spot_img
Homeຂ່າວເຫດການພັນລະຍາປະທານປະເທດ ຕ້ອນຮັບ ຄະນະສະຫະພັນແມ່ຍິງ ສສ ຫວຽດນາມ

ພັນລະຍາປະທານປະເທດ ຕ້ອນຮັບ ຄະນະສະຫະພັນແມ່ຍິງ ສສ ຫວຽດນາມ

Published on

ຂປລ. ​​ວັນ​ທີ 18 ຕຸລາ 2016 ທີ່​ບ້ານ​ພັກໜອງບອນ ນະຄອນຫລວງ​ວຽງຈັນ, ທ່ານ ນາງ ຄຳ​ເມີງ ວໍລະ​ຈິດ ພັນ​ລະ​ຍາ​ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ. ​ໄດ້​ໃຫ້ກຽດຕ້ອນຮັບ​ ການ​ເຂົ້າ​ຢ້ຽມຢາມຂອງ ຄະນະ​ສະຫະພັນ​ແມ່ຍິງ ສສ ຫວຽດນາມ ນຳ​ໂດຍ ທ່ານ ນາງ  ຫງວຽນ ຫງວຽດ ງາ ພັນ​ລະ​ຍາທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ ສສ ຫວຽດນາມ ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ພົບ​ປະ​ເຮັດ​ວຽກ ໃນ​ລະຫວ່າງ​ ວັນ​ທີ 17-18 ຕຸລາ​ນີ້.

​ໃນ​ໂອກາດ​ນີ້, ທ່ານ ນາງ ຄຳ​ເມີງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຍ້ອງຍໍຊົມ​ເຊີຍຕໍ່​ພັນ​ລະ​ຍາ​ການ​ນຳ ກໍ​ຄື ຄະນະ​ສະຫະພັນ​ແມ່ຍິງ ສສ ຫວຽດນາມ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ເສີມ​ຂະຫຍາຍການ​ພົວພັນ​ຮ່ວມ​ມື​ ຂອງສະຫະພັນ​ແມ່ຍິງສອງ​ປະ​ເທດ ​ລາວ-​ຫວຽດນາມ ​ໃຫ້​ມີ​ຄວາມ​ຮັດ​ແໜ້ນກັນ​ຍິ່ງ​ຂຶ້ນ. ​ເຊິ່ງ​ໄລຍະ​ຜ່ານ​ມາ ຄະນະ​ຄອບ​ຄົວພັນ​ລະ​ຍາ​ການ​ນຳ​ຂອງສອງ​ປະ​ເທດ ກໍ​​ໄດ້ມີ​ການ​ພົບ​ປະ​ຮ່ວມ​ມື​​ ແລກປ່ຽນວັດທະນະທຳຮ່ວມກັນ​ຕະຫລອດ​ມາ. ​ໃນ​ໂອກາດ​ເດີນທາງ​ຄັ້ງ​ນີ້, ທ່ານ ນາງ  ຫງວຽນ ຫງວຽດ ງາ ​ແລະ ຄະນະ ຍັງ​ໄດ້​​ເຂົ້າ​ພົບ​ພັນ​ລະ​ຍາ ທ່ານນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ພົບ​ປະ​ກັບ ສະຫະພັນ​ແມ່ຍິງ​ນະຄອນຫລວງ​ວຽງຈັນ ນຳ​ອີກ.

ພ້ອມ​ດຽວກັນ​ນີ້, ທ່ານ​ ນາງ ຫງວຽນ ຫງວຽດ ງາ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ ໃນການ​ຕອບ​ຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້​ ​ແລະ ​ໄດ້​ຍ້ອງຍໍ​ກ່ຽວກັບ​ວັດທະນະທຳ​, ຮີດຄອງ​ປະ​ເພນີລາວ ອັນ​ເປັນ​ເອກະລັກ ​ແລະ ຫວັງ​ຢ່າງ​ຍິ່ງວ່າ​ ຈະ​​ໄດ້​ຮັບການ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ດີ ລະຫວ່າງ​ ສະຫະພັນ​​ແມ່ຍິງ​ລາວ- ສະຫະພັນ​ແມ່​ຍິງຫວຽດນາມ ທີ່​ມີ​ມາ​​ແຕ່​ດົນ​ນານນັ້ນ ​ໃຫ້​ແຕກ​ດອກ​ອອກ​ຜົນ​ງອກ​ງາມຍິ່ງ​ຂຶ້ນ​.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...