ້ເລີ່ມປ່ຽນໃນປີ 2008 ເມື່ອທີມວິໄຈທີ່ມີ Alberto Saal ນັກທໍລະນິວິທະຍາຈາກມະຫາວິທະຍາໄລ ບຣາວ ຮວມຢູ່ນຳໄດ້ພົບຮ່ອງຮອຍຂອງນ້ຳຈຳນວນໜຶ່ງໃນລູກແກ້ວພູເຂົາໄຟ (Volcanic Glass Beads) ທີ່ນຳກັບມາຈາກດວງຈັນໂດຍຍານ ອະພອລໂລ 15 ແລະ 17 ງານວິໄຈຕໍ່ມາໃນປິ 2011 ການສຶກສາການເກີດປະຕິກິລິຍາເລັກນ້ອຍພາຍໃນລູກແກ້ວເຫຼົ່ານັ້ນພົບວ່າມັນມີນ້ຳເປັນສ່ວນປະກອບໃນປະລິມານທີ່ເທົ່າໆກັບຫີນບະຊອລເທິງໂລກ ອາດຊີ້ໃຫ້ເຫັນວ່າຊັ້ນໃຕ້ຜິວເປືອກດວງຈັນມີນ້ຳຫຼາຍຄືກັນກັບໂລກ