spot_img
Homeຂ່າວທ້ອງຖິ່ນຝຶກອົບຮົມການພັດທະນາສີມືຫັດຖະກໍາຕໍ່າຫູກ

ຝຶກອົບຮົມການພັດທະນາສີມືຫັດຖະກໍາຕໍ່າຫູກ

Published on

ອີງຕາມການລາຍງານຈາກໜັງສືພິມບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 30 ມີນາທີ່ຜ່ານມາ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຈັດຊຸດເຝິກອົບຮົມໂຄງການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖິງການປະກອບອາຊີບ ແລະ ຫັດຖະກໍາຕໍ່າຫູກທໍໄໝ ຢູ່ບ້ານປຸ່ງນາໜູນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານກວດກາພັກ, ຫົວໜ້າກວດກາລັດເມືອງຫ້ວຍຊາຍ, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາຄະນະພັກຊີ້ນໍາກຸ່ມບ້ານ, ຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ຕະຫຼອດຮອດສໍາມະນາກອນເຂົ້າຮ່ວມ.

ທ່ານ ສົມອົກ ພູມມາວອນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ໄດ້ລາຍງານຫຍໍ້ໃນໄລຍະຜ່ານມາ, ບ້ານປຸ່ງນາໜູນເຫັນວ່າການຕໍ່າຫູກທໍໄໝມີບາງຄອບຄົວແມ່ນໄດ້ຕໍ່າຫູກເຊີ່ງເປັນການສຶບທອດກັນມາເປັນເວລາຍາວນານ, ໃນການຕໍ່າຫູກດັ່ງກ່າວແມ່ນຕໍ່າຢູ່ເຮືອນໃຜລາວແບບກະແຈກກະຈາຍ ແລະ ຊອກຂາຍດ້ວຍຕົນເອງ ຫຼື ວາງສະແດງໃນເວລາມີງານຕ່າງໆເປັນຕົ້ນແມ່ນງານວັດທະນະທໍາບັນດາເຜົ່າຂອງບ້ານ, ຂອງເມືອງ-ແຂວງ ແລະ ຂາຍອອກຕ່າງແຂວງ, ຕ່າງປະເທດ, ການເຝິກອົບຮົມໃນຄັ້ງນີ້, ກໍ່ເພື່ອເປັນການຕໍ່ຍອດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ້ຜູ້ວ່າງງານ, ຜູ້ທີຕ້ອງການມີອາຊີບເປັນຕົ້ນແມ່ນກໍາລັງແຮງງານລາວໄດ້ເຂົ້າເຖີງການປະກອບອາຊີບ, ເພື່ອເຮັດໃຫ້ກໍາລັງແຮງງານລາວບັນດາເຜົ່າ ພາຍໃນເມືອງຫ້ວຍຊາຍເວົ້າລວມເວົ້າສະເພາະ ບ້ານປຸ່ງນາໜູນຂອງພວກເຮົາໃຫ້ມີວິຊາຊີບຕິດຕົວ, ສ້າງວຽກງານງານທໍາ ແລະ ສາມາດສ້າງລາຍຮັບເຂົ້າໃນຄອບຄົວ, ການຕໍ່າຫູກທໍໄໝກໍ່ເປັນການຮັກສາມູນເຊື້ອເອກະລັກຂອງເຜົ່າຕົນໄວ້ໃຫ້ຄົນຮຸ້ນຫຼັງໄດ້ສຶບທອດຕໍ່ໄປ, ການເຝິກອົບຮົມໃນຄັ້ງນີ້, ມີສໍາມະນາກອນທັງໝົດ 14 ຄົນ.

ໂອກາດນີ້, ທ່ານ ຄໍາຕຸ້ຍ ແກ້ວມະນີກອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍທາງຄະນະຮັບຜິດຊອບການເຝິກອົບຮົມການສົ່ງເສີມການພັດທະນາສີມືແຮງງານໃຫ້ສາມາດເຂົ້າເຖີງການປະກອບອາຊີບຫັດຖະກໍາຕໍ່າຫູກທໍໄໝໃນຄັ້ງນີ້, ທ່ານໄດ້ເນັ້ນໜັກໃຫ້ສໍາມະນາກອນທີໄດ້ເຝິກອົບຮົມຈະໄດ້ນໍາໃຊ້ຄວາມຮູ້, ເຕັກນິກວິຊາການຫັດຖະກໍາຕໍ່າຫູກທໍໄໝຖຶກວິທິ, ເຮັດລວດລາຍສວຍງາມ ແລະ ສາມາດນໍາເຂົ້າສູ່ຕະຫຼາດໄດ້ຕາມຄວາມຕ້ອງການຂອງຜູ້ຊົມໃຊ້ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຕາມລະດັບຄາດໝາຍ, ການເຝິກອົບຮົມໃນຄັ້ງນີ້ແມ່ນໃຊ້ເວລາ 10 ວັນ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...