spot_img
Homeຂ່າວການພັດທະນາພະລັງງານຄວາມຮ້ອນຊະນິດໃໝ່ ຈະສ້າງລາຍຮັບໃຫ້ລາວ 600 ກວ່າລ້ານໂດລາຕໍ່ປີ

ພະລັງງານຄວາມຮ້ອນຊະນິດໃໝ່ ຈະສ້າງລາຍຮັບໃຫ້ລາວ 600 ກວ່າລ້ານໂດລາຕໍ່ປີ

Published on

ບໍລິສັດ ລາວພັດທະນາ ກໍ່ສ້າງ ແລະ ການລົງທຶນ ຈຳກັດ (LAO DEVELOPMENT contracting & investment ) ຫລື LDCI ຮ່ວມກັບ ບໍລິສັດ GEIOS ການາດາ ແລະ WEALTH POWER GROUP OF VIETNAM (WPC) ໄດ້ເຊັນສັນຍາຮ່ວມມື້ ເພື່ອພັດທະນາພະລັງງານຄວາມຮ້ອນຊັ້ນໃຕ້ດິນ ຢູ່ ສປປ ລາວ ເພື່ອສົ່ງຂາຍໄຟໃຫ້ກັບຫວຽດນາມ ຈຳນວນ 5.000 ເມັກ ໂດຍໄດ້ເຊັນສັນຍາຮ່ວມມື ໃນວັນທີ 23 ເດືອນ ມິຖຸນາ ປີ 2022 ຢູ່ ນະຄອນເຫ້ວ ສສ ຫວຽດນາມ.

ສໍາລັບພະລັງງານໄຟຟ້າທົດແທນເປັນພະລັງງານໜຶ່ງທີ່ສຳຄັນ ທີ່ສອດຄ່ອງຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ ທີ່ຕ້ອງການໃຫ້ປະເທດລາວ ກາຍເປັນໝໍ້ໄຟອາຊຽນ ພາຍຫລັງໂຄງການນີ້ສຳເລັດ ຄາດວ່າລັດຖະບານແຫ່ງ ສປປ ລາວ ຈະໄດ້ຮັບເງິນປັນຜົນ ບໍ່ຕ່ຳກວ່າ 613 ລ້ານໂດລາສະຫະລັດຕໍ່ປີຈາກການຂາຍໄຟຟ້າພະລັງງານທົດແທນນີ້.

ພ້ອມດຽວກັນ ຈະສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ ແລະ ຈະເຮັດໃຫ້ແຮງງານລາວມີລາຍຮັບ ເພື່ອເຮັດໃຫ້ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ສຳລັບພະລັງງານຄວາມຮ້ອນຊັ້ນໃຕ້ດິນມີສະເຖຍລະພາບ ເພາະຊັ້ນໃຕ້ດິນເຮົາມີຄວາມຮ້ອນຢູ່ຕະຫລອດເວລາ ແລະ ມີຄວາມສະຖຽນລະພາບກວ່າພະລັງງານໄຟຟ້າພະລັງນ້ຳ, ພະລັງງານລົມ ແລະ ພະລັງແສງຕາເວັນ ຍ້ອນວ່າພະລັງງານຄວາມຮ້ອນໃຕ້ດິນ ເປັນພະລັງງານທີ່ສະອາດທີ່ສຸດ ທີ່ເປັນມິດກັບສິ່ງແວດລ້ອມ ໂດຍໄດ້ຮັບການຢັ້ງຢືນ ແລະ ຮັບຮອງຈາກ ອົງການສິ່ງແວດລ້ອມໂລກ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...