ພົບສົບຜູ້ເສຍຊີວິດ ໄຫຼມາຕາມນ້ຳຂອງ

ຕອນທ່ຽງມື້ວານນີ້ ວັນທີ 8.8.2014 ລາວໂພສຕ໌ໄດ້ຮັບລາຍງານຈາກໜ່ວຍຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດຕາມ ທ້ອງຖະໜົນອົງການກາແດງລາວວ່າ ທາງໜ່ວຍງານຯໄດ້ຮັບ ແຈ້ງວ່າມີສົບໄຫຼນໍ້າມາຕິດຢູ່ແຄມທ່າບ້ານ ວັດສົບ ເຂດ ບ້ານສວນມອນ ເມືອງສີສັດຕະນາກ ຜູ້ເສຍຊີວິດເປັນຊາຍ ອາຍຸປະມານ 17-18 ປີ ບໍ່ມີເອກະສານຫຼືເອກະລັກໃດໆຕິດໂຕ ຈຶ່ງຍັງບໍ່ຮູ້ວ່າຜູ້ເສຍຊີວິດແມ່ນໃຜ ເປັນປະຊາຊົນບ້ານໃດ ທາງໜ່ວຍຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດຕາມທ້ອງຖະໜົນອົງການກາແດງລາວ ຈຶ່ງໄດ້ຖ່າຍຮູບແລະບັນທຶກລາຍລະອຽດຂອງຮ່າງກາຍເອົາໄວ້ ແລະໄດ້ນ່ຳສົບໄປທຳພິທີຈູດຢູ່ວັດສ້າງເຫວີຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
10565242_333169533499573_7930241529946252437_n