spot_img
Homeຂ່າວພາຍ​ໃນພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄວບຄຸມລາຄາສິນຄ້າໃນຊ່ວງທີ່ມີການລະບາດຂອງໂຄວິດ-19

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄວບຄຸມລາຄາສິນຄ້າໃນຊ່ວງທີ່ມີການລະບາດຂອງໂຄວິດ-19

Published on

ພະແນກອຸດສາຫະກໍາແລະການຄ້າຍັງບໍ່ພົບການຂື້ນລາຄາຂອງສິນຄ້າອຸປະໂພກ-ບໍລິໂພກ ໃນທ້ອງຕະຫຼາດໃຫຍ່ຕ່າງໆໃນຕົວເມືອງ, ພ້ອມຢືນຢັນຈະສາມາດຄວບຄຸມລາຄາຂອງສິນຄ້າໄດ້ໃນໄລຍະນີ້.

ໃນວັນທີ 27 ເມສາ 2021 ທີ່ຜ່ານມາ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ໃຫ້ການສໍາພາດທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ວຽກງານຄຸ້ມຄອງ ລາຄາສິນຄ້າ ແລະ ການບໍລິການ ແມ່ນວຽກງານໜຶ່ງທີ່ສໍາຄັນຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າ, ຍ້ອນວ່າຜູ້ຊື້, ຜູ້ໃຊ້ບໍລິການ ກໍຢາກໄດ້ລາຄາຖືກ ແລະ ຜູ້ຂາຍ ຫຼື ຜູ້ໃຫ້ບໍລິການພັດຢາກໄດ້ລາຄາສູງ, ເຊິ່ງຖືເປັນບັນຫາທີ່ຄຽງຄູ່ກັນມາໂດຍຕະຫຼອດ. ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ບັນຫາດັ່ງກ່າວ, ລັດຖະບານຈຶ່ງມີດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ແລະ ນິຕິກໍາອື່ນໆ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ.

ນັບແຕ່ມີການລະບາດຂອງພະຍາໂຄວິດ-19 ໃນຮອບສອງນີ້ ທາງຂະແໜງການຄ້າກໍໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຢ່າງຕັ້ງໜ້າ, ແຕ່ງຕັ້ງເຈົ້າໜ້າທີ່ກວດກາ ສົມທົບກັບພະນັກງານການຄ້າເມືອງຕ່າງໆ ເພື່ອລົງເຜີຍແຜ່ລະບຽບໃຫ້ກັບແມ່ຄ້າຊາວຂາຍຕາມທ້ອງຕະຫຼາດ ບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ສວຍໂອກາດຂື້ນລາຄາຕາມໃຈ.

ນອກນີ້, ຂະແໜງການຄ້າ ຍັງໄດ້ເອົາໃຈໃສ່ຕິດຕາມການນໍາເຂົ້າສິນຄ້າຢູ່ຕາມດ່ານຕ່າງໆ ເພື່ອອໍານວຍຄວາມສະດວກໃນການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ, ເພື່ອສະໜອງສິນຄ້າໃຫ້ສັງຄົມເປັນປົກກະຕິ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...